Rug Pull ກົນໂກງຍອດນິຍົມໃນໂລກຂອງ Crypto


Rug Pull ເປັນໜຶ່ງໃນກົນໂກງຍອດນິຍົມທີ່ມັກເກີດຂຶ້ນໃນໂລກຂອງ DeFi (Decentralized Finance) ທີ່ເກີດຈາກນັກພັດທະນາໂຄງການອອກຫຼຽນໃໝ່ໆມາເພື່ອຫຼອກລໍ້ຜູ້ຄົນເຂົ້າມາຖື ກ່ອນທີ່ຈະເທຂາຍ ຫຼື ຖິ້ມໂຄງການນັ້ນ ສົ່ງຜົນໃຫ້ມູນຄ່າຂອງຫຼຽນນັ້ນໆເຫຼືອສູນ, ເຮັດຜູ້ຄົນທີ່ເຂົ້າມາລົງທຶນເກີດຄວາມເສຍຫາຍຢ່າງມະຫາສານ. ໃນມື້ນີ້ເຮົາຈະພາໄປຮູ້ຈັກກັນວ່າ Rug Pull ກົນໂກງຍອດນິຍົມນີ້ມັນແມ່ນຫຍັງ ແລະ ຈະມີວິທີປ້ອງກັນໄດ້ແນວໃດ?

Rug Pull ແມ່ນຫຍັງ?

Rug Pull ມາຈາກການທີ່ເອົາສອງຄໍາມາລວມເຂົ້າກັນ, ເຊິ່ງ Rug ຈະໝາຍຄວາມວ່າ “ພົມ” ແລະ Pull ໝາຍຄວາມວ່າ “ດຶງ”. ໂດຍພົມນັ້ນປຽບສະເໝືອນແພລັດຟອມໃນໂລກ DeFi ທີ່ນັກລົງທຶນນຳເງິນຂອງເຂົາເຈົ້າເຂົ້າໄປໃສ່ລະບົບ ຫຼັງຈາກນັ້ນ ຜູ້ທີ່ພັດທະນາໂຄງການໃນແພລັດຟອມນັ້ນໆກໍຖອນເງິນອອກຈາກລະບົບໄປ.

ຕົວຢ່າງ: Rug Pull ໃນຮູບແບບການດືງ Liquidity ອອກຈາກ Pool ຫຼື ການຖອນ LP (Liquidity Pool) . ວິທີການນີ້ແມ່ນ ແພລັດຟອມຈະມີກອງທຶນ ຫຼື Liquidity Pool ແລະ ມີ tokens ທີ່ທາງແພລັດຟອມໄດ້ສ້າງຂຶ້ນ. ຍົກ​ຕົວ​ຢ່າງເຊັ່ນ: ໃນກອງທຶນມີ EFG tokens ແລະ ມີຫຼຽນອື່ນໆຮ່ວມນຳ. ໂດຍເຈົ້າຂອງແພລັດຟອມຈະເຮັດໃຫ້ແພລັດຟອມຕົນເອງນັ້ນເປັນທີ່ໜ້າສົນໃຈແລ້ວດຶງດູດນັກລົງທຶນໃຫ້ເຂົ້າມາຊື້ຫຼຽນ ຫຼື tokens ຂອງແພລັດຟອມກໍຄື EFG token.

ເມື່ອມີນັກລົງຈຳນວນຫຼາຍເຂົ້າມາລົງທຶນໃນແພລັດຟອມດັ່ງກ່າວ ກໍຈະເຮັດໃຫ້ກອງທຶນນັ້ນມີ USDT ຫຼາຍຂຶ້ນ ແລະ ລາຄາຂອງ EFG Coin ກໍຈະເພີ່ມຂຶ້ນຕາມ. ຫຼັງຈາກນັ້ນ, ຜູ້ພັດທະນາແພລັດຟອມດັ່ງກ່າວກໍຈະທະຍອຍຂາຍ EFG token ທີ່ພວກເຂົາຖືຢູ່ ແລ້ວກໍເຮັດການຖອນ USDT ອອກຈາກແພລັດຟອມທັງໝົດ ເພື່ອປະກາດວ່ານີ້ແມ່ນການ Rug Pull ຢ່າງເປັນທາງການ.

