ນັ່ງເຮັດວຽກເປັນເວລາດົນ ສົ່ງຜົນເສຍຕໍ່ສຸຂະພາບ


ໃນເວລາການນັ່ງຮຽນ ຫຼື ນັ່ງເຮັດວຽກໃນແຕ່ະມື້ ແລະ ເກືອບຈະທຸກມື້ເປັນເວລາດົນ ແນ່ນອນວ່າອາການເຈັບປ່ວຍທາງຮ່າງກາຍຈະເກີດຂຶ້ນໂດຍສະເພາະແມ່ນໄວໜຸ່ມທີ່ນັ່ງຮຽນ ຫຼື ນັ່ງເຮັດວຽກແຕ່ເຊົ້າຮອດແລງ.

ໂດຍປົກກະຕິແລ້ວຮ່າງກາຍຂອງຄົນເຮົາໄດ້ຖືກອອກແບບເພື່ອດໍາລົງຊີວິດຢູ່ໃນຕໍາແໜ່ງຕັ້ງຊື່ ບໍ່ວ່າຈະເປັນອະໄວຍະວະຕ່າງໆ ເຊັ່ນ: ຫົວໃຈ, ເສັ້ນເລືອດ ແລະ ລໍາໄສ້ເຮັດວຽກໄດ້ດີເມື່ອຢູ່ໃນທ່າຢຽດຊື່ ຫຼື ທ່າຢືນ. ແຕ່ການນັ່ງເປັນເວລາດົນເປັນທ່າທີ່ຜິດທໍາມະຊາດ ອາດຈະສົ່ງຜົນໃຫ້ຮ່າງກາຍເຮັດວຽກຜິດປົກກະຕິ ແລະ ຄືດັ່ງທີ່ຮູ້ວ່າ ການນັ່ງກັບບ່ອນຈະເຮັດໃຫ້ຮ່າງກາຍມີການເຄື່ອນໄຫວໜ້ອຍລົງເລີຍສົ່ງຜົນກະທົບທາງລົບຕໍ່ສຸຂະພາບ.

ມື້ນີ້, ເຮົາມາເບິ່ງກັນວ່າມີອາການ ແລະ ຄວາມສ່ຽງໃດແດ່?

1. ສ່ຽງເປັນມະເຮັງ

ມີຄວາມສ່ຽງເປັນມະເຮັງລຳໄສ້ໃຫຍ່, ມະເຮັງໂພ່ງມົດລູກ, ມະເຮັງປອດ ແລະ ມະເຮັງເຕົ້ານົມຫາກມີພຶດຕິກຳນັ່ງເປັນເວລາດົນຊໍ້າໆ.

 2. ບໍ່ມີສະມາທິ

ການນັ່ງເປັນເວລາດົນເຮັດໃຫ້ເລືອດໄຫຼວຽນບໍ່ສະດວກ ແລະ ສະໝອງໄດ້ຮັບອັອກຊີເຈນບໍ່ພຽງພໍ ສົ່ງຜົນໃຫ້ສະໝອງຕັນ ແລະ ບໍ່ສາມາດຈົດຈໍ່ໃສ່ສິ່ງຕ່າງໆໄດ້.

 3. ໂຣກຊຶມເສົ້າ

ອີງ​ຕາມ​ການ​ສຶກ​ສາ​ທີ່​ພິມ​ເຜີຍ​ແຜ່​ໃນ American Journal of Preventative Medicine, ແມ່​ຍິງ​ໃນ​ໄວ​ກາງຄົນ​ທີ່​ນັ່ງ​ເຮັດວຽກຫຼາຍ​ກ​່​ວາ 7 ຊົ່ວ​ໂມງ​ຕໍ່​ມື້ ມີທ່າອ່ຽງເປັນໂຣກຊຶມເສົ້າຫຼາຍກວ່າຜູ້ທີ່ນັ່ງເຮັດວຽກ 4 ຊົ່ວໂມງ ຫຼື ໜ້ອຍກວ່າຕໍ່ມື້.

4. ມີບັນຫາກັບອິນຊູລິນ (Insulin)

 ການນັ່ງເປັນເວລາດົນເຮັດໃຫ້ຮ່າງກາຍຕອບສະໜອງຕໍ່ອິນຊູລິນ (ເປັນຮໍໂມນເຜົາຜານແປ້ງ ແລະ ນໍ້າຕານ) ປ່ຽນໄປ ມີຄວາມສ່ຽງສູງທີ່ຈະເປັນໂຣກເບົາຫວານເພີ່ມຂຶ້ນ.

