ທະນາຄານກາງມຽນມາ ຍົກເລີກການຄວບຄຸມອັດຕາແລກປ່ຽນ


ສື່ພາກລັດລາຍງານວ່າ ທະນາຄານກາງມຽນມາຈະຍົກເລີກການກຳນົດຄວບຄຸມອັດຕາແລກປ່ຽນສະກຸນເງິນຕາຕ່າງປະເທດ ແລະ ຈະອະນຸຍາດໃຫ້ທະນາຄານການຄ້າ ແລະ ຕົວແທນທີ່ມີໃບອະນຸຍາດ ສາມາດກຳນົດອັດຕາແລກປ່ຽນເອງໄດ້ ນັບເປັນການຜ່ອນຜັນຈາກການຄວບຄຸມຢ່າງເຂັ້ມງວດ ໃນໄລຍະທີ່ຜ່ານມາ.

ເຖິງຢ່າງໃດກໍຕາມ ໃນລາຍງານດັ່ງກ່່າວບໍ່ໄດ້ລະບຸເຫດຜົນໃນການຕັດສິນໃຈ ທີ່ເກີດຂຶ້ນຂອງທະນາຄານກາງມຽນມາ ເມື່ອວັນທີ 5 ທັນວາ 2023 ທີ່ຜ່ານມາ ແລະ ບໍ່ມີປະກາດການປ່ຽນແປງນະໂຍບາຍດັ່ງກ່າວຂຶ້ນເທິງເວັບໄຊຂອງທະນາຄານກາງ ປະກອບກັບຍັງບໍ່ມີຄຳຖາມໃດໆຈາກພາກສ່ວນທີ່ກ່ຽວຂ້ອງ.

ເສດຖະກິດມຽນມາ ໄດ້ຮັບຄວາມເສຍຫາຍຫຼັງລັດຖະປະຫານປີ 2021 ໜ່ວຍງານດ້ານການເງິນກໍພະຍາຍາມທີ່ຈະຄວບຄຸມເງິນຕາຕ່າງປະເທດເພື່ອຫຼຸດຜ່ອນຄວາມຕ້ອງການຊື້ສິນຄ້າ ຫຼື ການບໍລິການ ພ້ອມກັບປາບປາມການຊື້ຂາຍໃນຕະຫຼາດມືດ. ໂດຍໃນປີນີ້ມີທຸລະກິດທີ່ໃຫ້ບໍລິການດ້ານການແລກປ່ຽນເງິນຕາຕ່າງປະເທດທີ່ບໍ່ປະຕິບັດກົດ ເຊິ່ງໄດ້ຖອນໃບອະນຸຍາດໄປແລ້ວຫຼາຍກວ່າ 140 ແຫ່ງ.

ນອກຈາກນີ້ ຍັງມີການປ່ຽນຈາກການໃຊ້ລະບົບອັດຕາແລກປ່ຽນລອຍຕົວທີ່ມີການຈັດການໄປສູ່ການຄວບຄຸມຂອງຝ່າຍບໍລິຫານ ເຊິ່ງລວມເຖິງກົດເກນທີ່ເຮັດໃຫ້ບໍລິສັດຕ່າງໆ ຕ້ອງຍົກເລີກການແລກປ່ຽນເງິນຕາຕ່າງປະເທດ ແລະ ຕ້ອງລາຍງານການຊື້ຂາຍສະກຸນເງິນຕາຕ່າງປະເທດ.

ທະນາຄານໂລກ ໄດ້ລະບຸວ່າເດືອນມິຖຸນາຜ່ານມາ ເສດຖະກິດຂອງມຽນມາກຳລັງສົ່ງສັນຍານຂອງຄວາມມີສະຖຽນລະພາບ ແຕ່ຖືກຈຳກັດໂດຍການລົງທຶນທີ່ອ່ອນແອ ແລະ ທຸລະກິດຕ່າງໆ ກໍກໍາລັງຕໍ່ສູ້ກັບຕົ້ນທຶນທີ່ສູງຂຶ້ນ ລວມເຖິງຄວາມຍາກລຳບາກໃນການຈັດຫາວັດຖຸດິບ ແລະ ການເຂົ້າເຖິງເງິນຕາຕ່າງປະເທດດ້ວຍ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/