ໂດຍນັກລົງທຶນທີ່ຖືກ Rug Pull ຈະບໍ່ສາມາດນຳເອົາ EFG token ທີ່ພວກເຂົາຖືຢູ່ນັ້ນໄປປ່ຽນເປັນ USDT ໄດ້, ເພາະວ່າ USDT ທັງໝົດໄດ້ຖືກດຶງອອກຈາກ Liquidity Pool ແລ້ວ. ເຮັດໃຫ້ແພລັດຟອມດັ່ງກ່າວນັ້ນກາຍເປັນ token ທີ່ບໍ່ມີຄ່າ.

  • ສະຫຼຸບຂັ້ນຕອນການ Rug pull ແບບຖອນ LP (Liquidity Pool)
  • ສ້າງຫຼຽນໃນແພລັດຟອມ ແລະ ໃຊ້ພວກມັນເພື່ອສ້າງກອງທຶນ (Liquidity Pool) ໂດຍມີຫຼຽນອື່ນໆຢູ່ໃນກອງທຶນນຳ.
  • ດຶງດູດນັກລົງທຶນໄປຫາແພລັດຟອມ ແລະ ຊື້ຫຼຽນຂອງແພລັດຟອມ. ໂດຍໃຊ້ຜົນຕອບແທນຈາກການ Staking ຫຼຽນເພື່ອດຶງດູດຜູ້ຄົນໃຫ້ສົນໃຈ.
  • ເຈົ້າຂອງແພລັດຟອມເທຂາຍຫຼຽນ ແລະດຶງ USDT ອອກຈາກລະບົບ, ເຮັດໃຫ້ລາຄາຫຼຽນຂອງແພລັດຟອມຕົກລົງ.

Rug pull ແບ່ງອອກເປັນ 3 ຮູບແບບຫຼັກໆຄື:

  • ການລັກສະພາບຄ່ອງຂອງລະບົບ (Stealing Liquidity): ແມ່ນການທີ່ຜູ້ສ້າງໂຄງການຖອນຫຼຽນຂອງຜູ້ໃຊ້ງານອື່ນໆອອກຈາກແພລັດຟອມ. ໂດຍການເຮັດແບບນີ້, ຈະເຮັດໃຫ້ຫຼຽນຫຼັກໆຂອງໂຄງການນັ້ນມີມູນຄ່າເທົ່າກັບສູນ ແລະ ຫຼຽນທີ່ຝາກໄວ້ກໍບໍ່ສາມາດສົ່ງກັບຄືນໄດ້.
  • ການລັອກຄຳສັ່ງຂາຍຫຼຽນ (Disabling the ability to sell) : ແມ່ນການທີ່ຜູ້ພັດທະນາໂຄງການຫຼຽນໃໝ່ໆ ຈະຊັກຊວນຫຼອກລໍ້ໃຫ້ນັກລົງທຶນເຂົ້າມາຝາກຫຼຽນຂອງພວກເຂົາ ເພື່ອຮັບຫຼຽນຢູ່ໃນແພລັດຟອມທີ່ຕົນສ້າງຂຶ້ນ. ຫຼັງ​ຈາກ​ນັ້ນ​, ເມື່ອພໍໃຈກັບຈຳນວນຫຼຽນທີ່ນັກລົງທຶນເຂົ້າມາຝາກແລ້ວ ກໍຈະທຳການລັອກ​ບໍ່ໃຫ້ຖອນ ຫຼື ຂາຍຄືນ. ​
  • ການພ້ອມໃຈກັນຖອນເງິນອອກ (Developers cashing out): ແມ່ນການທີ່ກຸ່ມນັກພັດທະນາຈະໂປຣໂໝດຢ່າງໜັກຜ່ານແພລັດຟອມ social media ຕ່າງໆເພື່ອດຶງດູດຄວາມສົນໃຈເຮັດໃຫ້ນັກລົງທຶນເຂົ້າມາລົງທຶນຮ່ວມກັນ ແລະ ເມື່ອມີເງິນລົງທຶນຫຼາຍພໍສົມຄວນແລ້ວ, ກຸ່ມນັກພັດທະນາກໍຮຸ້ນສ່ວນໃນໂຄງການ ແລະ ຖອນຕົວອອກຈາກໂຄງການດັ່ງກ່າວຢ່າງໄວວາ.

