ອາການເຈັບຫົວໄມເກຣນ ຄືກັນກັບເຈັບຫົວທົ່ວໄປຫຼືບໍ່


ເມື່ອເວົ້າເຖິງອາການເຈັບຫົວແລ້ວ ຫຼາຍຄົນຄົງຈະເຄີຍເປັນ ຫຼື ອາດຈະກຳລັງເຈັບຫົວກັບເຫດການຂ່າວສານເສດຖະກິດໃນໄລຍະນີ້ຢູ່ກໍໄດ້. ຄວາມຈິງແລ້ວ ອາການເຈັບຫົວມີຫຼາຍແບບ ແຕ່ມື້ນີ້ເຮົາຈະມາເວົ້າເຖິງອາການເຈັບຫົວປະເພດໄມເກຣນ (Migraine) ເຊິ່ງແຕກຕ່າງຈາກອາການເຈັບຫົວແບບທົ່ວໄປ ທັງຈາກລະດັບຄວາມປວດທີ່ຮຸນແຮງກວ່າ, ມີອາການແຊກຊ້ອນ ແລະ ກວມເອົາໄລຍະເວລາທີ່ຍາວນານກວ່າ ຈົນສ້າງຄວາມທຸກທໍລະມານໃຫ້ແກ່ຜູ້ທີ່ເປັນໄມເກຣນ. ສະນັ້ນ, ມື້ນີ້ເຮົາມາເບິ່ງລາຍລະອຽດ, ປັດໄຈກະຕຸ້ນ ແລະ ວິທີປິ່ນປົວໄປພ້ອມກັນ.

ອາການເຈັບຫົວທົ່ວໄປ ແລະ ເຈັບຫົວໄມເກຣນແຕກຕ່າງກັນແນວໃດ?

ໂດຍທົ່ວໄປແລ້ວ ອາການເຈັບຫົວໄມເກຣນ ມັກຈະມີປັດໄຈກະຕຸ້ນຈາກສິ່ງແວດລ້ອມອ້ອມຂ້າງ ແລະ ເກີດຈາກປັດໄຈພາຍໃນຮ່າງກາຍເອງ ເຊິ່ງແຕກຕ່າງຈາກເຈັບຫົວແບບທົ່ວໄປດັ່ງນີ້:

  • ອາການເຈັບຫົວແບບທົ່ວໄປຈະເກີດຂຶ້ນພຽງໄລຍະເວລາສັ້ນໆ ແລະ ບໍ່ເກີດຂຶ້ນມື້ລະຫຼາຍຮອບຕິດຕໍ່ກັນ. ແຕ່ຖ້າເປັນອາການເຈັບຫົວໄມເກຣນ ຈະເກີດຂຶ້ນຢ່າງໜ້ອຍ 3-5 ຮອບຕໍ່ມື້ຂຶ້ນໄປ, ມີອາການເຈັບຫົວຂ້າງໃດຂ້າງໜຶ່ງ, ບາງຄົນອາດມີອາການເຈັບຫົວຕິດຕໍ່ກັນເປັນໄລຍະເວລາດົນຫຼາຍກວ່າ 4-72 ຊົ່ວໂມງ ຫຼື ອາດເຈັບຫົວຕໍ່ເນື່ອງເປັນໄລຍະເວລາຫຼາຍມື້ເລີຍກໍໄດ້ ພ້ອມທັງມີອາການປວດບໍລິເວນຮອບໆເບົ້າຕາໄປພ້ອມກັນ;
  • ອາການເຈັບຫົວທົ່ວໄປ ຈະບໍ່ມີອາການປວດອື່ນແຊກຊ້ອນ ແຕ່ອາການເຈັບຫົວໄມເກຣນໃນລະດັບທີ່ຮຸນແຮງອາດມີພາວະແຊກຊ້ອນ ເຊັ່ນ: ເຈັບຫົວໄປພ້ອມກັບມີອາການປວດຮາກ, ມີພາວະໄວຕໍ່ການຮັບແສງ, ກິ່ນ ແລະ ສຽງດັງ;
  • ອາການເຈັບຫົວໄມເກຣນ ຈະມີໄລຍະທີ່ສະແດງອາການທັງໝົດ 4 ໄລຍະທີ່ແຕກຕ່າງກັນ ໃນຂະນະທີ່ອາການເຈັບຫົວທົ່ວໄປ ມັກບໍ່ພົບໄລຍະສະແດງອາການໄດ້ຫຼາຍເທົ່າເຈັບຫົວໄມເກຣນ.

