ຜູ້ປະກອບການທຸລະກິດ ສະເໜີລັດຖະບານອໍານວຍຄວາມສະດວກການຂົນສົ່ງສິນຄ້າ ແລະ ເກັບຄ່າບໍລິການເປັນເອກະພາບກັນ


ເນື່ອງໃນໂອກາດພົບປະນາຍົກລັດຖະມົນຕີ ໃນຂະແໜງກະສິກຳ ແລະ ປ່າໄມ້ ໄດ້ຈັດຂຶ້ນໃນວັນທີ 15 ກັນຍາ 2023 ຢູ່ຫໍປະຊຸມແຫ່ງຊາດ. ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ໄດ້ໃຫ້ສຳພາດວ່າ:

ຂ້າພະເຈົ້າ ໃນນາມບໍລິສັດ AIDC Logistics ຈຳກັດຜູ້ດຽວ ໃນເຄືອບໍລິສັດ ເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງຈຳກັດ ທີ່ກ່ຽວພັນທຸລະກິດ ແລະ ການນຳເຂົ້າ-ສົ່ງອອກ ສິນຄ້າກະສິກຳ ອັນຫຼັກໄດ້ສົ່ງອອກສິນຄ້າກະສິກຳເປັນຈຳນວນຫຼາຍ ໃນໄລຍະທີ່ຜ່ານມາ ແລະ ຮູ້ສຶກດີອົກດີໃຈ ທີ່ມີສ່ວນຮ່ວມມາປະກອບຄວາມຄິດເຫັນ ໃນກອງປະຊຸມອັນສຳຄັນ ເຊິ່ງກອງປະຊຸມນີ້ກໍໄດ້ຈັດຂຶ້ນໂດຍກະຊວງກະສິກຳປ່າໄມ້ ພົບປະກັບລັດຖະບານ ໃຫ້ກຽດເຂົ້າຮ່ວມໂດຍນາຍົກລັດຖະມົນຕີ ແລະ ພົບປະກັບນັກທຸລະກິດຫຼາຍພາກສ່ວນ ຖືວ່າເປັນເວທີໜຶ່ງທີ່ສຳຄັນ.

ຂອບໃຈລັດຖະບານ ທີ່ຮັບຟັງຂໍ້ຫຍຸ້ງຍາກ ແລະ ຂໍ້ສະດວກ ຫາທາງອອກຮ່ວມກັນ ເປົ້າໝາຍສູງສຸດຂອງ ເອໄອດີຊີ ແມ່ນເຮັດແນວໃດເພື່ອໃຫ້ຊາວກະສິກອນຂອງພວກເຮົາ ມີລາຍໄດ້ເພີ່ມຂຶ້ນ ເຮັດແນວໃດຈະໃຫ້ລັດມີພັນທະອາກອນເພີ່ມຂຶ້ນ ເຮັດແນວໃດຈະໃຫ້ເງິນຕາເຂົ້າປະເທດເພີ່ມຂຶ້ນ ເຊິ່ງນີ້ກໍແມ່ນເປົ້າໝາຍຂອງບໍລິສັດ ເອດີຊີ. ສະນັ້ນ ພວກເຮົາຈຶ່ງໄດ້ແລກປ່ຽນບັນຫາດ້ານຂົນສົ່ງ ບັນຫາທາງດ້ານການເກັບຊື້ ບັນຫາການສຳລະຊະສາງ, ພ້ອມນັ້ນ ກໍໄດ້ຮັບຟັງນະໂຍບາຍຂອງທ່ານນາຍົກ ພ້ອມກັບລັດຖະບານໃນມື້ນີ້ ຫວັງຢ່າງຍິ່ງວ່າກອງປະຊຸມຈະມີເລື້ອຍໆ ແລະ ເປັນເວທີແລກປ່ຽນຄຳຄິດຄຳເຫັນ ຢ່າງກົງໄປກົງມາ ຄິດວ່າຂໍ້ມູນໃນມື້ນີ້ຈະເປັນຜົນດີຕໍ່ລັດຖະບານ ແລະ ຜູ້ປະກອບການໝົດທຸກຄົນ.

