ຈາກການວິເຄາະຂະໜາດຂອງສັດ ແລະ ພືດຫຼາຍພັນຊະນິດໃນທົ່ວໂລກສະແດງໃຫ້ເຫັນວ່າສາຍພັນຕ່າງໆກຳລັງຫົດຕົວລົງ, ນັກຄົ້ນຄວ້າກ່າວວ່າສາຍພັນຕ່າງໆເຊັ່ນ: ປາສະເກັດ (skate) ທີ່ອາໄສຢູ່ໃນເເອດເເລນຕິກເໜືອທີ່ສາມາດຍາວໄດ້ຮອດ 1 ເເມັດມີຂະໜາດໂຕນ້ອຍລົງ, ໃນຂະນະທີ່ສາຍພັນທີ່ມີຮ່າງກາຍຂະໜາດນ້ອຍເຊັ່ນ: ປາເເມັກເຄີເຣວ (mackerel) ກັບມີການຂະຫຍາຍຂອງໂຕເພີ່ມຂຶ້ນຢ່າງຫຼວງຫຼາຍ ເຊິ່ງນີ້ເຮັດໃຫ້ອົງປະກອບ ແລະ ການເຮັດວຽກຂອງລະບົບນິເວດມີການປ່ຽນແປງ.
ນັກວິທະຍາສາດຍັງຄົງສືບຕໍ່ຄົ້ນຄວ້າຫາເຫດຜົນສໍາລັບການປ່ຽນແປງຂອງຂະໜາດ ຮ່າງກາຍຂອງສັດສາຍພັນຕ່າງໆ. ໂດຍພວກເຂົາຄາດວ່າສາເຫດດັ່ງກ່າວອາດເປັນຜົນມາຈາກອຸນຫະພູມທີ່ເພີ່ມຂຶ້ນທົ່ວໂລກ ແລະ ການບໍລິໂພກຫຼາຍເກີນໄປ.
ນອກຈາກນີ້ຍັງມີລາຍງານອື່ນໆອີກທີ່ກ່ຽວກັບການຫຼຸດລົງຂອງຂະໜາດປາໃນທະເລເໜືອ ເເລະ ປາເເຊວມອນໃນອະລາສກາ, ເຊິ່ງນັກຄົ້ນຄວ້າບາງຄົນເຊື່ອວ່າເຫດການທີ່ເກີດຂຶ້ນນີ້ເເມ່ນເກີດຈາກຜົນກະທົບຈາກວິກິດການດ້ານສະພາບພູມອາກາດ.
Dr.Inês Martins ຫົວໜ້ານັກຄົ້ນຄວ້າຈາກມະຫາວິທະຍາໄລ York ກ່າວວ່າ ພວກເຮົາພົບເຫັນວ່າບໍ່ໄດ້ມີພຽງເເຕ່ປາບາງສາຍພັນທີ່ມີຮ່າງກາຍມີການຫົດໂຕລົງຈົນສາມາດເຫັນໄດ້ຢ່າງຊັດເຈນເທົ່ານັ້ນ. ເເຕ່ສິ່ງທີ່ມີຊີວິດຕ່າງໆນັ້ນກໍເລິ່ມມີຂະໜາດໜ້ອຍລົງ ໂດຍຜ່ານການປະສົມລະຫວ່າງການທົດແທນສາຍພັນ ແລະ ການປ່ຽນແປງພາຍໃນປະຊາກອນສາຍພັນ, ເຊິ່ງສາຍພັນທີ່ໃຫຍ່ກວ່າຈະຖືກເເທນທີ່ດ້ວຍສາຍພັນທີ່ນ້ອຍກວ່າ.
ສາສະດາຈານ Maria Dornelas ຈາກມະຫາວິທະຍາໄລ St Andrews ຜູ້ຂຽນບົດລາຍງານກ່າວວ່າ “ມັນເປັນທີ່ຊັດເຈນວ່າການທົດແທນສາຍພັນທີ່ແຜ່ຂະຫຍາຍໄປໃນທົ່ວໂລກ ກຳລັງສົ່ງຜົນກະທົບທີ່ກຳລັງຈະຕາມມາ, ໂດຍສັດທີ່ມີຂະໜາດນ້ອຍລົງຈະສົ່ງຜົນກະທົບທີ່ສໍາຄັນເພາະວ່າຂະໜາດຂອງສັດເປັນຕົວກາງໃນການປະກອບສ່ວນເຂົ້າໃນການເຮັດວຽກຂອງລະບົບນິເວດ ແລະ ມະນຸດກໍໄດ້ຮັບຜົນປະໂຫຍດຈາກພວກມັນ ເພາະປາທີ່ໃຫຍ່ສາມາດລ້ຽງຄົນໄດ້ຫຼາຍກວ່າປານ້ອຍ”
ເຖິງແມ່ນວ່າການຫົດຕົວລົງຈະພົບເຫັນໄດ້ທົ່ວໄປເເຕ່ໃນປາ, ແຕ່ມັນກໍຍັງມີພົບເຫັນຢູ່ໃນພືດບາງຊະນິດ ແລະ ສັດບໍ່ມີກະດູກສັນຫຼັງບາງຊະນິດອີກດ້ວຍ. ໂດຍສາຍພັນອື່ນໆມີການປ່ຽນແປງຂະໜາດຂອງຮ່າງກາຍເຊັ່ນ: ພືດໃນເເຖບ Arctic…
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/