7 ຄອສອອນລາຍດີໆ ແລະ ຟຣີຈາກ Harvard University


ໃສໆ ໃຜຢາກຮຽນກັບມະຫາວິທະຍາໄລ Harvard ແດ່!

Harvard ເປັນມະຫາວິທະຍາໄລທີ່ດີອັນດັບຕົ້ນໆຂອງໂລກ ແລະ ເປັນມະຫາໄລໃນຝັນຂອງຫຼາຍຄົນຈາກທົ່ວມຸມໂລກ ແຕ່ການທີ່ຈະໄດ້ເຂົ້າຮຽນນັ້ນກໍບໍ່ແມ່ນເລື່ອງງ່າຍ ແຕ່ວ່າ Harvard ເອງເຫັນຄວາມສຳຄັນຂອງການສຶກສາ ແລະມຸ່ງໝັ້ນທີ່ຢາກຈະໃຫ້ທຸກຄົນທົ່ວໂລກໄດ້ເຂົ້າເຖິງການສຶກສາທີ່ມີຄຸນະພາບ ຈຶ່ງມີການເປີດຄອສສອນອອນລາຍໃຫ້ທຸກຄົນໄດ້ຮຽນຟຣີກັນໄປເລີຍ ເຊິ່ງມີຕັ້ງແຕ່ ຄະນິດສາດ ເຝິກການເປັນຜູ້ນຳ ໄປຈົນເຖິງການຂຽນໂປຣແກຣມ

ຄອສອອນລາຍທັງໝົດແມ່ນສອນເປັນພາສາອັງກິດ ອອນລາຍ100% ສາມາດຈັດການເວລາຮຽນໄດ້ຕາມໃຈ ແລະ ຖ້າຫາກຢາກໄດ້ໃບຢັ້ງຢືນຈາກມະຫາໄລ ກໍຈ່າຍເພີ່ມບໍ່ເກີນ 300$.

ນີ້ຄື 7 ຄອສຟຣີດີໆຈາກ Harvard:

