Girl with a Pearl Earring ໂມນາລິຊ່າຂອງຊາວດັດ


ຮູບພາບ Girl with a Pearl Earring ຫຼື ‘ສາວໃສ່ຕຸ້ມຫູມຸກ’ ເປັນໜຶ່ງໃນງານສິລະປະທີ່ມີຊື່ສຽງທີ່ສຸດໃນໂລກ ເປັນພາບຂຽນສີນ້ຳມັນທີ່ຂຽນໂດຍ ‘Johannes Vermeer’ ຈິດຕະກອນຊາວດັດ

Girl with a Pearl Earring ມີຊື່ພາສາດັດວ່າ ‘Het meisje met de parel’ ທີ່ຖືກຂະໜານນາມວ່າເປັນ ‘ໂມນາລິຊ່າແຫ່ງທິດເໜືອ’ ຫຼື ‘ໂມນາລິຊ່າຂອງຊາວດັດ’ (Dutch’s Mona Lisa)

Vermeer ໄດ້ແຕ້ມຮູບນີ້ໃນສະຕະວັດທີ 17 ຊຸມປີ 1665 ຫຼື 356 ປີກ່ອນ. Vermeer ໄດ້ໃຊ້ແນວຄິດສິລະປະແບບບາໂຣກ (Baroque art) ທີ່ຈະມີລັກສະນະເນັ້ນໜັກໄປທາງທຳມະຊາດສະແດງເຖິງຄວາມອ່ອນໄຫວ, ຊັບຊ້ອນ ແລະ ສະດຸດຕາ.

ໃນຕອນທີ່ຍັງມີຊີວິດຢູ່ Vermeer ບໍ່ໄດ້ຮັບການຍ້ອງຍໍພໍເທົ່າໃດ ແລະ ຍັງຖືກເບິ່ງຂ້າມ, ຈົນເຖິງສະຕະວັດທີ 20 ຫຼື ຜ່ານມາ 200 ປີ ຜົນງານຂອງ Vermeer ຖືກຄົ້ນພົບ ແລະ ເກີດມີຊື່ສຽງໂດ່ງດັງອີກຄັ້ງ.

ສິ່ງທີ່ຫຼາຍຄົນໃຫ້ຄວາມສົນໃຈທີ່ສຸດ ເປັນຈຸດທີ່ເຮັດໃຫ້ຜູ້ຄົນຕັ້ງຂໍ້ສົງໄສກໍຄືຕຸ້ມຫູ ເນື່ອງຈາກມີລັກສະນະແວວວາວເກີນກວ່າທີ່ຈະເປັນມຸກ ແລະ ຍັງມີຂະໜາດໃຫຍ່. ນັກໂລຫະວິທະຍາໄດ້ສັນນິດຖານວ່າອາດຈະເປັນໂລຫະຊຸບກົ່ວ.

ອີກໜຶ່ງສິ່ງທີ່ໄດ້ມີການເວົ້າເຖິງກໍຄືຜ້າຄຸມຫົວສີຟ້າຂອງຍິງສາວ ໃນສະໄໝນັ້ນສີຟ້າມີລາຄາແພງທີ່ສຸດ ເພາະສີຟ້າ Ultramarine blue ເຮັດມາຈາກຫີນແຮ່ ລາປິສ ລາຊູລີ່ (lapis lazuli) ທີ່ຫາຍາກ ຈຶ່ງເຮັດໃຫ້ພາບ Girl with a Pearl Earring ໜ້າສົນໃຈຂຶ້ນຕື່ມອີກ ແລະ ຍັງມີການສັນນິດຖານວ່າຍິງສາວໃນຮູບເປັນ Tronie ຫຼື ພາບຍິງສາວໃນອຸດົມຄະຕິທີ່ບໍ່ໄດ້ມີຕົວຕົນແທ້ຈິງ.

ພາບນີ້ໄດ້ສ້າງຄວາມຫຼົງໃຫຼແກ່ຜູ້ຮັກງານສິລະປະ ແລະ ນັກວິໄຈມາເປັນເວລາຍາວນານໂດຍຮູບພາບໄດ້ເຜີຍໃຫ້ເຫັນສະເໜ່ຂອງຍິງສາວທີ່ມີຮູບລັກສະນະທີ່ຍາກຈະອະທິບາຍ. ພາບດັ່ງກ່າວຍັງເປັນແຮງບັນດານໃຈສູ່ນະວະນິຍາຍ ແລະ ຮູບເງົາທີ່ໂດ່ງດັງ.

ປັດຈຸບັນຮູບພາບ Girl with a Pearl Earring  ຖືກນຳມາວາງສະແດງຢູ່ທີ່ພິພິທະພັນ Mauritshuis ທີ່ນະຄອນ The Hague ປະເທດເນເທີແລນ.

ອ້າງອີງຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/