ວິທີປ້ອງກັນການ Rug pull

ໃນໂລກຂອງ DeFi, ບໍ່ມີການປ້ອງກັນການໂຈມຕີຂອງ Rug Pull ແບບ 100% , ແຕ່ພວກເຮົາສາມາດສຶກສາ ແລະ ວິເຄາະວ່າແພລັດຟອມໃດໜ້າຈະເປັນແພລັດຟອມທີ່ດີ ແລະ ເຊື່ອຖືໄດ້. ດັ່ງນັ້ນພວກເຮົາຈຶ່ງມີວິທີການເບິ່ງຂໍ້ມູນຕ່າງໆມາແນະນຳດັ່ງນີ້:

  • ເບິ່ງວ່າແພລັດຟອມນັ້ນໆມີຄວາມໜ້າເຊື່ອຖືຫຼືບໍ່. ໂດຍອາດຈະເບິ່ງຜ່ານເວັບໄຊວ່າພວກເຂົາມີຄວາມຕັ້ງໃຈທີ່ແທ້ຈິງຫຼືບໍ່, ບໍ່ແມ່ນການຄັດລອກຂອງຄົນອື່ນ.
  • ເປີດໃບເຜີຍໜ້າຂອງບັນດານັກພັດທະນາ ແລະ ທີມງານ, ນີ້ຈະເພີ່ມຄວາມເຊື່ອໝັ້ນໃຈໃຫ້ກັບນັກລົງທຶນໄດ້ຂ້ອນຂ້າງຫຼາຍ.
  • ສຶກສາ Community ຕ່າງໆວ່າເປັນແນວໃດ? ອັບເດດຂ່າວສານ, ສົນທະນາ ຫຼືຕອບຄໍາຖາມກັບນັກລົງທຶນໄດ້ດີຫຼືບໍ່ເຊັ່ນ: Twitter, Telegram ແລະ Medium
  • ເບິ່ງ TVL (Total Value Locked) ຂອງແພລັດຟອມ ເພາະມັນເປັນຕົວຊີ້ວັດຄວາມໝັ້ນໃຈຂອງນັກລົງທຶນທີ່ມີຕໍ່ແພລັດຟອມ, ຍິ່ງ TVL ຫຼາຍເທົ່າໃດ ຍິ່ງເຮັດໃຫ້ມີຄົນເຊື່ອໝັ້ນທີ່ຈະເອົາເງິນມາລົງທຶນໃນແພລັດຟອມນັ້ນຫຼາຍ
  • ກວດເບິ່ງວ່າມີການ Audit ຈາກບໍລິສັດ Audit ທີ່ມີຊື່ສຽງຫຼືບໍ່ ເຊັ່ນ: Certik… ເຊິ່ງນີ້ຈະຊ່ວຍໄດ້ໃນລະດັບໃດໜຶ່ງ. ເນື່ອງຈາກວ່າບໍ່ແມ່ນນັກລົງທຶນທຸກຄົນທີ່ຈະສາມາດອ່ານ Smart Contract ໄດ້ ຈຳເປັນຕ້ອງໄດ້ມີບໍລິສັດ Audit ເຂົ້າມາເພື່ອຊ່ວຍກວດສອບ.

ທີ່ມາ:

techtoro

longtunman

mtrading    

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/