ທາງບໍລິສັດຢາກສະເໜີລັດຖະບານແກ້ໄຂບັນຫາ:

  1. ກຳນົດມາດຕະຖານທ່າບົກ ແລະ ການເກັບຄ່າບໍລິການ ໃຫ້ຄວາມສະດວກໃຫ້ຄືກັນລະຫວ່າງນະຄອນຫຼວງວຽງຈັນ-ສະຫວັນນະເຂດ ແລະ ຈຳປາສັກ ຄວນເປັນມາດຕະຖານດຽວກັນ.
  2. ລັດຖະບານຕ້ອງອອກແຮງໃນການປຸກລະດົມຄົນລາວໃຊ້ເງິນກີບ.
  3. ການເຈລະຈາການຄ້າລະຫວ່າງລັດຖະບານ ໂດຍສະເພາະປະເທດອ້ອມຂ້າງ ເຊິ່ງຍັງບໍ່ມີຄວາມອຳນວຍຄວາມສະດວກຮ່ວມກັນ ຍັງມີອັນເສຍປຽບອັນໄດ້ປຽບ ສະນັ້ນທັງພາກເອກະຊົນ ແລະ ລັດ ຕ້ອງເລັ່ງຮ່ວມແຮງກັນເພີ່ມຂຶ້ນ ເພື່ອກ້າວສູ່ຈຸດສົ່ງເສີມພາຍໃນຂອງພວກເຮົາໃຫ້ເຂັ້ມແຂງລະດັບໂລກໄດ້ ແລະ ຂໍ້ສະເໜີອື່ນໆ ກໍມາຈາກພາກສ່ວນອື່ນໆ ຖືວ່າເປັນເງື່ອນໄຂທີ່ດີ.

ການຂົນສົ່ງຂອງພວກເຮົາຖ້າເປັນແບບເກົ່າກໍຖືວ່າບໍ່ມີບັນຫາ ຖ້າຂົນສົ່ງປະລິມານໜ້ອຍ ແຕ່ປັດຈຸບັນຂົນສົ່ງລະດັບພູມີພາກແລ້ວ ເຮົາກໍຕ້ອງເຊື່ອມໂຍງກັບອາຊຽນເຊື່ອມໂຍງກັບປະເທດອ້ອມຂ້າງ ແລະ ປັດຈຸບັນເຮົາຍັງມີຂໍ້ກຳນົດ ເຊິ່ງຍັງບໍ່ທັນສອດຄ່ອງ ເຊັ່ນໄລຍະຝົນຍັງບໍ່ມີການປ່ຽນຖ່າຍສິນຄ້າ ບາງຄັ້ງເຮັດໃຫ້ສິນຄ້າບູດເນົ່າ ເສຍຫາຍ ເຊິ່ງເປັນບັນຫາໃຫຍ່ ແລະ ລົດລາວເອງກໍຂ້າມໄປຕ່າງປະເທດບໍ່ໄດ້ ເພາະການເຈລະຈາທັງສອງຝ່າຍຍັງບໍ່ມີ ເຮັດໃຫ້ຜູ້ປະກອບການສົ່ງອອກມີຜົນກະທົບ ການເກັບຊື້ກັບຊາວກະສິກອນຕໍ່າລົງ ຜົນກະທົບກໍແມ່ນຊາວກະສິກອນ ໂດຍທາງກົງ ແລະ ທາງອ້ອມ. ນີ້ແມ່ນເປັນຫົວຂໍ້ທີ່ ພວກເຮົາຕ້ອງປຶກສາຫາລືກັນ.

ການຂົນສົ່ງຜ່ານມາມີຄວາມຫຍຸ້ງຍາກ ແລະ ຂໍ້ສະດວກ ປະປົນກັນໄປ ພຶດຕິກຳການອຸປະໂພກບໍລິໂພກ ໃນແຕ່ລະປີແມ່ນບໍ່ຄືກັນ. ສະນັ້ນ ທາງຝາກຫວຽດນາມກໍຈະສະດວກແບບໜຶ່ງ ສ່ວນທາງຝາກໄທກໍຈະສະດວກແບບໜຶ່ງ ເວົ້າລວມກໍຄືປະມານການຂົນວົ່ງເພີ່ມຂຶ້ນ ເຮົາກໍຕ້ອງຮຽນກົນໄກສົ່ງອອກຮ່ວມກັນ, ຂ້າພະເຈົ້າເຊື່ອໝັ້ນວ່າ ບໍ່ມີນະໂຍບາຍໃດເລີ່ມຕົ້ນແລ້ວດີທີ່ສຸດ ແຕ່ວ່າພໍມີບັນຫາໝົດທຸກຄົນຕ້ອງແກ້ໄຂຮ່ວມກັນທັງລັດຖະບານ ແລະ ເອກະຊົນ. ພ້ອມທັງແກ້ໄຂໃຫ້ໄວ ແລະ ບໍ່ປະໃຫ້ບັນຫາແກ່ຍາວ ປະຊຸມຫຼາຍເກີນໄປ.

ທີ່ມາ: https://www.facebook.com/VientianeMai/videos/618604147101492/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/