 5. ປວດຫຼັງ

ໃນຂັ້ນເລີ່ມຕົ້ນ ການນັ່ງເປັນເວລາດົນອາດມີອາການເຈັບປວດເລັກນ້ອຍ ແຕ່ເມື່ອສະສົມເປັນເວລາດົນອາການປວດຫຼັງຈະຮຸນແຮງຂຶ້ນ ພ້ອມນີ້ການນັ່ງດ້ວຍທ່າບໍ່ຖືກຕ້ອງຍັງເປັນສາເຫດໃຫ້ເກີດບັນຫາກະດູກສັນຫຼັງຂອງທ່ານ.

 6. ປວດຂາ

 ໃນເວລາທີ່ຮ່າງກາຍບໍ່ຖືກເຄື່ອນໄຫວໂດຍສະເພາະບໍລິເວນຂາ ກ້າມຊີ້ນຈະມຶນຊາ ແລະ ເຈັບປວດ ຖ້າປ່ອຍປະລະເລີຍບັນຫາຄວາມເຈັບປວດນີ້ຈະຮ້າຍແຮງຂຶ້ນ.

 7. ການສະສົມຂອງໄຂມັນ

ການຄົ້ນຄວ້າຈັດພິມຢູ່ໃນ Exercise and Sport Sciences Reviews ພົບເຫັນວ່າເມື່ອຮ່າງກາຍບໍ່ໄດ້ຮັບການເຄື່ອນໄຫວການເຜົາໄໝ້ໄຂມັນຫຼຸດລົງ.

 8. ກະດູກອ່ອນແອ

ການສຶກສາຂະໜາດນ້ອຍໃນ Journal of Bone Mineral Research ເຕືອນວ່າການນັ່ງເປັນເວລາດົນເຮັດໃຫ້ກະດູກເສື່ອມ ແລະ ແຮ່ທາດຂອງກະດູກລົງ.

ເຖິງແມ່ນວ່າການນັ່ງເປັນເວລາດົນອາດຈະບໍ່ດີຕໍ່ສຸຂະພາບຂອງທ່ານ ແຕ່ສຳລັບບາງຄົນແລ້ວບໍ່ສາມາດຢຸດເຮັດວຽກ ຫຼື ປ່ຽນບ່ອນເຮັດວຽກທີ່ເອື້ອອຳນວຍໄດ້. ສະນັ້ນ, ເຮົາມາຮູ້ເຖິງເຄັດ​ລັບ​ການ​ນັ່ງເຮັດ​ວຽກແນວໃດ ​ໃຫ້​ຫ່າງ​ໄກ​ຈາກ​ບັນ​ຫາ​ສຸ​ຂະ​ພາບ​ ເຊິ່ງປະຕິບັດໄດ້ຄື:

 ● ເວລາພັກທ່ຽງໃຫ້ອອກຈາກໜ້າຈໍເພື່ອພັກຜ່ອນສາຍຕາ

 ● ພະຍາຍາມເຄື່ອນໄຫວຮ່າງການ ເຊັ່ນ: ຂຶ້ນຂັ້ນໄດແທນການຂຶ້ນລິບ ຫຼື ຂັ້ນໄດເລື່ອນ, ລຸກໄປດື່ມນໍ້າ, ເຂົ້າຫ້ອງນໍ້າ, ຢືດຮ່າງກາຍ

 ● ໝັ່ນອອກກໍາລັງກາຍ

 ● ປ່ຽນການລົມໂທລະສັບ ຫຼື ລົມວຽກດ້ວຍທ່ານັ່ງ ໂດຍການລຸກເຄື່ອນຍ້າຍອອກໄປຈາກໂຕະ

ແລ້ວທ່ານເດ ມີວິທີການບໍລິຫານຮ່າງກາຍເມື່ອນັ່ງເຮັດວຽກເປັນເວລາດົນແນວໃດ? ສາມາດນຳມາແບ່ງປັນກັບພວກເຮົາໄດ້ເດີ.

ອ້າງອີງຈາກ:

https://cutt.ly/swsiaWvn

https://cutt.ly/2wsipTNj

https://cutt.ly/6wsip0BS

https://cutt.ly/VwsiaiNU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/