9 ສັນຍານເຕືອນທີ່ບົ່ງບອກວ່າເຈົ້າຄວນໃສ່ແວ່ນຕາໄດ້ແລ້ວ


ໃນຍຸກສະໄໝແຫ່ງເທັກໂນໂລຢີ ປະຕິເສດບໍ່ໄດ້ເລີຍວ່າຄົນສ່ວນຫຼາຍແມ່ນຕິດພັນກັບໝ້າຈໍ ເຊັ່ນ: ໝ້າຈໍຄອມພິວເຕີ, ໂທລະສັບ, ໂທລະພາບ… ເຊິ່ງວ່າສິ່ງເຫຼົ່ານີ້ມັນໄດ້ເຂົ້າມາມີບົດບາດໃນກິດຈະວັດປະຈຳວັນຂອງຄົນເຮົາໄປແລ້ວ ອັນສົ່ງຜົນໃຫ້ສາຍຕາຄົນເຮົາຖືກນຳໃຊ້ຢ່າງໜັກໜ່ວງ ເມື່ອເຮັດພຶດຕິກຳດັ່ງກ່າວເປັນປະຈຳ ແລະ ໄລຍະດົນ ແນ່ນອນວ່າສາຍຕາຂອງທ່ານກຳລັງຖາມຫາແວ່ນຕາ.

ນອກຈາກນີ້, ຍັງມີອີກຫຼາຍປັດໄຈບົ່ງບອກໃຫ້ຮູ້ວ່າເຮົາຄວນໃສ່ແວ່ນຕາໄດ້ແລ້ວ.

1. ອ່ານປຶ້ມດ້ວຍແສງໄຟແຈ້ງເກີນປົກກະຕິ

ໃນເມື່ອກ່ອນທ່ານສາມາດອ່ານປຶ້ມໄດ້ດ້ວຍແສງປົກກະຕິ ແຕ່ລອງສັງເກດເບິ່ງວ່າໃນປັດຈຸບັນຕົນໄດ້ປັບຄ່າຂອງແສງເພີ່ມຂຶ້ນ ເພື່ອເພີ່ມຄວາມຊັດເຈນຂອງຕົວອັກສອນບໍ? ຖ້າຕອບວ່າແມ່ນ ນີ້ອາດເປັນສັນຍາເຕືອນໃຫ້ທ່ານໄປກວດສຸຂະພາບສາຍຕາໄດ້ແລ້ວ.

2. ການຫຼີ່ຕາໃນຂະນະເບິ່ງໜ້າຈໍ ຫຼື ວັດຖຸສິ່ງຂອງ

ເຊື່ອວ່າຫຼາຍຄົນເຄີຍເປັນ ເມື່ອທ່ານເບິ່ງເຫັນສິ່ງໃດໜຶ່ງໄດ້ບໍ່ຊັດເຈນ ພຶດຕິກຳການຫຼີ່ຕາຈະເກີດຂຶ້ນ, ແຕ່ການເປັນແບບນີ້ອາດເຮັດໃຫ້ເກີດອາການເຈັບຫົວ, ຕາແຫ້ງ, ຕາແດງນັ້ນເອງ. ໂດຍອາການດັ່ງກ່າວມີຊື່ເອີ້ນວ່າ Digital Eye Strain ຖືເປັນເລື່ອງປົກກະຕິທີ່ເກີດຂຶ້ນໄດ້ກັບທຸກຄົນ ແລະ ສາມາດບັນເທົາໄດ້ໂດຍການໃຊ້ແວ່ນຕາ.

3. ສາຍຕາມົວ

ການເບິ່ງເຫັນບໍ່ຊັດເຈນ ອາດເປັນຍ້ອນສາຍຕາຍາວ ຫຼື ສັ້ນກໍໄດ້. ເພາະສະນັ້ນ, ທ່ານຄວນເຂົ້າໄປປຶກສາແພດສາຍຕາ.

4. ອາການເມື່ອຍລ້າທາງສາຍຕາ

ສາເຫດຫຼັກໆຂອງອາການດັ່ງກ່າວແມ່ນ ການເບິ່ງໝ້າຈໍດົນເກີນໄປ, ຄວາມຕຶງຄຽດ, ພັກຜ່ອນບໍ່ພຽງພໍ ໂດຍສະແດງອອກຈາກອາການເຈັບຫົວ, ກ້າມຊີ້ນໜ່ວຍຕາກະຕຸກ, ຄັນຕາ, ນໍ້າຕາໄຫຼ, ປວດຫຼັງ, ປວດຄໍ ແລະ ສາຍຕາມົວ ເປັນຕົ້ນ.

5. ອາການຕາບອດຕອນກາງຄືນ

ການເບິ່ງເຫັນໄດ້ຍາກໃນເວລາກາງຄືນແມ່ນ ມາຈາກສາຍຕາສັ້ນ ຫຼື ມີບັນຫາໃນການເບິ່ງເຫັນສິ່ງທີ່ຢູ່ໄກອອກໄປ ແລະ ບາງກໍລະນີອາດເປັນອາການຂອງຕາຕໍ້ (ຕາຂຸ້ນມົວ), ຈໍປະສາດຕາອັກເສບ ຫຼື ສາຍຕາແຄບກວ່າປົກກະຕິ (Tunnel Vision). ຫາກປະໄວ້ເປັນເວລາດົນອາດສົ່ງຜົນກະທົບຕໍ່ການໃຊ້ຊີວິດ.

