Elon Musk ຍຸບບໍລິສັດ Twitter Inc. ພ້ອມຄວບເຂົ້າກັບບໍລິສັດໃໝ່ຂອງຕົນເອງ ກຽມສ້າງ Super App


ເອີ້ນໄດ້ວ່າເປັນອີກໜຶ່ງກ້າວໃຫຍ່ ແລະ ການປ່ຽນແປງຄັ້ງໃຫຍ່ທີ່ເກີດຂື້ນກັບ Twitter ພາຍຫຼັງ ອີລອນ ມາກສ ປະກາດຍຸບບໍລິສັດ Twitter Inc. ພ້ອມຄວບເຂົ້າກັບ X Corp. ບໍລິສັດເທັກໂນໂລຢີຂອງຕົນເອງ ຫວັງສ້າງ Super App ຕາມຄວາມຕັ້ງໃຈຂອງຕົນເອງ.

ຢ້ອນກັບໄປກ່ອນໜ້ານີ້ ເມື່ອປີກ່ອນ ອີລອນ ມາກສ ເຄີຍລະບຸວ່າ ລາວຢາກປ່ຽນ Twitter ໃຫ້ກາຍເປັນ Super App ແບບດຽວກັນກັບ Wechat ຂອງປະເທດຈີນທີ່ຕົວແອັບມີການໃຫ້ບໍລິການຫຼາຍຢ່າງນອກເໜືອຈາກເປັນແອັບທີ່ໃຊ້ສື່ສານ ເຊັ່ນ: ບໍລິການທາງດ້ານການເງິນ, ສັ່ງອາຫານ, ເອີ້ນລົດແທັກຊີ່, ຈອງປີ້ຍົນ  ແລະ ອື່ນໆ ອີກຫຼາຍຢ່າງ.

ໂດຍຂໍ້ມູນການຄວບລວມບໍລິສັດດັ່ງກ່າວ ເປັນຂໍ້ມູນທີ່ພົບໃນເອກະສານ ທີ່ກ່ຽວຂ້ອງກັບຄະດີຄວາມລະຫວ່າງ Twitter ແລະ Facebook ທີ່ມີບັນຫາກັບ Laura Loomer  ເຊິ່ງເປັນນັກເຄື່ອນໄຫວ ແບະ ນັກກິດຈະກຳທາງການເມືອງ. ໂດຍ ການເຄື່ອນໄຫວດັ່ງກ່າວບໍ່ໄດ້ມີການເປີດເຜີຍຕໍ່ສັງຄົມກໍເນື່ອງມາຈາກ Twitter ບໍ່ແມ່ນບໍລິສັດມະຫາຊົນອີກຕໍ່ໄປ ຈຶ່ງບໍ່ຈໍາເປັນຕ້ອງແຈ້ງການເຄື່ອນໄຫວໃດໆໃຫ້ກັບຄະນະກຳມະການກຳກັບດູແລຕະຫຼາດຫຼັກຊັບ ຮັບຮູ້ແຕ່ຢ່າງໃດ.

ໂດຍການຄວບ Twitter ເຂົ້າໄປຢູ່ໃນພາຍໃຕ້ບໍລິສັດ ທີ່ຊື່ວ່າ X Corp. ນີ້ ຫຼາຍຝ່າຍກໍບອກວ່າເປັນຄວາມຕັ້ງໃຈຂອງ ອີລອນ ທີ່ຢາກຈະສ້າງ Super App ຂອງຕົນເອງຂຶ້ນມາ. ບວກກັບຕົວອັນສອນ X ເຊິ່ງເປັນຕົວອັກສອນທີ່ ອີລອນເຄີຍໃຊ້ມາກ່ອນເມື່ອຫຼາຍປີທີ່ຜ່ານມາ ເພາະ ອີລອນເປັນຜູ້ກໍ່ຕັ້ງ X.com ເຊິ່ງເປັນເວັບໄຊໃຫ້ບໍລິການດ້ານການເງິນ ທີ່ພາຍຫຼັງຖືກຄວບກິດຈະການຈົນກາຍມາເປັນ Paypal ດັ່ງທຸກມື້ນີ້

ແຕ່ຢ່າງໃດກໍຕາມກ່ຽວກັບການປ່ຽນແປງ ແລະ ທິດທາງຕ່າງໆ ນີ້ ອີລອນຍັງບໍ່ທັນໄດ້ອອກມາຊີ້ແຈງ ຫຼື ໃຫ້ລາຍລະອຽດໃດໆເທື່ອ ແຕ່ຫຼາຍຄົນກໍເບິ່ງວ່ານີ້ອາດເປັນການບອກໃບ້ ແລະ ເຮົາອາດຈະໄດ້ເຫັນການປ່ຽນແປງຄັ້ງໃຫຍ່ເກີດຂຶ້ນໃນໄວໆນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/