ແມ່ຂອງ “ອັບ VGB” ຟ້ອງນາຍົກລັດຖະມົນຕີ ແລະ ຄະນະລັດຖະບານປະເທດໄທ ທີ່ບົກຜ່ອງໃນໜ້າທີ່ຊ່ວຍເຫຼືອປະຊາຊົນ


ຈາກຂ່າວທີ່ເປັນກະແສເມື່ອເດືອນເມສາທີ່ຜ່ານມາ ເມື່ອ “ອັບ VGB” ໜຶ່ງໃນຜູ້ທີ່ບຸກເບີກວົງການ E-Sport ຂອງປະເທດໄທຕິດເຊື້ອໂຄວິດ ແລະ ເສຍຊີວິດໃນເວລາຕໍ່ມາ. ໂດຍເຟສບຸກຂອງອັບໃນຂະນະທີ່ຕິດເຊື້ອ ວັນທີ 17 ເມສາພົບໂພສທີ່ລາວວ່າ “ກັກຕົວມາ 5 ມື້ແລ້ວ ໂຄຕ້າກວດແຖວບ້ານກໍບໍ່ມີ ສາຍດ່ວນກໍໂທບໍ່ຕິດ” ແຖມຍັງເວົ້າປະຊົດປະຊັນວ່າ ດຽວກໍເຊົາເອງແລ້ວ,​ ແລະວັນທີ 20 ເມສາ ເປັນມື້ສຸດທ້າຍທີ່ອັບ Live ສົດບອກອາການຕົນເອງທີ່ຕິດມາ 8 ມື້ແລ້ວ ແລະ ຄາດວ່າຕົນຄົງບໍ່ລອດແລ້ວ, 2 ມື້ກິນເຂົ້າໄດ້ 6 ບ່ວງ ຈົນໃນທີ່ສຸດກໍເສຍຊີວິດ.

ການຈາກໄປຂອງອັບ ສົ່ງຜົນໃຫ້ລັດຖະບານ ແລະ ໜ່ວຍງານຕ່າງໆຖືກປະນາມຢ່າງໜັກເຖິງຄວາມບົກຜ່ອງໃນການຈັດການຮັບມື ແລະ ໃຫ້ການຊ່ວຍເຫຼືອປະຊາຊົນ, ໝູ່ເພື່ອນຕ່າງໆໄດ້ອອກມາໂພສໄວ້ອາໄລຕໍ່ການຈາກໄປຂອງອັບຢ່າງຫຼວງຫຼາຍ.

ຫຼ້າສຸດວັນທີ 14 ພຶດສະພາ ແມ່ຂອງອັບເອງໄດ້ສົ່ງລູກຊາຍອີກຄົນຍື່ນຟ້ອງສູນບໍລິຫານສະຖານະການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19, ເລຂາທິການນາຍົກລັດຖະມົນຕີ, ສຳນັກງານນາຍົກລັດຖະມົນຕີ ແລະ ນາຍົກລັດຖະມົນຕີເປັນຜູ້ຖືກຟ້ອງລຳດັບ 1-4 ໃນຖານ ຊ້າ-ລະເລີຍຕໍ່ການປະຕິບັດໜ້າທີ່ເກີນສົມຄວນ ຈົນເປັນເຫດໃຫ້ບຸດຊາຍຕ້ອງເສຍຊີວິດ ແລະ ຕ້ອງຊົດເຊີຍຄ່າເສຍຫາຍ 4.5 ລ້ານບາດ.

ຜູ້ເປັນອ້າຍກ່າວວ່າ ຖ້າຫາກວ່ານ້ອງຊາຍໄດ້ຮັບການຮັກສາຢ່າງທ່ວງທັນ ເຊື້ອໂຄວິດ-19 ກໍຄົງຈະບໍ່ລາມລົງເຖິງປອດ, ເຊິ່ງໃນຂະນະທີ່ອັບມີອາກາດສ່ຽງ ກໍໄດ້ກັກຕົນເອງ ແລະ ໂທໄປຕາມສາຍດ່ວນໃຫ້ຄວາມຊ່ວຍເຫຼືອ ເຊິ່ງມີທັງຕິດຕໍ່ບໍ່ໄດ້ ແລະ ຕິດຕໍ່ໄດ້ແຕ່ບໍ່ໄດ້ຮັບການຊ່ວຍເຫຼືອໃນທັນທີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/