  1. Exercising Leadership: Foundational Principles ຫຼັກການພື້ນຖານຂອງການເປັນຜູ້ນຳ ໃນຄອສນີ້ຈະໄດ້ຮຽນຮູ້ວິທີຈັດການບັນຫາ ການຮັບມືກັບການປ່ຽນແປງ ແລະຄວາມຂັດແຍ້ງ ການປັບຕົວ ຄວາມທ້າທາຍ ການຄິດຢ່າງຮອບຄອບ ເພື່ອທີ່ຈະໄດ້ເປັນຜູ້ນຳທີ່ດີ. ໄລຍະເວລາຮຽນ 4 ອາທິດ
    https://www.harvardonline.harvard.edu/course/exercising-leadership-foundational-principles
  1. CS50’s Introduction to Programming with Scratch: ຄວາມຮູ້ເບື້ອງຕົ້ນກ່ຽວກັບການຂຽນໂປຣແກຣມດ້ວຍ Scratch ຄອສນີ້ເໝາະກັບມືໃໝ່ທີ່ຈະຢາກຮຽນຮູ້ການຂຽນໂປຣແກຣມຈາກ 0 ເພາະຮຽນງ່າຍໂດຍໃຊ້ເຄື່ອງມືຢ່າງ Scratch ໃນການສ້າງໂປຣເຈັກໃດໜຶ່ງດ້ວຍການລາກ ແລະ ວາງ. ໄລຍະເວລາຮຽນ 3 ອາທິດ
    https://www.harvardonline.harvard.edu/course/cs50s-introduction-programming-scratch
  1. CS50 Introduction to Computer Science: ຄວາມຮູ້ເບື້ອງຕົ້ນກ່ຽວກັບວິທະຍາສາດຄອມພິວເຕີ ໃນຄອສນີ້ຈະໄດ້ຮຽນຮູ້ການຄິດ ແກ້ໄຂບັນຫາໃນແບບຂອງຄອມພິວເຕີ ແລະຈະໄດ້ຮຽນຂຽນໂປຣແກຣມຫຼາຍພາສາເຊັ່ນ C, PHP, JavaScript, SQL, CSS, HTML. ໄລຍະເວລາຮຽນ 11 ອາທິດ
    https://www.harvardonline.harvard.edu/course/cs50-introduction-computer-science
  1. CS50’s Introduction to Programming with Python: ຄວາມຮູ້ເບື້ອງຕົ້ນກ່ຽວກັບການຂຽນໂປຣແກຣມດ້ວຍພາສາ Python ໃນຄອສນີ້ແມ່ນຈະຮຽນຮູ້ພາສາ Python ເຕັມໆເລີຍ ແລະຍັງຈະໄດ້ລອງເຮັດໂປຣເຈັກຄັກໆດ້ວຍພາສາ Python ອີກດ້ວຍ. ສຳລັບໃຜທີ່ກັງວົນວ່າບົດຮຽນຈະຍາກ ຢ່າກັງວົນເລີຍເພາະ Python ເປັນພາສາໂປຣແກຣມທີ່ຮຽນງ່າຍທີ່ສຸດແລ້ວ ແລະ ອາຈານກໍສອນເຂົ້າໃຈດີອີກ. ຄອສນີ້ມີໄລຍະຮຽນ 9 ອາທິດ
    https://www.harvardonline.harvard.edu/course/cs50s-introduction-programming-python
  1. CS50’s Web Programming with Python and JavaScript: ການສ້າງເວັບໄຊດ້ວຍພາສາ Python ແລະ JavaScript ຄອສນີ້ເໝາະສຳລັບຄົນທີ່ພໍຮູ້ພາສາ Python ແລະ JavaScript ເບື້ອງຕົ້ນແລ້ວ ໃນນີ້ຈະໄດ້ຮຽນຂຽນພາສາ HTML, CSS, Python, JavaScript, ການນຳໃຊ້ Git ແລະໃຊ້ Server ຮ່ວມກັບຖານຂໍ້ມູນ; ຈະໄດ້ຮຽນສ້າງ, ນຳໃຊ້ API ແລະ ຮຽນຮູ້ອີກຫຼາຍຢ່າງກ່ຽວກັບການສ້າງເວັບໄຊ. ໄລຍະເວລາໃນການຮຽນ 9 ອາທິດ
    https://www.harvardonline.harvard.edu/course/cs50s-web-programming-python-javascript
  1. Calculus Applied: ການປະຍຸກໃຊ້ Calculus ຄອສນີ້ແມ່ນຈະກ່ຽວກັບຄະນິດສາດໂດຍກົງເລີຍ ແລະເຮົາຈະໄດ້ຮູ້ວ່າ Calculus ຫຼືສັງຄະນິດທີ່ເຮົາຮຽນມາແຕ່ບໍ່ເຄີຍເຂົ້າໃຈນັ້ນຖືກນຳໃຊ້ໃນດ້ານໃດແດ່ ນັ້ນຈະເຮັດໃຫ້ເຮົາໄດ້ເຂົ້າໃຈເລກຍາກໆເຫຼົ່ານີ້ໄດ້ຫຼາຍຂຶ້ນ ຄອສນີ້ເໝາະຢ່າງຍິ່ງສຳລັບຄົນທີ່ກຳລັງຮຽນວິສະວະກຳສາດເພາະວ່າຈະໄດ້ຮຽນສັງຄະນິດຫຼາຍ ແລະ ມັນຍາກທີ່ຈະເຂົ້າໃຈເມື່ອເຮົາຮຽນໄປແຕ່ບໍ່ຮູ້ເລີຍວ່າມັນຖືກເອົາໄປໃຊ້ໃນຊີວິດຕົວຈິງແນວໃດ. ໄລຍະເວລາຮຽນ 10 ອາທິດ
    https://www.harvardonline.harvard.edu/course/calculus-applied
  1. Entrepreneurship in Emerging Economies: ຜູ້ປະກອບການໃນປະເທດເສດຖະກິດເກີດໃໝ່ ຄອສນີ້ຈະເຮັດໃຫ້ເຫັນໂອກາດໃນການພັດທະນາທຸລະກິດຂອງຜູ້ປະກອບການ ລວມທັງແນວຄິດໃນການແກ້ໄຂບັນຫາຢ່າງມີປະສິດທິພາບ ເພື່ອການເຕີບໂຕຂອງທຸລະກິດໃນປະເທດເສດຖະກິດເກີດໃໝ່. ໄລຍະເວລາ 6 ອາທິດ
    https://www.harvardonline.harvard.edu/course/entrepreneurship-emerging-economies

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/