ກົມຕຳຫຼວດປະເທດຢູເຄຣນ ຮັບນັກຮຽນນາຍຮ້ອຍໃໝ່ທີ່ເປັນ “ກະຕ່າຍ!”


ເອີ້ນໄດ້ວ່າເປັນນັກຮຽນນາຍຮ້ອຍທີ່ໜ້າຮັກທີ່ສຸດກໍວ່າໄດ້ ເມື່ອກົມຕຳຫຼວດປະເທດຢູເຄຣນ ໄດ້ພາສະມາຊິກໃໝ່ເຂົ້າມາໃນສັງກັດ Internal Affairs in Dnipropetrovsk ເປັນກະຕ່າຍຊື່ວ່າ Topotun ທີ່ເຂົ້າມາປຸ໊ບ! ກໍກາຍເປັນຂວັນໃຈຂອງຕຳຫຼວດທັງກົມເລີຍ.

Topotun ເຂົ້າກົມມາໃນຖານະນັກຮຽນນາຍຮ້ອຍຄືກັບຄົນອື່ນ ມັນຈະເຮັດກິດຈະກຳພ້ອມກັບນັກຮຽນນາຍຮ້ອຍທົ່ວໄປ, ນາຍຕຳຫຼວດໄດ້ບອກວ່າ Topotun ເປັນກະຕ່າຍທີ່ມີຄວາມກະຕືລືລົ້ນຫຼາຍ ມັນຕັ້ງໃຈເຝິກຊ້ອມທຸກມື້ ຄືມັນຮູ້ວ່າຈະໄດ້ເປັນຕຳຫຼວດ.

ທາງດ້ານນັກຮຽນນາຍຮ້ອຍຄົນອື່ນໆທີ່ເປັນເພື່ອນຮ່ວມຫ້ອງຂອງ Topotun ກໍພາກັນຮັກເອັນດູ ແລະ ໃຫ້ຄວາມຊ່ວຍເຫຼືອທຸກກິດຈະກຳ ແຖມຍັງມີໜ້າທີ່ຊ່ວຍກັນເບິ່ງແຍງ Topotun ອີກດ້ວຍ.

ຂອບໃຈຂໍ້ມູນຈາກ:
https://bit.ly/3hynv2N
https://bit.ly/3uOpp2Q

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/