ຈີນຕົກອັນດັບຈາກປະເທດທີ່ມີດັດຊະນີຟື້ນຕົວຈາກການແຜ່ລະບາດຂອງພະຍາດໂຄວິດ-19


ໃນວັນທີ 8 ຕຸລາ ທາງເວັບໄຊ Nikkei ໄດ້ເຮັດການສຳຫຼວດແລະຈັດອັນດັບ ປະເທດແລະດິນແດນກວ່າ 120 ແຫ່ງທົ່ວໂລກດ້ວຍດັດຊະນີ COVID-19 Recovery Index ເພື່ອເບິ່ງຄວາມສາມາດໃນດ້ານຕ່າງໆຄື:

  1. ການບໍລິຫານຈັດການວິກິດໂຣກລະບາດ (Infection Management)
  2. ການສັກວັກຊີນ (Vaccination)
  3. ຄວາມສາມາດໃນການເຄື່ອນຕົວຂອງສັງຄົມ (Mobility)

ໃນປາຍເດືອນຂອງທຸກໆເດືອນ ຈະຄໍານວນຄະແນນຈາກ 0-90 ເຊິ່ງອີງຈາກ 3 ໝວດຫຼັກທີ່ກ່າວມາຂ້າງເທິງ ໂດຍມີດັດຊະນີລວມ 9 ໝວດຍ່ອຍ ເຊັ່ນ: ການກວດເຊື້ອຕໍ່ຈຳນວນກໍລະນີ, ປະລິມານວັກຊີນທີ່ໄດ້ຮັບຕໍ່ຄົນ, ອັດຕາສ່ວນຂອງປະຊາຊົນທີ່ໄດ້ສັກວັກຊີນຢ່າງໜ້ອຍ 1 ໂດສ…

ຜົນການຈັດອັນດັບປະຈຳເດືອນກັນຍາທີ່ຜ່ານມາ ຈີນອະດີດແຊ້ມເກົ່າ ຕົກລົງຈາກອັນດັບ 1 ລົງໄປຢູ່ໃນອັນດັບທີ 9 ໂດຍແຊ້ມໃໝ່ແມ່ນ ມອລຕາ ທີ່ມີດັດຊະນີຟື້ນຕົວຈາກພະຍາດໂຄວິດ-19 ດ້ວຍ 79 ຄະແນນ. ອັນດັບຕໍ່ມາແມ່ນ ຊິລີ, ບາເຣນ, ສະຫະລັດອາຣັບເອມິເຣດ ເຊິ່ງທຸກປະເທດໃນ 5 ອັນດັບທຳອິດ ລ້ວນແຕ່ແມ່ນປະເທດທີ່ມີອັດຕາສ່ວນປະຊາກອນໄດ້ຮັບວັກຊີນຄົບໂດສສູງເປັນອັນດັບຕົ້ນໆ ໃນປະຊາກອນໂລກ.

ເຖິງແມ່ນວ່າຈີນຈະເປັນປະເທດທີ່ມີອັດຕາສ່ວນສັກວັກຊີນໃຫ້ກັບພົນລະເມືອງສູງທີ່ສຸດໃນໂລກ (ປະມານ 2.2 ພັນລ້ານໂດສ) ແຕ່ຈີນຍັງສືບຕໍ່ມາດຕະການ ລັອກດາວ ແລະ ຈໍາກັດການເດີນທາງໃນຫຼາຍພື້ນທີ່ ຖ້ຽວບິນລະຫວ່າງປະເທດທີ່ຜ່ານມາທາງຈີນແມ່ນລົດລົງກວ່າ 90% ເມື່ອທຽບກັບໄລຍະເວລາດຽວກັນໃນປີກ່ອນໆ ດັ່ງນັ້ນ ຈຶ່ງເຮັດໃຫ້ຈີນມີຄະແນນໜ້ອຍດ້ານຄວາມສາມາດໃນການເຄື່ອນຕົວຂອງສັງຄົມ. ທາງ Economist Intelligence Unit (EIU) ຄາດການວ່າ ຈີນຈະຍັງສືບຕໍ່ເຂັ້ມງວດ ແລະ ຈໍາກັດການເດີນທາງໄປຈົນເຖິງປີ 2022.

ສຳລັບບັນດາປະເທດເພື່ອນບ້ານໃນອາຊີຕາເວັນອອກສຽງໃຕ້ທີ່ຕ້ອງຮັບມືກັບການແຜ່ລະບາດຮອບໃໝ່ແລ້ວ ອັນດັບແມ່ນມີການປ່ຽນແປງກັນຫຼາຍ ຖ້າທຽບກັບການຈັດອັນດັບລະຫວ່າງເດືອນສິງຫາກັບເດືອນກັນຍາ ໂດຍທີ່ ຫວຽດນາມຂຶ້ນມາຈາກອັນດັບ 121 (ອັນດັບທ້າຍສຸດ) ມາເປັນ ອັນດັບ 118,  ອິນໂດເນເຊຍຈາກອັນອັນດັບທີ 92 ມາເປັນອັນດັບ 54, ມຽນມາ ຈາກອັນດັບ 119 ມາເປັນອັນດັບ 105, ກຳປູເຈຍ ອັນດັບ 76 ບໍ່ມີການປ່ຽນແປງ, ໄທ ຈາກອັນດັບ 118 ມາເປັນ 109 ແລະ ຟິລິບປິນ ຕົກລົງຈາກອັນດັບທີ 120 ມາເປັນ 121.

ສ່ວນປະເທດລາວເຮົາຈາກສະຖານະການການແຜ່ລະບາດໃນປັດຈຸບັນທີ່ຮຸນແຮງ ແລະ ຕໍ່ເນື່ອງເປັນເວລາຫຼາຍເດືອນ ເຮັດໃຫ້ລາວເຮົາຕົກອັນດັບຈາກອັນດັບທີ່ 95 ມາເປັນອັນດັບທີ 120 ໂດຍມີຄະແນນ 31.5.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/