ໄລຍະສະແດງອາການຂອງໄມເກຣນ ມີຄືແນວໃດ?

  1. ໄລຍະສະແດງອາການລ່ວງໜ້າ (Prodrome Stage)

ອາການລ່ວງໜ້າມັກຈະເກີດຂຶ້ນກ່ອນທີ່ໄມເກຣນຈະອອກອາການ ເຊັ່ນ: ອາລົມຜັນຜວນ, ຄໍແຫ້ງຫິວນ້ຳເລື້ອຍໆ, ຫາວນອນເລື້ອຍໆ, ຄວາມຖີ່ໃນການປັດສາວະຫຼາຍຂຶ້ນ.

  1. ໄລຍະສົ່ງສັນຍານເຕືອນ (Aura Stage)

ສັນຍານເຕືອນກ່ອນທີ່ໄມເກຣນຈະອອກອາການ ອາດເລີ່ມຕົ້ນດ້ວຍຄວາມຜິດປົກກະຕິຂອງລະບົບປະສາດ ເຊັ່ນ: ເກີດພາວະໄວຕໍ່ແສງ (ນັບທັງແສງແດດ ແລະ ແສງຈາກຫຼອດໄຟ), ມີຄວາມໄວຕໍ່ກິ່ນ (ບາງຄົນອາດແພ້ກິ່ນນ້ຳຫອມ, ແພ້ກິ່ນອາຫານບາງຊະນິດ) ແລະ ມີຄວາມໄວຕໍ່ການໄດ້ຍິນສຽງລົບກວນຕ່າງໆ. ເມື່ອຖືກກະທົບຈາກປັດໄຈດັ່ງກ່າວ ຈະເຮັດໃຫ້ສັນຍານເຕືອນເລີ່ມຮຸນແຮງຂຶ້ນໃນບາງຄົນ ຈົນອາດເຮັດໃຫ້ບໍ່ສາມາດຄວບຄຸມຮ່າງກາຍໄດ້ ເຊັ່ນ: ມີພາວະແຂນຂາຊາ ເຊິ່ງຈະກວມເວລາດົນປະມານ 20-60 ນາທີ.​

  1. ໄລຍະໄມເກຣນອອກອາການ (Attack Stage)

ເມື່ອສັນຍານເຕືອນໃນໄລຍະທີ 2 ສິ້ນສຸດລົງ ຈະເລີ່ມມີອາການປວດບໍລິເວນຂະໝັບ ຫຼື ເຈັບຫົວຂ້າງໃດຂ້າງໜຶ່ງ, ມີອາການອື່ນຮ່ວມ ເຊັ່ນ: ວິນຫົວ ແລະ ປວດຮາກ ໂດຍຈະເກີດຂຶ້ນຕໍ່ເນື່ອງໄປພ້ອມກັບອາການທີ່ປາກົດໃນໄລຍະເຕືອນ.

  1. ໄລຍະຫຼັງໄມເກຣນ (Postdrome Stage)

ພາຍຫຼັງອາການໄມເກຣນສິ້ນສຸດລົງ ບາງຄົນອາດມີອາການອິດເມື່ອຍ ແຕ່ບາງຄົນກໍອາດຮູ້ສຶກສົດຊື່ນຂຶ້ນທັນທີພາຍຫຼັງທີ່ຮູ້ສຶກເຊົາຈາກໄມເກຣນ. ແຕ່ເຖິງຢ່າງໃດກໍຕາມ, ສຳລັບຜູ້ທີ່ມີອາການໄມເກຣນໃນລະດັບທີ່ຮຸນແຮງ ອາດມີພາວະແຊກຊ້ອນອື່ນເຊັ່ນ: ປວດຮາກ, ຄໍແຂງ, ສັບສົນ ຫຼື ພາວະຜິດປົກກະຕິໃນການເວົ້າການສື່ສານ ຈຶ່ງຄວນຈະຕ້ອງໄດ້ຮັບການກວດຈາກແພດໝໍເພີ່ມເຕີມ.

