Sharp ເປີດຕົວ Aquos R6 ສະມາດໂຟນພ້ອມເຊັນເຊີກ້ອງຂະໜາດ 1 ນິ້ວ ຮຸ່ນທຳອິດຂອງໂລກ


Sharp ບໍລິສັດດ້ານເຄື່ອງອີເລັກໂທຣນິກທີ່ພວກເຮົາຄຸ້ນຊື່ກັນ ໄດ້ເປີດຕົວສະມາດໂຟນ Sharp Aquos R6 ທີ່ຈັດເຕັມດ້ານສະເປັກ ແລະ ຈຸດເດັ່ນສຸດກໍແມ່ນກ້ອງທີ່ທາງ Sharp ໄດ້ຮ່ວມມືກັບ Leica ເພື່ອເພີ່ມປະສິດທິພາບ ແລະ ຂະຫຍາຍເຊັນເຊີກ້ອງໃຫ້ໃຫຍ່ຂຶ້ນເປັນລະດັບ 1 ນິ້ວ ເຊິ່ງຖືວ່າເປັນສະມາດໂຟນຮຸ່ນທຳອິດຂອງໂລກທີ່ໃຊ້ ເຊັນເຊີກ້ອງໃຫຍ່ຂະໜາດນີ້.

Sharp Aquos R6 ເປັນສະມາດໂຟນຮຸ່ນເຮືອທຸງຂອງທາງ Sharp ທີ່ເຕັມໄປດ້ວຍຂໍ້ດີ ແລະ ຈຸດເດັ່ນໃນຫຼາຍໆດ້ານ ເພາະນອກຈາກເຊັນເຊີກ້ອງຂະໜາດ 1 ນິ້ວແລ້ວ ຍັງເພີ່ມມາດ້ວຍເຊັນເຊີສະແກນລາຍນິ້ວມື Ultra sonic ທີ່ຮອງຮັບການປົດລັອກດ້ວຍນິ້ວມື 2 ນິ້ວ, ເລນທີ່ໃຊ້ສຳລັບກ້ອງຫຼັກແມ່ນ Leica Summicron 7 elements ທີ່ອອກແບບໂດຍທາງ Leica, ໜ້າຈໍສະແດງຜົນ Pro Grade 240Hz ທີ່ມີຄວາມສະຫວ່າງທີ່ສຸດໃນໂລກເຖິງ 2000 nits.

ທາງດ້ານຊິບເຊັດ ແລະ ອຸປະກອນພາຍໃນເອງກໍໄດ້ໃຊ້ລະດັບດຽວກັນກັບໂທລະສັບຮຸ່ນເຮືອທຸງຂອງຫຼາຍໆບໍລິສັດເຊັ່ນ: ຊິບເຊັດ Snapdragon 888, Ram 12GB LPDDR5 ແລະ Rom 128GB UFS 3.1, ແບັດເຕີຣີ່ຂະໜາດໃຫຍ່ 5000mAh ທີ່ຮອງຮັບ Intelligent Charge 2.0 ເຮັດວຽກຢູ່ພາຍໃຕ້ລະບົບປະຕິບັດການ Android 11 ນອກຈາກນັ້ນຍັງຮອງຮັບມາດຕະຖານ IPX8 ເຊິ່ງສາມາດກັນນ້ຳ ແລະ ຝຸ່ນໄດ້.

ສະເປັກໂດຍລວມຂອງ Sharp- AQUOS R6

  • ໜ້າຈໍ FreeForm Display ຊະນິດ Pro IGZO ຂະໜາດ 6,6 ນິ້ວ, ອັດຕາສ່ວນ 19:9, ຄວາມລະອຽດ WUXGA+, ຮອງຮັບ Dolby Vision+ HDR, ອັດຕາ Refresh Rate 240 Hz, ຄວາມແຈ້ງສູງສຸດ 2,000 nits, ອັດຕາ contrast 20,000,000 : 1.
  • CPU : Qualcomm Snapdragon 888
  • GPU : Adreno 660
  • Ram : 12 GB ຊະນິດ LPDDR5
  • Rom : 128 GB ຊະນິດ UFS 3.1
  • ຮອງຮັບ Micro SD card ສູງສຸດ 1TB
  • ຮອງຮັບລະບົບ 5G
  • ກ້ອງຫຼັງຄູ່ ຄວາມລະອຽດ 20ລ້ານພິກເຊລ + 3D ToF Camera, f/1.9 + f/2.3, ເຊັນເຊີຫຼັກ CMOS ຂະໜາດ 1ນິ້ວ,​Focus length 19mm, ເລນສ໌ Leica Summicron 7 elements, ຮອງຮັບ Dual Ois + EIS, ພ້ອມລະບົບ AI ແລະ Flash LED.
  • ກ້ອງໜ້າຄວາມລະອຽດ 12,6ລ້ານພິກເຊລ, f/2.0 + ລະບົບ Aquos Beauty.
  • ຮອງຮັບລະບົບສະແກນນິ້ວມືແບບ UltraSonic ພ້ອມກັນ 2ນິ້ວ, ເຊັນເຊີ Qualcomm 3D Sonic Max.
  • ຮອງຮັບລະບົບສະແກນໃບໜ້າ
  • ຮອງຮັບ Bluetooth 5.2/NFC
  • ຮອງຮັບ WiFi 6
  • ລຳໂພງຄູ່ແບບ Stereo
  • ຮອງຮັບລະບົບສຽງ Dolby Atmos + Hi – Res Audio
  • ຮອງຮັບການກັນລະອອງນ້ຳ ແລະ ຝຸ່ນມາດຕະຖານ IPX5/8, IPX6
  • ພັອດເຊື່ອມຕໍ່ USB Type – C
  • ແບັດເຕີຣີ່: 5000 mAh + ລະບົບ 33W Intelligent Charge  2.0
  • ລະບົບປະຕິບັດການ Android 11 + Aquos Home
  • ຂະໜາດ : 162 x 74 x 9.5mm
  • ນ້ຳໜັກ : 207 ກຣາມ.

ປັດຈຸບັນຍັງບໍ່ທັນມີການເປີດເຜີຍລາຄາຂອງສະມາດໂຟນຮຸ່ນນີ້ ແຕ່ໄດ້ມີການປະກາດວ່າຈະມີການວາງຈຳໜ່າຍສະເພາະໃນປະເທດຢີ່ປຸ່ນໃນເດືອນມິຖຸນາ ໂດຍຈະມີການຜູກສັນຍາຜູ້ໃຊ້ກັບເຄືອຂ່າຍໂທລະສັບ NTT DOCOMO ແລະ Solfbank.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/