ນັກວິທະຍາສາດກ່າວວ່າ ປາສາຍພັນຕ່າງໆກຳລັງມີຂະໜາດຫົດລົງ ອາດເປັນຜົນມາຈາກວິກິດການດ້ານສະພາບອາກາດ


ຈາກການວິເຄາະຂະ​ໜາດ​ຂອງ​ສັດ​ ແລະ ​ພືດ​ຫຼາຍ​ພັນ​ຊະ​ນິດ​ໃນ​ທົ່ວ​ໂລກ​ສະ​ແດງ​ໃຫ້​ເຫັນ​ວ່າ​ສາຍພັນ​ຕ່າງໆກຳລັງຫົດຕົວລົງ​​, ນັກ​ຄົ້ນ​ຄວ້າ​ກ່າວ​ວ່າ​ສາຍພັນຕ່າງໆ​ເຊັ່ນ: ​ປາສະເກັດ (skate) ທີ່ອາໄສຢູ່ໃນເເອດເເລນຕິກເໜືອທີ່ສາມາດຍາວໄດ້ຮອດ 1 ເເມັດມີ​ຂະ​ໜາດໂຕ​ນ້ອຍ​ລົງ, ໃນ​ຂະ​ນະ​ທີ່​ສາຍພັນ​ທີ່​ມີ​ຮ່າງ​ກາຍ​ຂະ​ໜາດ​ນ້ອຍ​ເຊັ່ນ​: ປາເເມັກເຄີເຣວ (mackerel) ກັບມີ​ການ​ຂະ​ຫຍາຍຂອງໂຕເພີ່ມຂຶ້ນ​ຢ່າງ​ຫຼວງ​ຫຼາຍ ເຊິ່ງນີ້ເຮັດໃຫ້ອົງປະກອບ ແລະ ການເຮັດວຽກຂອງລະບົບນິເວດມີການປ່ຽນແປງ.

ນັກວິທະຍາສາດຍັງຄົງສືບຕໍ່ຄົ້ນຄວ້າຫາເຫດຜົນສໍາລັບການປ່ຽນແປງຂອງຂະໜາດ ຮ່າງກາຍຂອງສັດສາຍພັນຕ່າງໆ. ໂດຍພວກເຂົາຄາດວ່າສາເຫດດັ່ງກ່າວອາດເປັນຜົນມາຈາກອຸນຫະພູມທີ່ເພີ່ມຂຶ້ນທົ່ວໂລກ ແລະ ການບໍລິໂພກຫຼາຍເກີນໄປ.

ນອກຈາກນີ້ຍັງມີລາຍງານອື່ນໆອີກທີ່ກ່ຽວກັບການຫຼຸດລົງຂອງຂະໜາດປາໃນທະເລເໜືອ ເເລະ ປາເເຊວມອນໃນອະລາສກາ, ເຊິ່ງນັກຄົ້ນຄວ້າບາງຄົນເຊື່ອວ່າເຫດການທີ່ເກີດຂຶ້ນນີ້ເເມ່ນເກີດຈາກຜົນກະທົບຈາກວິກິດການດ້ານສະພາບພູມອາກາດ.

Dr.Inês Martins ຫົວໜ້ານັກຄົ້ນຄວ້າຈາກມະຫາວິທະຍາໄລ York ກ່າວວ່າ ພວກເຮົາພົບເຫັນວ່າບໍ່ໄດ້ມີພຽງເເຕ່ປາບາງສາຍພັນທີ່ມີຮ່າງກາຍມີການຫົດໂຕລົງຈົນສາມາດເຫັນໄດ້ຢ່າງຊັດເຈນເທົ່ານັ້ນ. ເເຕ່ສິ່ງທີ່ມີຊີວິດຕ່າງໆນັ້ນກໍເລິ່ມມີຂະໜາດໜ້ອຍລົງ ໂດຍຜ່ານການປະສົມລະຫວ່າງການທົດແທນສາຍພັນ ແລະ ການປ່ຽນແປງພາຍໃນປະຊາກອນສາຍພັນ, ເຊິ່ງສາຍພັນທີ່ໃຫຍ່ກວ່າຈະຖືກເເທນທີ່ດ້ວຍສາຍພັນທີ່ນ້ອຍກວ່າ.

ສາສະດາຈານ Maria Dornelas ຈາກມະຫາວິທະຍາໄລ St Andrews ຜູ້ຂຽນບົດລາຍງານກ່າວວ່າ “ມັນເປັນທີ່ຊັດເຈນວ່າການທົດແທນສາຍພັນທີ່ແຜ່ຂະຫຍາຍໄປໃນທົ່ວໂລກ ກຳລັງສົ່ງຜົນກະທົບທີ່ກຳລັງຈະຕາມມາ, ໂດຍສັດທີ່ມີຂະໜາດນ້ອຍລົງຈະສົ່ງຜົນກະທົບທີ່ສໍາຄັນເພາະວ່າຂະໜາດຂອງສັດເປັນຕົວກາງໃນການປະກອບສ່ວນເຂົ້າໃນການເຮັດວຽກຂອງລະບົບນິເວດ ແລະ ມະນຸດກໍໄດ້ຮັບຜົນປະໂຫຍດຈາກພວກມັນ ເພາະປາທີ່ໃຫຍ່ສາມາດລ້ຽງຄົນໄດ້ຫຼາຍກວ່າປານ້ອຍ”

ເຖິງແມ່ນວ່າການຫົດຕົວລົງຈະພົບເຫັນໄດ້ທົ່ວໄປເເຕ່ໃນປາ, ແຕ່ມັນກໍຍັງມີພົບເຫັນຢູ່ໃນພືດບາງຊະນິດ ແລະ ສັດບໍ່ມີກະດູກສັນຫຼັງບາງຊະນິດອີກດ້ວຍ. ໂດຍສາຍພັນອື່ນໆມີການປ່ຽນແປງຂະໜາດຂອງຮ່າງກາຍເຊັ່ນ: ພືດໃນເເຖບ Arctic…

ທີ່ມາ:

theguardian

science

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/