ຄືນນີ້ ຊວນເບິ່ງປາກົດການ “ຝົນດາວຕົກທໍຣິດໃຕ້” ອັດຕາການຕົກ 5 ດວງ/ຊົ່ວໂມງ ປະເທດລາວເບິ່ງເຫັນໄດ້ ບໍ່ມີແສງເດືອນລົບກວນ!!!


ໃນວັນທີ 10 ຕຸລາ 2021 ນີ້ ຊວນມາເບິ່ງປາກົດການຝົນດາວຕົກທໍຣິດໃຕ້ (Southern Taurid meteor shower) ນຳກັນ, ເຊິ່ງມີອັດຕາການຕົກ 5 ດວງ ຕໍ່ຊົ່ວໂມງ ຫຼື 1 ດວງ ຕໍ່ 12 ນາທີ. ສັງເກດໄດ້ຈາກທາງທິດຕາເວັນອອກ ເວລາ 19:30 ນາທີ ຈົນເຖິງເຊົ້າມືດຂອງວັນທີ 11 ຕຸລາ ແຖມມື້ດັ່ງກ່າວຍັງບໍ່ມີແສງເດືອນລົບກວນອີກ!!!

ຝົນດາວຕົກທໍຣິດ ຫຼື Taurid meteor shower ເປັນຝົນດາວຕົກທີ່ເກີດຂຶ້ນໃນເດືອນຕຸລາ-ເດືອນທັນວາ ຂອງທຸກໆປີ, ແບ່ງອອກເປັນ 2 ປະເພດຄື: ຝົນດາວຕົກທໍຣິດໃຕ້ ແລະ ຝົນດາວຕົກທໍຣິດເໜືອ. ເກີດຈາກເສດຝຸ່ນຂອງດາວຫາງ 2P/Encke ທີ່ຍັງຕົກຄ້າງຢູ່ໃນວົງໂຄຈອນຂອງດາວຫາງ. ເມື່ອໂລກໂຄຈອນຜ່ານຕັດສາຍຝຸ່ນທີ່ເປັນເສດຂອງຊາກດາວຫາງດັ່ງກ່າວ ຈະດຶງດູດເອົາເສດຝຸ່ນເຫຼົ່ານັ້ນເຂົ້າມາໃນຊັ້ນບັນຍາກາດ ເຮັດໃຫ້ເກີດການເຜົາໄໝ້ຂຶ້ນ ເປັນແສງສະຫວ່າງເທິງທ້ອງຟ້າ ທີ່ເຮົາເອີ້ນວ່າຝົນດາວຕົກນັ້ນເອງ. ມັນແບ່ງອອກເປັນ 2 ປະເພດຄື: ຝົນດາວຕົກທໍຣິດໃຕ້ ແລະ ຝົນດາວຕົກທໍຣິດເໜືອ.

ການເບິ່ງເຫັນຝົນດາວຕົກຕ້ອງຂຶ້ນກັບສະພາບແວດລ້ອມນັ້ນໆ ເຊັ່ນ: ບໍ່ມີແສງເດືອນລົບກວນ, ບໍ່ມີແສງໄຟໃນເມືອງລົບກວນ, ທ້ອງຟ້າເປີດ, ຝົນບໍ່ຕົກ, ສາມາດເບິ່ງເຫັນໄດ້ອ້ອມຮອບທຸກທິດ…

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/