ເຊັດໜ້າດ້ວຍນໍ້າເກືອ ຊ່ວຍປິ່ນປົວສິວ ແລະ ເຮັດໃຫ້ໜ້າໃສ


ນ້ຳເກືອແມ່ນ ເກືອ Sodium Chloride ລະລາຍໃນນ້ຳບໍລິສຸດປາສະຈາກເຊື້ອໂຣກ ແລະ ມີຄວາມເຂັ້ມຂຸ້ມ 0.9%, ບໍ່ເຮັດໃຫ້ເກີດການລະຄາຍເຄືອງ, ມີຄວາມສົມດຸນກັບນໍ້າໃນເຊລຮ່າງກາຍ ເຊິ່ງເໝາະສຳລັບທໍາຄວາມສະອາດທົ່ວໄປ ບໍ່ສະເພາະແຕ່ໃຊ້ລ້າງບາດແຜ ຫຼື ລ້າງດັງເທົ່ານັ້ນ ຖືໄດ້ວ່າມີສັບພະຄຸນຫຼາກຫຼາຍ ແລະ ຄວນມີໄວ້ຕິດເຮືອນ.

ດ້ວຍຄຸນປະໂຫຍດທີ່ມີຄວາມອ່ອນໂຍນ, ບໍ່ລະຄາຍເຄືອງ, ບໍ່ມີສານເຄມີ ແລະ ສາມາດລ້າງບາດແຜໄດ້.  ດັ່ງນັ້ນ, ຈຶ່ງເໝາະສຳລັບນຳມາທຳຄວາມສະອາດສິວອັກເສບໄດ້ທຸກສະພາບຜິວ.

ຖ້າ​ໃບໜ້າໄດ້​ຮັບ​ການ​ດູ​ແລ​ທີ່​ດີ​, ບໍ່ມີສານເຄມີລົບກວນ ບາດແຜຈາກສິວກໍຈະຈາງ ແລະ ເຊົາໄດ້ໄວຂຶ້ນ, ແຕ່ຫາກໃຊ້ຜະລິດຕະພັນບຳລຸງຜິວໜ້າຕ່າງໆທີ່ເປັນສ່ວນປະກອບຂອງສານເຄມີ ອາດຈະເຮັດໃຫ້ຂະບວນການຮັກສາບາດແຜຖືກລົບກວນ, ສິວເຊົາໄດ້ຊ້າ ແລະ ສ່ຽງຕໍ່ການເກີດຮອຍສິວ.

ສຳລັບຄົນໃຜທີ່ໜ້າບໍ່ເປັນສິວກໍສາມາດເຊັດໜ້າດ້ວຍນ້ຳເກືອໄດ້ເຊັ່ນກັນ. ເນື່ອງຈາກວ່າປະໂຫຍດຂອງນ້ຳເກືອແມ່ນສາມາດທຳຄວາມສະອາດຜິວໜັງໄດ້ ເຊິ່ງຊ່ວຍຫຼຸດຜ່ອນການເກີດສິວອຸດຕັນຈາກຝຸ່ນເທິງໃບໜ້າ.

ວິທີທຳຄວາມສະອາດຜິວໜ້າດ້ວຍນໍ້າເກືອ

  1. ລ້າງມືໃຫ້ສະອາດ ເທນໍ້າເກືອໃສ່ສຳລີພໍໝາດໆ
  2. ເຊັດທົ່ວບໍລິເວນໜ້າ ໂດຍສະເພາະຫົວສິວ ແລະ ສິວອຸດຕັນເທິງໃບຫນ້າຫຼັງຈາກການປິ່ນປົວສິວ

ນອກເໜືອຈາກການເຊັດໃຫ້ສະອາດດ້ວຍນ້ຳເກືອແລ້ວ ການທຳຄວາມສະອາດແປງແຕ່ງໜ້າ ແລະ ເລືອກຜະລິດຕະພັນທີ່ເໝາະສົມກັບຜິວໜ້າ, ກິນອາຫານທີ່ຊ່ວຍຟື້ນຟູຜິວ, ຫຼຸດຜ່ອນອາຫານທີ່ມີໄຂມັນສູງ ຫຼື ອາຫານທີ່ກະຕຸ້ນໃຫ້ເກີດສິວ, ການດື່ມນໍ້າໃຫ້ພຽງພໍຕໍ່ຮ່າງກາຍເພື່ອເພີ່ມຄວາມຊຸ່ມຊື່ນ ແລະ ພັກຜ່ອນໃຫ້ພຽງພໍ ຖືວ່າເປັນວິທີທີ່ຄວນເຮັດຄວບຄູ່ກັນໄປເພື່ອຜິວໜ້າຜ່ອງໃສ, ໄຮ້ສິວ ແລະ ຜິວລຽບນຽນສຸຂະພາບດີ.

ອ້າງອີງຈາກ:

https://cutt.ly/5wgWHUBl

https://cutt.ly/gwgWJjxV

https://cutt.ly/AwgWJZwL

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/