ຄະນະ​ລັດຖະບານ​ຈີນໄດ້​ອອກ​ມາດ​ຕະ​ການ​ເລັ່ງ​ລັດໃນ​ການ​ພັດ​ທະ​ນາ​ການ​ຄ້າ​ໂດຍລວມທັງພາຍ​ໃນ​ ແລະ ຕ່າງປະເທດ


ໃນວັນທີ 12 ທັນວາທີ່ຜ່ານມາ, ສຳນັກຂ່າວຕ່າງປະເທດໄດ້ມີການລາຍງານວ່າ ຄະນະ​ລັດຖະບານ​ຈີນ​ໄດ້​ອອກ​ຊຸດມາດ​ຕະການເລັ່ງລັດໃນການພັດທະນາການຄ້າໂດຍລວມທັງພາຍໃນປະເທດ ແລະ ຕ່າງປະເທດ. ໂດຍມີເປົ້າ​ໝາຍ​ແມ່ນ​ເພື່ອ​ລົບ​ລ້າງ​ອຸປະສັກດ້ານກົດລະ​ບຽບ​ ​ແລະ ​ອຸ​ປະ​ສັກ​ອື່ນໆ​ ເພື່ອໃຫ້ບໍລິສັດຕ່າງໆ ສາມາດສໍາຫຼວດຕະຫຼາດທັງພາຍໃນ ແລະ ຕ່າງປະເທດໄດ້ຢ່າງງ່າຍດາຍ.

​ໃນໄລຍະ​​ທີ່​ຂະ​ແໜງ​ການ​ສົ່ງ​ອອກ​ຂອງ​ຈີນ​ຕ້ອງປະ​ເຊີນ​ກັບ​ສະພາບ​ແວດ​ລ້ອມ​ພາຍ​ນອກ​ທີ່​ຫຍຸ້ງຍາກ​ ແລະ ຊັບຊ້ອນ, ແລະບາງບໍລິສັດຕ້ອງປະເຊີນກັບຄວາມຕ້ອງການພາຍໃນທີ່ຫຼຸດລົງ. ການ​ພັດທະນາ​ການ​ຄ້າ​ພາຍ​ໃນປະເທດ ​ແລະ ​ຕ່າງປະ​ເທດ​ຈະ​ຊ່ວຍຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ​ຢ່າງ​ຫຼວງ​ຫຼາຍ ແລະ ໃຫ້ການຊ່ວຍເຫຼືອທີ່ດີເລີດແກ່ທຸລະກິດຕ່າງ.

ເຊິ່ງໃນຊຸດມາດຕະການໃໝ່ນີ້ແມ່ນມີຄວາມຈໍາເປັນຕໍ່ການສ້າງຮູບແບບການພັດທະນາໃໝ່ ແລະ ສົ່ງເສີມການພັດທະນາທີ່ມີຄຸນະພາບສູງ. ລວມເຖິງບົດບາດສໍາຄັນ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ, ການຂະຫຍາຍຕົວຂອງຄວາມຕ້ອງການພາຍໃນປະເທດ ​ແລະ ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ລັດ​ວິ​ສາ​ຫະກິດ.

ໂດຍມາດ​ຕະ​ການ​ດັ່ງ​ກ່າວ​ຈະ​ຍົກລະດັບການປັບປຸງກົດລະບຽບ ແລະ ລະບົບ​ການ​ຄ້າ​ພາຍ​ໃນ ​ແລະ ​ຕ່າງ​ປະ​ເທດ. ລວມທັງການຊີ້ນໍາ ການລວມກັນຂອງມາດຕະຖານ ​ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ແຫຼ່ງກຳລັງ​ການ​ຄ້າ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ເຊິ່ງຈະກວມເອົາການຄຸ້ມຄອງໃນການກວດກາ, ການຄວບລວມ​ມາດຕະຖານ​ຕ່າງໆ ​ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ແຫຼ່ງຊັບພະຍາກອນການ​ຄ້າ​ພາຍ​ໃນ ​ແລະ ຕ່າງປະ​ເທດໃຫ້ເປັນໄປດ້ວຍດີ.

ນອກຈາກນີ້, ມາດ​ຕະ​ການ​ດັ່ງ​ກ່າວ​ຈະ​ສົ່ງເສີມ​ການ​ປະ​ສານ​ງານ​ຂອງ​ຊ່ອງ​ທາງ​ການ​ຕະ​ຫຼາດ​ພາຍ​ໃນ​ປະເທດ ແລະ​ ຕ່າງປະເທດ. ປັບປຸງ​ສະພາບ​ແວດ​ລ້ອມ​ສຳລັບການ​ພັດທະນາໂດຍລວມຂອງ​ການ​ຄ້າ​ພາຍ​ໃນປະເທດ ​ແລະ ຕ່າງປະ​ເທດ. ​ແລະ​ເລັ່ງລັດ​ໃນການ​ພັດທະນາ​ແບບກວມລວມໃນຫຼາຍໆດ້ານທີ່ສຳຄັນ.

ທັງນີ້, ປະເທດຈີນ​ຈະ​ເສີມສ້າງ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ຄັງ ​ແລະ ​ການ​ເງິນ​ສໍາ​ລັບ​ການ​ພັດ​ທະ​ນາໂດຍ​ລວມ​ຂອງ​ການ​ຄ້າທັງ​ພາຍ​ໃນ​ປະເທດ ແລະ ​ຕ່າງ​ປະ​ເທດ​ເພິ່ມເຕີມ

ທີ່ມາ:

english.news.cn

globaltimes

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/