ເມື່ອ 5 ຄົນສຸດທ້າຍຕ້ອງມາຕີຊຸ້ມກັນເພື່ອຍາດເອົາວັກຊີນໂຄວິດ-19 ເຂັມສຸດທ້າຍທີ່ເຫຼືອ!!!


ສະຖານະການໂຄວິດ-19 ທີ່ປະເທດຈີນເລີ່ມສະຫງົບ ແລະ ກັບມາເປັນປົກກະຕິອີກຄັ້ງ ຈົນເຖິງວັນພັກຍາວທີ່ຜ່ານມາ ມົນທົນຫຼຽວໜິງ ໄດ້ເກີດມີຜູ້ຕິດເຊື້ອພາຍໃນປະເທດອີກຄັ້ງ ເຮັດໃຫ້ປະຊາຊົນເລີ່ມແຫ່ກັນມາສັກວັກຊີນເປັນຈຳນວນຫຼວງຫຼາຍຕາມຈຸດຕ່າງໆທີ່ໃຫ້ບໍລິການ, ເຊິ່ງຈຳນວນວັກຊີນທີ່ສັກໃຫ້ປະຊາຊົນນັ້ນຫຼາຍເຖິງມື້ລະ 8 ລ້ານໂດສເລີຍ.

ເຫດເກີດຂຶ້ນຢູ່ສະຖານສັກວັກຊີນແຫ່ງໜຶ່ງ ເມື່ອປະຊາຊົນແຫ່ກັນມາຫຼາຍ ເຮັດໃຫ້ວັກຊີນບໍ່ພຽງພໍຈົນເຫຼືອເຂັມສຸດທ້າຍ ແຕ່ຄົນທີ່ລຽນຄິວຢູ່ເຫຼືອ 5 ຄົນ ໃນນັ້ນມີຊາຍ 4 ແລະ ຜູ້ຍິງ 1 ຄົນ, ງານນີ້ເສິກຊິງວັກຊີນຈຶ່ງເລີ່ມຕົ້ນຂຶ້ນ ແລະ ມີຄົນທີ່ໄປສັກຜູ້ອື່ນໆລຸ້ນກັບຜູ້ທີ່ຍັງເຫຼືອ 5 ຄົນຟາດຟັນກັນຢ່າງດຸເດືອດດ້ວຍການ “ຕີຊຸ້ມ!!!” ນັ້ນເອງ.

ຜົນປາກົດວ່າແມ່ຍິງທີ່ແຂງແກ່ນຄົນດຽວ ສາມາດເອົາຊະນະຜູ້ຊາຍທັງ 4 ຄົນລົງໄດ້!!! ແລະ ກາຍເປັນຜູ້ຄອບຄອງວັກຊີນອັນສຸດທ້າຍໄປ. ສຳລັບຜູ້ທີ່ກັງວົນວ່າຊາຍອີກ 4 ຄົນຈະບໍ່ໄດ້ສັກ ຫາຍຫ່ວງເລີຍ ເພາະທັງ 4 ກໍໄດ້ລົງທະບຽນໄວ້ ແລະ ມາສັກມື້ຕໍ່ໄປຄືເກົ່າ.

ຂອບໃຈທີ່ມາ: https://www.facebook.com/thaichinesetalk/posts/499695994710868

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/