ມີປັດໄຈໃດແດ່ ທີ່ກະຕຸ້ນໃຫ້ເກີດໄມເກຣນ?

ສາເຫດທີ່ພາໃຫ້ເກີດໄມເກຣນ ຍັງບໍ່ເປັນທີ່ຊັດເຈນ ແຕ່ຄາດວ່າສ່ວນໜຶ່ງແມ່ນມາຈາກປັດໄຈກະຕຸ້ນທີ່ພາໃຫ້ເກີດໄມເກຣນຈາກສະພາບແວດລ້ອມ ແລະ ປັດໄຈທາງກຳມະພັນ ເຊັ່ນ:

  • ຢູ່ໃນສະພາບແວດລ້ອມທີ່ມີດອກໄຟທີ່ເປີດສະຫວ່າງເກີນໄປ, ຢູ່ກາງແຈ້ງທີ່ມີແສງແດດກ້າເກີນໄປ, ສະພາບແວດລ້ອມທີ່ມີສຽງລົບກວນຂ້ອນຂ້າງດັງ ແລະ ສະພາບແວດລ້ອມທີ່ມີກິ່ນໃດໜຶ່ງແຮງເກີນໄປ ນັບທັງການປ່ຽນແປງຂອງສະພາບອາກາດທີ່ໄວເກີນໄປ ກໍມີສ່ວນກະຕຸ້ນຕໍ່ພາວະເກີດໄມເກຣນໄດ້.
  • ເກີດຈາກພາຍໃນຮ່າງກາຍ ເຊັ່ນ: ການນອນບໍ່ພຽງພໍ ຫຼື ນອນຫຼາຍເກີນໄປ, ພາວະຄວາມຄຽດ, ຄວາມກົດດັນ, ການອົດອາຫານ ຫຼື ໄດ້ຮັບສານອາຫານບໍ່ພຽງພໍ, ການອອກກຳລັງກາຍທີ່ໜັກຈົນເກີນໄປ;
  • ເກີດຈາກການໃຊ້ຢາປິ່ນປົວບາງຊະນິດ ອາດເປັນຕົວກະຕຸ້ນໃຫ້ເກີດໄມເກຣນໄດ້;
  • ສ່ວນໃຫຍ່ ໄມເກຣນຈະເກີດກັບເພດຍິງ ຫຼາຍກວ່າເພດຊາຍ ເຖິງ 3 ເທົ່າ ເນື່ອງຈາກເພດຍິງຂ້ອນຂ້າງໄດ້ຮັບການກະຕຸ້ນຈາກພາວະການປ່ຽນແປງຂອງຮໍໂມນໃນຮ່າງກາຍແຕ່ລະເດືອນ ເຊັ່ນ: ໄລຍະທີ່ມີປະຈຳເດືອນ, ລະຫວ່າງຖືພາ, ໄລຍະກ້າວສູ່ໄວໝົດປະຈຳເດືອນ ເປັນຕົ້ນ.
  • ເກີດຈາກກຳມະພັນພາຍໃນຄອບຄົວ ເຊັ່ນ: ຖ້າຫາກປະຫວັດສະມາຊິກພາຍໃນຄອບຄົວມີຄົນທີ່ເປັນໄມເກຣນ ກໍມີໂອກາດທີ່ຈະສະແດງອາການຂອງໄມເກຣນໃນຮຸ່ນຕໍ່ໄປ.
  • ເກີດຈາກການຢຸດເຊົາດື່ມກາເຟແບບຫັກດິິບ ຫຼື ໃນບາງຄົນອາດເກີດຈາກການສູບຢາ.

ວິທີປິ່ນປົວພາວະໄມເກຣນ ຕ້ອງເຮັດແນວໃດແດ່?

