ປະເທດຫວຽດນາມ ຖືກຄົ້ນຫາບ່ອນທ່ຽວຕ່າງປະເທດຫຼາຍທີ່ສຸດໃນອາຊຽນ ສື່ເຖິງເສດຖະກິດກຳລັງດີ


ການປະກາດຂອງ Google ຄົ້ນພົບວ່າ ຫວຽດນາມຄອງອັນດັບ 1 ໃນອາຊີຕາເວັນອອກສຽງໃຕ້ ກາຍເປັນປະເທດ  ທີ່ມີອັດຕາການເຕີບໂຕຂອງຄວາມຕ້ອງການເດີນທາງຕ່າງປະເທດຫຼາຍທີ່ສຸດ ໂດຍເຕີບໂຕຢູ່ທີ່ 170% ໃນໄຕມາດທີ 2 ຂອງປີ 2023 ເມື່ອທຽບກັບໄລຍະເວລາດຽວກັນກັບປີກ່ອນໜ້ານີ້. ຕົວເລກດັ່ງກ່າວ ວັດຈາກລະດັບຄວາມສົນໃຈ ແລະ ຍອດການຄົ້ນຫາປີ້ຈອງຍົນ ແລະ ທີ່ພັກຂອງຜູ້ໃຊ້ງານທາງ Google Search.

ນອກຈາກນີ້ ກໍຍັງຕາມມາດ້ວຍລຳດັບເຊັ່ນ ປະເທດຟິລິບປິນ, ມາເລເຊຍ, ແລະ ສິງກະໂປ. ໄດ້ມີຄົນຄົ້ນຫາຫຼາຍ ເພີ່ມຂຶ້ນຢ່າງຕໍ່ເນື່ອງທຸກໄຕມາດ ຈາກ 50% ຫຼາຍກວ່າ 100%. ສຳລັບຍອດການຄົ້ນຫາຂອງຊາວຫວຽດນາມຫຼາຍເຖິງ 65% ຕັ້ງຈຸດໝາຍປາຍທາງເປັນປະເທດຕ່າງໆ ໃນອາຊີຕາເວັນອອກສຽງໃຕ້ ແລະ ສຳລັບນອກພູມີພາກ ນັກທ່ອງທ່ຽວຊາວຫວຽດນາມສົນໃຈອອສເຕຣເລຍ, ຍີ່ປຸ່ນ, ອິນເດຍ ແລະ ສະຫະລັດອາເມຣິກາ ຫຼາຍທີ່ສຸດ.

ໃນສ່ວນຂອງຈຸດໝາຍປາຍທາງອາຊີຕາເວັນອອກສຽງໃຕ້ ກໍໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຊາວຕ່າງຊາດຫຼາຍຂຶ້ນເຊັ່ນດຽວກັນ. ຈາກຂໍ້ມູນ Google Search ພົບວ່າມີສະຖານທີ່ທ່ຽວຍອດນິຍົມໃນແຕ່ລະໝວດການຄົ້ນຫາ ເຊັ່ນ: ໝວດທະເລ, ໝວດຮຽນຮູ້ທາງວັດທະນະທຳ-ປະຫວັດສາດ ແລະ ໝວດທິວທັດທຳມະຊາດ ເຊິ່ງເປັນໝວດນັກທ່ອງທ່ຽວມັກຫຼາຍທີ່ສຸດບໍ່ວ່າຈະເປັນ Lembang ປະເທດອິນໂດເນເຊຍ, Bentong ມາເລເຊຍ, Na Suan ໄທ ແລະ Ha Long ຫວຽດນາມ.

ຖືໄດ້ວ່າປະເທດຫວຽດນາມ ມີຫຼາຍຄົນສົນໃຈຢາກໄປທ່ຽວຕ່າງປະເທດຫຼາຍ ຈົນຕິດອັນດັບ 1 ໃນອາຊຽນ ຫຼື ສາມາດເວົ້າອີກຢ່າງໜຶ່ງກໍຄືເປັນອີກໜຶ່ງທີ່ລະບົບເສດຖະກິດ ມີການເຕີບໃຫຍ່ຂະຫຍາຍຕົວ ປະຊາກອນສ່ວນຫຼາຍກໍມີລາຍໄດ້ພໍສົມຄວນ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/