ສີທີ່ຫາຍາກທີ່ສຸດໃນໂລກ


ປັດຈຸບັນການຫາເລືອກໃຊ້ສີສັນຕ່າງໆກາຍເປັນເລື່ອງທຳມະດາໄປແລ້ວ ແຕ່ຖ້າຢ້ອນກັບໄປຫຼາຍຮ້ອຍປີກ່ອນ ການຫາສີໃດໜຶ່ງທີ່ສະເພາະເຈາະຈົງນັ້ນເປັນເລື່ອງທີ່ຍາກຫຼາຍ.

ທີ່ພິພິທະພັນສິລະປະຮາວາດ (Harvard Art Museums) ມີ Forbes Pigment Collection ບ່ອນສະສົມສີທີ່ສຳຄັນລະດັບຫາຍາກ ໄດ້ມີການລວບລວມສີໄວ້ຫຼາຍກວ່າ 2.500 ຊະນິດ ໂດຍນາຣາຍັນ ການດີກາ (Narayan Khandekar) ເປັນຜູ້ດູແລ. ນາຣາຍັນ ເປັນຜູ້ຫຼົງໃຫຼໃນເລື່ອງສີ ເອີ້ນວ່າເປັນບຸກຄົນສຳຄັນທາງວົງການສິລະປະເລີຍກໍວ່າໄດ້ເພາະເປັນຜູ້ພິສູດວ່າສີຕ່າງໆເກີດຂຶ້ນມາໄດ້ແນວໃດ.

ເຮົາມາເບິ່ງນຳກັນວ່າສີທີ່ນາຣາຍັນຍົກໃຫ້ເປັນສີທີ່ຫາຍາກຈະມີສີຫຍັງແດ່?

1. ສີເຫຼືອງຍ່ຽວງົວ

ຫຼາຍຄົນຟັງແລ້ວກໍແປກໃຈແຕ່ທຸກຄົນຟັງບໍ່ຜິດ, ຈາກບັນທຶກໃນປີ 1883 ໄດ້ເລົ່າໄວ້ວ່າບ້ານມິລະຊາປຸລະໃນປະເທດອິນເດຍລ້ຽງງົວໂດຍໃຫ້ກິນໃບໝາກມ່ວງເປັນອາຫານ ແລ້ວເກັບຍ່ຽວງົວສີເຫຼືອງສົດມາເຮັດເປັນສີຍ້ອມ.

2. ສີນ້ຳຕານຈາກມຳມີ້ (Mummy Brown)

ອາດຈະຟັງແລ້ວຕາຢ້ານ ແຕ່ໃນສະຕະວັດທີ 18 ແລະ 19 ສີ Mummy Brown ໄດ້ຮັບຄວາມນິຍົມຫຼາຍ ໂດຍສະໄໝກ່ອນ ມີການຜະລິດເມັດສີຈາກການສະກັດເຣຊິນສີນ້ຳຕານທີ່ຢູ່ເທິງຜ້າພັນມຳມີ້ຈາກອີຢິບ.

3. ສີມ່ວງຈາກຫອຍນັບ 12.000 ໂຕ (Tyrian Purple)


ສີ Tyrian Purple ເປັນຕົວແທນຂອງຄວາມຫຼູຫຼາໃນອະດີດ ມີພຽງສະມາຊິກລາຊະວົງເທົ່ານັ້ນທີ່ສາມາດໃຊ້ສີ Tyrian Purple ໄດ້ ເຊິ່ງກ່ອນຈະໄດ້ປະລິມານວັດຖຸດິບໃນການສ້າງສີ Tyrian Purple ຈຳນວນ 1,4 ກຣາມນັ້ນ ຈະຕ້ອງໃຊ້ຫອຍຫຼາຍກວ່າ 12.000 ໂຕມາບົດສ່ວນແຄມເຄືອບເປືອກເພື່ອສ້າງສີມ່ວງ Tyrian Purple.

4. Ultramarine blue

ສີຟ້າທີ່ມີລາຄາແພງກວ່າຄຳ ສີຟ້າ Ultramarine ເຄີຍເປັນເຄື່ອງໝາຍບົ່ງບອກລັກສະນະທາງສັງຄົມໃນຍຸກໜຶ່ງ ເນື່ອງຈາກໃນສະຕະວັດທີ 14 ແລະ 15 ສີ Ultramarine blue ເຮັດມາຈາກຫີນແຮ່ ລາປິສ ລາຊູລີ່ (Lapis lazuli) ທີ່ພົບໄດ້ເທິງພູສູງເທົ່ານັ້ນ ຈຶ່ງເຮັດໃຫ້ສີ Ultramarine Blue  ເປັນສີທີ່ລ້ຳຄ່າ ແລະ ມີມູນຄ່າສູງ.


5. ສີເລືອດມັງກອນ

ເຖິງຈະຊື່ວ່າສີເລືອດມັງກອນແຕ່ບໍ່ໄດ້ມາຈາກເລືອດມັງກອນແທ້ຈິງແຕ່ຢ່າງໃດ ສີເລືອດມັງກອນເປັນສີທີ່ມາຈາກຕົ້ນ Dracaena draco ແລະ ຕົ້ນ Dracaena cinnabari ເຊິ່ງເປັນຕົ້ນໄມ້ທີ່ເກີດຂຶ້ນສະເພາະບາງພື້ນທີ່ເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/