ໃນປັດຈຸບັນ ຍັງບໍ່ມີວິທີປິ່ນປົວໄມເກຣນໃຫ້ຫາຍຂາດຖາວອນໄດ້ ຈຶ່ງຕ້ອງເນັ້ນໄປທີ່ການປິ່ນປົວບັນເທົາຕາມອາການ ແລະ ຫຼີກເວັ້ນປັດໄຈທີ່ພາໃຫ້ເກີດໄມເກຣນ. ທັງນີ້, ເມື່ອສົງໄສວ່າເຂົ້າຂ່າຍເປັນໄມເກຣນ ຈຶ່ງຕ້ອງໄດ້ຮັບການກວດທີ່ແນ່ນອນເພື່ອຢືນຢັນ ແລະ ເພື່ອໃຫ້ໄດ້ຮັບການປິ່ນປົວທີ່ຖືກຕ້ອງ ເຊິ່ງການກິນຢາບັນເທົາອາການໄມເກຣນຈະຕ້ອງຢູ່ພາຍໃຕ້ການແນະນຳຈາກແພດໝໍ ເນື່ອງຈາກອາການທີ່ເກີດຂຶ້ນກັບແຕ່ລະຄົນຈະແຕກຕ່າງກັນຂຶ້ນກັບປັດໄຈທາງດ້ານອາຍຸ, ພະຍາດປະຈຳຕົວ ແລະ ຄວາມຮຸນແຮງຂອງໄມເກຣນທີ່ເກີດຂຶ້ນ.  

ວິທີຫຼີກເວັ້ນການເກີດໄມເກຣນຈະຕ້ອງເຮັດແນວໃດ?

ເຖິງແມ່ນວ່າໃນປັດຈຸບັນຈະຍັງບໍ່ມີວິທີປິ່ນປົວໄມເກຣນໃຫ້ຫາຍຂາດຖາວອນກໍຕາມ, ແຕ່ສາມາດຫຼີກເວັ້ນປັດໄຈທີ່ສົ່ງຜົນໃຫ້ເກີດຄວາມສ່ຽງທີ່ຈະເປັນໄມເກຣນ ໄດ້ດັ່ງນີ້:

  • ຫຼີກເວັ້ນປັດໄຈທີ່ກະຕຸ້ນຕໍ່ໄມເກຣນ ເຊັ່ນ: ແສງໄຟທີ່ສະຫວ່າງເກີນໄປ, ຢູ່ທ່າມກາງແດດຮ້ອນ, ກິ່ນທີ່ກະຕຸ້ນໃຫ້ເກີດໄມເກຣນ.
  • ເມື່ອເກີດອາການປວດໄມເກຣນ ໃຫ້ປະຄົບດ້ວຍຜ້າເຢັນບໍລິເວນຫົວ, ນອນພັກໃນບ່ອນທີ່ມືດ ແລະ ງຽບສະຫງົບ ພ້ອມທັງມີອາກາດຖ່າຍເທສະດວກ.
  • ປັບພຶດຕິກຳທີ່ພາໃຫ້ເກີດການກະຕຸ້ນຕໍ່ໄມເກຣນເຊັ່ນ: ການພັກຜ່ອນບໍ່ພຽງພໍ, ການກິນອາຫານທີ່ກະຕຸ້ນໃຫ້ເກີດໄມເກຣນ, ການອອກກຳລັງກາຍທີ່ໜັກເກີນໄປ.
  • ຈົດບັນທຶກໄລຍະທີ່ເກີດອາການ ເຊັ່ນ: ຈຳນວນມື້ທີ່ປວດຫົວໄມເກຣນ/ເດືອນ, ລະດັບຄວາມເຈັບປວດ (ໜ້ອຍ-ກາງ-ຫຼາຍ), ບໍລິເວນທີ່ຮູ້ສຶກປວດ, ໄລຍະເວລາທີ່ປວດດົນປານໃດ, ສິ່ງທີ່ຊ່ວຍໃຫ້ເຊົາປວດ ແລະ ສິ່ງທີ່ກະຕຸ້ນໃຫ້ເກີດອາການປວດ ເປັນຕົ້ນ.  

ແຫຼ່ງຂໍ້ມູນອ້າງອີງ:

https://tinyurl.com/2p94ych3

https://tinyurl.com/289ebbxj

https://tinyurl.com/mr47rhvk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/