ທີມຊາດຝຣັ່ງຄວ້າແຊ້ມ UEFA Nations League


ທີມຊາດຝຣັ່ງກໍຍັງຄົງສະເໝີຕົ້ນສະເໝີປາຍຢູ່ຕະຫຼອດ ໄດ້ຄອບຄອງແຊ້ມຢູ່ສະເໝີ ເປັນທີມຊາດທີ່ໂດດເດັ່ນຢູ່ບໍ່ເຊົາ ແລະ ຫຼ້າສຸດ ກໍໄດ້ຄອງແຊ້ມຢູຟ້າ ເນຊັ່ນລີກ (UEFA Nations League) ສົດໆຮ້ອນໆ ແຟນບານຕ່າງກໍອອກມາສະແດງຄວາມຍິນດີເປັນຈຳນວນຫຼວງຫຼາຍ.

ການແຂ່ງຂັນເຕະບານ ຢູຟ້າ ເນຊັ່ນລີກ ລະດູການ 2020-2021 ຮອບຊິງຊະນະເລີດ ຄືນວັນທີ 10 ຕຸລາ 2021 ທີ່ຜ່ານມາ ທີ່ສະໜາມ ຊານຊີໂຣ້ ໃນເມືອງມິລານ ປະເທດອິຕາລີ ລະຫວ່າງທີມຊາດສະເປນ ພົບກັບທີມຊາດຝຣັ່ງ ແຊ້ມໂລກຄັ້ງຫຼ້າສຸດໃນປີ 2018.

ເຄິ່ງເວລາທີໜຶ່ງ ບໍ່ມີປະຕູເກີດຂຶ້ນ, ມາເຄິ່ງຫຼັງ ສະເປນ ອອກນຳກ່ອນຈາກ ມິກເກວ ໂອຢາຊາບາວ ກອງໜ້າຈາກ ຣຽວ ໂຊເຊຍແດັດ ນາທີ 64 ແຕ່ 4 ນາທີຕໍ່ມາ ຝຣັ່ງກັບມາແຊງຈາກ ຄີລຽນ ເອັມບັບເປ້ ນາທີ 80.

ຈົບເກມ ທີມຊາດ ຝຣັ່ງ ຊະນະ ທີມຊາດສະເປນ 2-1 ຄວ້າແຊ້ມ ຢູຟ້າ ເນຊັ່ນລີກ ລະດູການນີ້ມາຄອບຄອງ ດ້ວຍຜົນງານທີ່ໂດດເດັ່ນມາຕັ້ງແຕ່ຮອບແບ່ງກຸ່ມ ລວມຊະນະ 7 ສະເໝີ 1 ຍິງ 17 ປະຕູ ເສຍ 8 ປະຕູ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/