ທະນາຄານພັດທະນາອາຊີມອບເງິນທຶນຊ່ວຍເຫຼືອໃຫ້ແກ່ໂຄງການປັບປຸງສະພາບແວດລ້ອມໃນຕົວເມືອງຫຼວງພະບາງ ເພື່ອການພັດທະນາທີ່ຍືນຍົງ


ທະນາຄານ​ພັດທະນາ​ອາຊີ (ADB) ​ໄດ້​ອະນຸມັດ​ເງິນ​ກູ້ 35 ລ້ານ​ໂດ​ລາ​ສະຫະລັດ ​ແລະ ເງິນຊ່ວຍເຫຼືອ 10 ລ້ານ​ໂດ​ລາ​ສະຫະລັດ​ໃຫ້​ແກ່​ໂຄງການ​ລົງທຶນ​ເພື່ອ​ປັບປຸງ​ສະພາບ​ແວດ​ລ້ອມໃນ​ຕົວ​ເມືອງ. ​ເພື່ອ​ຊ່ວຍ​ສະໜັບສະໜູນ​ການ​ພັດທະນາ​ຕົວ​ເມືອງ​ແບບ​ຍືນ​ຍົງ, ຄອບຄຸມ ​ແລະ​ ຟື້ນຟູຕົວ​ເມືອງ​ໃນຫຼວງ​ພະ​ບາງ. ໂດຍໂຄງການນີ້ຄາດວ່າຈະເປັນປະໂຫຍດຕໍ່ຜູ້ທີ່ຢູ່ອາໄສ 104,500 ຄົນ ​ແລະ ​ຜູ້ຄົນທີ່ມາທ່ອງ​ທ່ຽວ 1,3 ​ລ້ານຄົນ​ຕໍ່ປີ ພາຍໃນ​ປີ 2031.

ຫຼວງພະບາງເປັນສູນກາງການຄົມມະນາຄົມ ແລະ ສະຖານທີ່ທ່ອງທ່ຽວທີ່ສຳຄັນໃນພາກເໜືອຂອງ ສປປ ລາວ, ໂດຍມີສູນກາງເມືອງທີ່ເຕີບໃຫຍ່ທີ່ຂະຫຍາຍຕົວຢ່າງໄວວາ. ເຊິ່ງຕັ້ງຢູ່ຈຸດເຊື່ອມຕໍ່ລະຫວ່າງແມ່ນ້ຳຂອງ ແລະ ແມ່ນ້ຳຄານ. ນອກຈາກນີ້ ຍັງມີປູຊະນີຍະສະຖານປະຫວັດສາດຂະໜາດນ້ອຍ ແລະ ທິວທັດອ້ອມຂ້າງທີ່ໄດ້ຖືກບັນຈຸເຂົ້າໃນບັນຊີລາຍຊື່ມໍລະດົກໂລກຂອງອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ (UNESCO) ໃນປີ 1995.

ນັບຕັ້ງແຕ່ນັ້ນເປັນຕົ້ນມາ, ການ​ທ່ອງ​ທ່ຽວ​ ແລະ​ ການ​ເຕີບ​ໂຕ​ຂອງຈຳນວນ​ປະຊາກອນ​ໄດ້​ກະຕຸ້ນໃຫ້ເກີດ​ການຂະຫຍາຍຕົວຂອງຕົວເມືອງ​​ອອກ​ໄປດ້ານນອກ​ ແລະ ​ເພີ່ມໂອກາດໃໝ່​ທາງ​ເສດຖະກິດ​. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ເຕີບ​ໂຕດັ່ງກ່າວຍັງໄດ້ນຳມາເຖິງຄວາມທ້າ​ທາຍ​ບາງ​ຢ່າງ​ເຊັ່ນ: ການ​ຈະລາຈອນທີ່​ແອ​ອັດ, ຂີ້​ເຫຍື້ອ ​ແລະ ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ແອ​ອັດ.

ການ​ພັດ​ທະ​ນາ​ການ​ຄຸ້ມ​ຄອງ​ສິ່ງ​ເສດເຫຼືອ ແລະ ​ການ​ບໍາ​ບັດ​ນໍ້າ​ເສຍ​ແມ່ນມີຄວາມຈຳເປັນຫຼາຍ. ເນື່ອງຈາກ ຖະໜົນຫົນທາງ, ທາງຍ່າງໃນເມືອງ ແລະ ພື້ນທີ່ສີຂຽວສາທາລະນະບໍ່ສາມາດກ້າວທັນຕາມຄວາມຕ້ອງການຂອງຜູ້ຄົນທີ່ເພີ່ມຂຶ້ນ. ນີ້ເຮັດໃຫ້ເກີດຄວາມເສຍຫາຍຕໍ່ສິ່ງແວດລ້ອມ ແລະ ເຮັດໃຫ້ຜູ້ຄົນທີ່ອາໄສຢູ່ຄ່ອຍໆຫຼຸດລົງ.