6. ອາການເຈັບຫົວ

ອາການເຈັບຫົວເກີດຂຶ້ນໄດ້ຈາກຫຼາຍສາເຫດ ເຊັ່ນ: ອາການຂາດນໍ້າ, ຂາດອາຫານ, ຄວາມຄຽດ, ຮໍໂມນ ແລະ ອີກສາເຫດໜຶ່ງແມ່ນ ບັນຫາດ້ານການເບິ່ງເຫັນນັ້ນເອງ.

7. ອາການເຫັນແສງແຕກກະຈາຍ

ທ່ານເປັນຄົນໜຶ່ງບໍທີ່ເຫັນແສງໄຟໃນຍາມກາງຄືນ ແຜ່ກະຈາຍອອກຄ້າຍຄືກັບ ແສງໂຄມໄຟ, ແສງໄຟຕາລົດ, ແສງໄຟຕາມຫົນທາງ ສິ່ງເຫຼົ່ານີ້ເປັນສັນຍານໜຶ່ງທີ່ທ່ານອາດຈະຕ້ອງໃສ່ແວ່ນຕາຫຼຸດແສງສະທ້ອນ.

8. ການເບິ່ງເຫັນຜິດປົກກະຕິ

ການເບິ່ງເຫັນທີ່ບິດເບືອນຄ້າຍຄືກັບເຫັນພາບເປັນຄື້ນທີ່ກຳລັງພັດເຂົ້າມາ ເປັນສັນຍານຂອງການເສື່ອມສະພາບຂອງຈໍປະສາດຕາ, ການເສື່ອມຂອງເລຕິນາ ແລະ ການສູນເສຍການເບິ່ງເຫັນຂອງສະພາບຕາ ເຊິ່ງບໍ່ສາມາດປິ່ນປົວໃຫ້ຫາຍຂາດໄດ້ ແຕ່ການໃສ່ແວ່ນຕາສາມາດຫຼຸດຜ່ອນອາການລຸກລາມໄດ້.

9. ອາການປັບສາຍຕາໄດ້ຊ້າ

ຕາຂອງຄົນເຮົາຖືກອອກແບບເພື່ອປັບຕົວເຂົ້າກັບແສງສະຫວ່າງ ເມື່ອຮູມ່ານຕາຂະຫຍາຍຈະເຮັດໃຫ້ແສງເຂົ້າໄດ້ຫຼາຍຂຶ້ນຊ່ວຍໃຫ້ເບິ່ງເຫັນໄດ້ໃນບ່ອນມືດ ແຕ່ມີບາງຄັ້ງທີ່ບໍ່ສາມາດປັບໄດ້ ຖ້າຕາຂອງທ່ານໃຊ້ເວລາປັບຕົວດົນກວ່າປົກກະຕິອາດຕ້ອງປຶກສາທ່ານໝໍ.

ວິທີປ້ອງກັນສາຍຕາສັ້ນ

ເພື່ອບໍ່ໃຫ້ສາຍຕາສັ້ນ ເຮົາຄວນເຝິກນິດໄສມາຕັ້ງແຕ່ເດັກນ້ອຍ ຫຼື ປັບປ່ຽນພຶດຕິກຳ ເພື່ອປ້ອງກັນບັນຫາສາຍຕາສັ້ນ ແລະ ສາຍຕາເສື່ອມ.

  1. ຢ່າໃຊ້ສາຍຕາຫຼາຍເກີນໄປເຊັ່ນ: ອ່ານ ຫຼື ໃຊ້ອຸປະກອນອີເລັກໂທຣນິກເປັນເວລາດົນນານ
  2. ພະຍາຍາມໃຊ້ເວລາຢູ່ນອກເຮືອນໃຫ້ຫຼາຍຂຶ້ນ ເນື່ອງຈາກແສງສະຫວ່າງນອກເຮືອນຈະຫຼາຍກວ່າແສງສະຫວ່າງໃນເຮືອນ. ເດັກນ້ອຍທີ່ໃຊ້ເວລາຫຼິ້ນກາງແຈ້ງເປັນປະຈຳແມ່ນມີຄວາມສ່ຽງຕໍ່ສາຍຕາສັ້ນໜ້ອຍກວ່າ
  3. ພັກຜ່ອນເປັນໄລຍະ ພັກຜ່ອນຕາຂອງທ່ານທຸກໆ 5-10 ນາທີຕໍ່ 1 ຊົ່ວໂມງ ເພື່ອບໍ່ໃຫ້ສາຍຕາເມື່ອຍລ້າ

ອ້າງອີງຈາກ:

https://cutt.ly/EwsigsLJ

https://cutt.ly/RwsigQLZ

https://cutt.ly/awsig5d5

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/