ຊົມເຊີຍ! ນັກທຸລະກິດໜຸ່ມຈາກນະຄອນປາກເຊ ບໍລິຈາກເຄື່ອງອຸປະໂພກ-ບໍລິໂພກ ພ້ອມກັບ ສີດຢາຂ້າເຊື້ອໃຫ້ແກ່ປະຊາຊົນຟຣີ


ທ້າວ ສາຍຟ້າ ອະພິໄຊ ປັດຈຸບັນແມ່ນອາໄສຢູ່ບ້ານ ພູມ່ວງ ນະຄອນປາກເຊ ແຂວງຈຳປາສັກ ມີອາຊີບເປັນນັກທຸລະກິດ ຫຼື ຄົນທ້ອງຖິ່ນຮູ້ຈັກໃນນາມ ເຈົ້າຂອງເຄືອບໍລິສັດມະຫາໄຊກຣຸບ ເຊິ່ງເປັນເຄືອທຸລະກິດ ຈຳໜ່າຍເຄື່ອງກໍ່ສ້າງ, ຮ້ານອາຫານ ແລະ ກະສິກຳ ແລະ ມີພະນັກງານໃນເຄືອຫຼາຍກວ່າ 300 ຄົນ.

ທ່າມກາງໄລຍະພາວະວິກິດ ໂຄວິດ-19 ນີ້, ລາວເອງກໍໄດ້ຊ່ວຍຊຸກຍູ້ ແລະ ໃຫ້ການຊ່ວຍເຫຼືອ ອຸປະກອນການແພດ ພ້ອມກັບເຄື່ອງອຸປະໂພກບໍລິໂພກໃຫ້ແກ່ຫຼາຍພາກສ່ວນ ໂດຍສະເພາະປະຊາຊົນໃນເຂດອ້ອມຂ້າງທ້ອງຖິ່ນທີ່ລາວຢູ່ ນອກຈາກນັ້ນ, ຍັງໃຫ້ບໍລິການສີດພົ່ນຢາຂ້າເຊື້ອຟຣີສຳລັບບ້ານເຮືອນປະຊາຊົນອີກດ້ວຍ.

ນອກຈາກໃຫ້ການຊ່ວຍເຫຼືອຊຸມຊົນຂອງຕົນເອງແລ້ວ ຍັງຈັດແຈງນະໂຍບາຍໃຫ້ແກ່ພະນັກງານພາຍໃນເຄືອບໍລິສັດຂອງລາວຕື່ມອີກ ດ້ວຍການໃຫ້ເງິນສະຫວັດດີການເປັນລາຍອາທິດໂດຍທີ່ບໍ່ລວມເງິນເດືອນ ພ້ອມກັບໃຫ້ການຊ່ວຍເຫຼືອເລື່ອງອຸປະໂພກບໍລິໂພກເບື້ອງຕົ້ນຕື່ມອີກ.

ໃນສະພາບໂຄວິດນີ້ເອງ ກໍຍັງສ້າງແຄມເປນ ເພື່ອຊ່ວຍເຫຼືອປະຊາຊົນຜູ້ທຸກຍາກດ້ວຍການ ໃຫ້ນ້ຳດື່ນຟຣີໃຫ້ແກ່ທຸກຄົນທີ່ຕ້ອງການ ຂໍພຽງແຕ່ນຳຕຸກນ້ຳມາໃສ່ ກໍສາມາດນຳໄປດື່ມໄດ້ເລີຍ ລາວຍັງກ່າວຕື່ມວ່າ “ສິ່ງນີ້ນອກຈາກເປັນການຊ່ວຍເຫຼືອຊຸມຊົນແລ້ວ ຍັງເປັນການຫຼຸດຜ່ອນຂີ້ເຫຍື້ອ ແລະ ໂລກຮ້ອນໄດ້ນຳ ”

ສຸດທ້າຍແລ້ວ, ລາວກໍຮຽກຮ້ອງເຖິງພໍ່ແມ່ປະຊາຊົນທຸກຄົນວ່າ “ຢາກໃຫ້ທຸກຄົນ ຊ່ວຍເຫຼືອກັນ ແລະ ໃຫ້ກຳລັງໃຈ ກັນ ແລະ ກັນ ແລ້ວພວກເຮົາຈະຜ່ານຜ່າອຸປະສັກນີ້ໄປນຳກັນ”

ຮຽບຮຽງ: ສັນຕິສຸກ ພິລາວົງ
ຮູບພາບ: ສາຍຟ້າ ອະພິໄຊ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/