ທ່ານ Sonomi Tanaka, ຜູ້ອໍານວຍການ ADB ປະຈໍາລາວ ກ່າວວ່າ:

“ມໍລະດົກອັນລ້ຳຄ່າ ແລະ ຊີວິດການເປັນຢູ່ຂອງເມືອງຫຼວງພະບາງຖືກຄຸກຄາມຈາກການພັດທະນາຕົວເມືອງທີ່ບໍ່ໄດ້ມີການວາງແຜນໄວ້. ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ໄພພິບັດທີ່ສົ່ງຜົນກະທົບຕໍ່ແມ່ຍິງ ແລະ ກຸ່ມຄົນອື່ນໆທີ່ມີຄວາມສ່ຽງ”

“ເພື່ອທີ່ຈະໃຫ້ໂຄງ​ສ້າງຕົວເມືອງ​​ດີ​ຂຶ້ນ. ການຄຸ້ມຄອງສິ່ງແວດລ້ອມ ແລະ ການບໍລິການດ້ານການທ່ອງທ່ຽວ ພ້ອມ​ກັບ​ການ​ວາງ​ແຜນ​ຜັງ​ຕົວ​ເມືອງ​ແບບ​ປະ​ສົມ​ປະ​ສານ​ ແລະ ​ການ​ຄຸ້ມ​ຄອງ​ການ​ຕອບ​ສະ​ໜອງ​ທາງ​ເພດ​. ຈໍາເປັນຈະຕ້ອງ​ໄດ້​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ແຂວງ​ຫຼວງ​ພະ​ບາງ ແລະ ເຮັດໃຫ້ມີຄວາມຍືດຍຸ່ນຕໍ່ແຮງກະທົບຫຼາຍຂຶ້ນ”

ອີງຕາມຂໍ້ມູນຂອງ ADB, ອົງປະກອບຂອງໂຄງການທີ່ເປັນນະວັດຕະກຳປະກອບມີໂຄງການທົດລອງສໍາລັບການດູແລເດັກໃນບ້ານ, ຊຸມຊົນ ແລະ ສະຖານທີ່ເຝິກອົບຮົມສໍາລັບຜູ້ໄດ້ຮັບທຶນການສຶກສາຊັ້ນສູງ ແລະ ການເຝິກອົບຮົມວິຊາຊີບ ທີ່ຈະສະເໜີໃຫ້ພະນັກງານຍິງທີ່ເຮັດວຽກໃນຂະແໜງນ້ຳ, ສຸຂາພິບານ, ໂຍທາທິການ ແລະ ການທ່ອງທ່ຽວ.

“ໂຄງການ​ນີ້​ຈະ​ສ້າງ​ເຄືອ​ຂ່າຍ​ການພັດທະນາ​ທຸລະ​ກິດ​ອຸດສາຫະກຳທີ່ມີຄວາມ​ສ້າງສັນ​ທີ່​ນຳພາ​ໂດຍ​ແມ່ຍິງ. ພ້ອມທັງກະກຽມການວາງແຜນ ແລະ ແຜນປະຕິບັດງານເມືອງສ້າງສັນແຫ່ງທຳອິດຂອງລາວ, ແມ່ຍິງຍັງຈະໄດ້ຮັບການເຝິກອົບຮົມເພື່ອຈັດການແກ້ໄຂໂຄງສ້າງພື້ນຖານແບບອັດສະລິຍະຕາມຍຸດທະສາດຂອງເມືອງອັດສະລິຍະ ແລະ ບູລະນາການຫຼວງພະບາງ. ເຊິ່ງຈະຈັດຂຶ້ນພາຍໃຕ້ກອງທຶນ Asean-Australia Smart Cities Trust Fund ທີ່ບໍລິຫານໂດຍ ADB.

ການພັດທະນາດ້ານຄວາມອາດສາມາດດັ່ງກ່າວ ເພື່ອສະໜັບສະໜູນການປະຕິຮູບດ້ານພາສີ, ​ເສີມສ້າງການ​ຄຸ້ມ​ຄອງທາງດ້ານ​ການ​ເງິນ, ອຳນວຍຄວາມສະດວກໃຫ້ແກ່ການລົງທຶນໃນພາກເອກະຊົນ, ປັບປຸງການກຽມພ້ອມໃນການຮັບມືກັບໄພພິບັດ ແລະ ຊ່ວຍເສີມສ້າງໃນການລົງທຶນໂຄງສ້າງພື້ນຖານຂອງໂຄງການ

ໂຄງ​ການ​ນີ້​ຈະ​ຊ່ວຍ​ໃຫ້​ໜ່ວຍງານທີ່ປົກຄອງເມືອງ ສາມາດ​ດຳ​ເນີນ​ການ​ພັດ​ທະ​ນາ​ຕົວ​ເມືອງ​ແບບ​ຍືນ​ຍົງ, ໂດຍສາມາດປົກປ້ອງມໍລະດົກວັດທະນະທໍາທີ່ມີມາຕັ້ງແຕ່ດົນນານ, ທໍາມະຊາດ, ປະເພນີ ແລະ ​ສ້າງ​ເມືອງ​ທີ່ໜ້າ​​ຢູ່ໃຫ້ສຳລັບ​ທຸກ​ຄົນ​.

ຫຼວງພະບາງແມ່ນເຕັມໄປດ້ວຍວັດທະນະທໍາ ແລະ ປະເພນີພຸດທະສາສະໜາທ້ອງຖິ່ນ.ເມືອງມໍລະໂດກໂລກແຫ່ງນີ້ໄດ້ມີການປະສົມປະສານລະຫວ່າງ ພຸດທະ​ສາສະໜາ​ທີ່​ແຕກ​ຕ່າງ​ກັນ ແລະ ສະຖາປັດຕະຍະກຳອານານິຄົມຝຣັ່ງທີ່ໂດດເດັ່ນ ເຊິ່ງຕັ້ງຢູ່ໃນພູມສັນຖານແມ່ນ້ຳເຂດຮ້ອນ, ອ້ອມຮອບດ້ວຍເນີນພູທີ່ຫ່າງໄກ.

ທີ່ມາ:

vientianetimes

adb

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/