ນັກວິໄຈມະຫາວິທະຍາໄລຊຽງໃໝ່ ຄົ້ນພົບພືດຊະນິດໃໝ່ຂອງໂລກ ຕັ້ງຊື່ວ່າ ບຸຫງາລະລິສາ ຕາມ Lisa BLACKPINK


ນັກວິໄຈມະຫາວິທະຍາໄລຊຽງໃໝ່ ປະກາດຄົ້ນພົບພືດຊະນິດໃໝ່ຂອງໂລກ ພ້ອມຕັັ້ງຊື່ໃຫ້ວ່າ ບຸຫງາລະລິສາ ດອກໄມ້ແຫ່ງຄວາມພະຍາຍາມ ຕາມ Lisa BLACKPINK ຫຼັງຈາກເປັນແຮງບັນດານໃຈໃນການເຮັດວິໄຈໃຫ້ອົດທົນ ແລະ ບັນເທົາຄວາມກົດດັນຕ່າງໆ.

ໃນວັນທີ 11 ເມສາ 2023 ຜ່ານມາ ທີມວິໄຈສັງກັດພາກວິຊາ ຊີວະວິທະຍາ ຄະນະວິທະຍາສາດ ມະຫາວິທະຍາໄລຊຽງໃໝ່ ທີ່ນຳໂດຍ ຜສ.ດຣ ທະນາວັດ ເຊົາວະສະກູ, ນາງ ອານິສະລາ ດຳທອງດີ ນັກສຶກສາລະດັບປະລິນຍາເອກ ສາຂາວິຊາຄວາມຫຼາກຫຼາຍທາງຊີວະພາບ ແລະ ຊີວະວິທະຍາຊາດພັນ ແລະ ອັບດຸນ ບາກາ ນັກວິໄຈສັງກັດກຸ່ມວິໄຈອິດສະຫຼະ PDi : Plant Diversity in Thailand ພ້ອມກັບນັກວິໄຈອີກຫຼາຍຄົນໄດ້ຮ່ວມກັນສຶກສາຕົວຢ່າງ ພືດດອກຫອມ ຈາກວົງຕະກຸນກະດັງງາ ໃນ ແຂວງນາຣາທິວາດ.

ຈາກການສຶກສາຕົວຢ່າງໄດ້ຄົ້ນພົບ ພີຶດຊະນິດໃໝ່ຂອງໂລກຈຳນວນ 1 ຊະນິດ ຄື “ບຸຫງາລະລິສາ” ທີ່ມີຊື່ທາງວິທະຍາສາດວ່າ “ Friesodielsia lalisaeDamth., Baka & Chaowasku” ໂດຍທີ່ມາຂອງການຕັ້ງຊື່ເພື່ອເປັນກຽດໃຫ້ແກ່ ລະລິສາ ມະໂນບານ ຫຼື Lisa BLACKPINK ສິລະປິນຊື່ດັງຊາວໄທທີ່ສັງກັດຢູ່ຄ້າຍເພງຊື່ດັງຂອງເກົາຫຼີໃຕ້ ເຊິ່ງໄດ້ມາເປັນແຮງບັນດານໃຈໃຫ້ການສຶກສາຂອງນັກສຶກສາປະລິນຍາເອກຂອງ ອານິສະລາ ໂດຍລາວກ່າວວ່າ ເນື່ອງຈາກຕົນເອງກໍມີຄວາມມັກຮັກໃນຕົວຂອງ Lisa BLACKPINK ເວລາຕົນເອງມີບົດທົດສອບກັບຊີວິດຕ່າງກໍຈະມີ Lisa ເປັນແຮງຊຸກຍູ້ທີ່ສຳຄັນໃຫ້ຕົນເອງຕັ້ງໃຈຮຽນ, ຕັ້ງໃຈເຮັດວິໄຈ ແລະ ເປັນແຮງບັນດານໃຈໃຫ້ອົດທົນສູ້ ໂດຍສະເພາະເວລາຄຽດ ການໄດ້ຮ້ອງເພງ ໄດ້ເຕັ້ນ ແລະ ເບິ່ງເອັມວີເພງຂອງ Lisa ມັນຊ່ວຍຜ່ອນຄາຍໄດ້ດີ.

ໂດຍທີ່ ບຸຫງາລະລິສາມີລັກສະນະເດັ່ນ ເປັນໄມ້ເລື້ອຍເນື້ອແຂງ ດອກເປັນດອກດ່ຽວ, ມີກິ່ນຫອມ, ກີບດອກໜາ, ມີສີເຫຼືອງ ກີບຊັ້ນນອກຍາວ ກີບຊັ້ນໃນປະກົບກັນບໍ່ບານອອກ ມີຄວາມຍາວປະມານເຄິ່ງໜຶ່ງຂອງກີບຊັ້ນນອກ ດ້ວຍຄວາມຫາຍາກຂອງ ບຸຫງາລະລິສາ ອາດເຮັດໃຫ້ມັນສ່ຽງຕໍ່ການສູນພັນ ຈຶ່ງມີຄວາມຈຳເປັນຕ້ອງຊ່ວຍກັນອະນຸລັກ ແລະ ຂະຫຍາຍພັນບຸຫງາລະລິສາ ກ່ອນຈະເຫຼືອໄວ້ພຽງແຕ່ຊື່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/