ຖືກໄລ່ອອກຈາກໂບດ ຍ້ອນເອົາຫອມປ້ອມເຂົ້າມາ ແຕ່ສະມາຊິກເຫັນວ່າແມ່ນກັນຊາ


ທີ່ໂບດ the Redemption United Methodist ໃນເມືອງ ໂອກລາໂຮມາ, ລັດໂອກລາໂຮມາ, ສະຫະລັດອາເມຣິກາ ມີຜູ້ຍິງຄົນໜຶ່ງໄດ້ເອົາຫອມປ້ອມເຂົ້າມາໃນໂບດ ແຕ່ວ່າຖືກເຂົ້າໃຈຜິດວ່າເປັນກັນຊາ ຈຶ່ງຖືກໄລ່ອອກມາທັນທີ.

ນາງ Ashley Ontiveros ໄດ້ເອົາຜັກຫອມປ້ອມ ແລະ ອໍຣີກາໂນໃສ່ໃນຖົງເຂົ້າມາເພື່ອຈະຢ້ຽມຢາມນ້ອງສາວຕົນເອງທີ່ກຳລັງຈຳຄຸກມາເຂົ້າຮ່ວມໂບດ ເຊິ່ງຜູ້ເຂົ້າຮ່ວມຄົນອື່ນໆ ໄດ້ຍິນ Ashley ເວົ້າຄຳວ່າ “ສະໝຸນໄພ” ແລ້ວເຂົ້າໃຈໄປວ່າແມ່ນກັນຊາ ແຕ່ຕົວລາວເອງນັ້ນໝາຍເຖິງວັດຖຸດິບທີ່ຈະໃຊ້ຄົວກິນອາຫານເມັກຊິໂກ. ນອກຈາກນີ້ຍັງເປີດຖົງໃຫ້ເຫັນວ່າມີໝາກນາວ ແລະ ຫອມບົ່ວໃຫຍ່ພ້ອມ.

ໂດຍທົ່ວໄປແລ້ວ, ສະມາຊິກໂບດ ແລະ ແຂກທີ່ເຂົ້າຮ່ວມຈະໄດ້ມານັ່ງກິນເຂົ້ານຳກັນຫຼັງຈາກພິທີການຮຽບຮ້ອຍ. Ashley ນັ້ນກໍພຽງຢາກມາກິນເຂົ້າກັບນ້ອງສາວຂອງຕົນເອງ ພ້ອມທັງເສີມວ່າລາວນັ້ນກໍມາໂບດຫຼາຍຄັ້ງແລ້ວບໍ່ແມ່ນແຕ່ມາຫາພີ່ນ້ອງ.

Ashley ກ່າວວ່າຕົນນັ້ນຖືກກຸ່ມຄົນທີ່ເຂົ້າໃຈຜິດນັ້ນໄລ່ອອກບໍ່ພໍ ຍັງຖືກຂົ່ມຂູ່ວ່າຈະໂທແຈ້ງຕຳຫຼວດຫຼັງຈາກທີ່ລາວຂໍເອົາວັດຖຸດິບກັບຄືນ. ເຊິ່ງການກະທຳດັ່ງກ່າວສ້າງຄວາມບໍ່ພໍໃຈຈົນ Ashley ຖ່າຍວິດີໂອການປະເຊີນໜ້າກັບຄົນກຸ່ມດັ່ງກ່າວລົງໃນ TikTok ສົ່ງຜົນໃຫ້ເນື້ອຫາດັ່ງກ່າວຕິດເທຣນ, ມີຫຼາຍຄົນສົ່ງມາວິຈານຕໍ່ໂບດ ແລະ ພຶດຕິກຳທີ່ບໍ່ມີມາລະຍາດຂອງພວກເຂົາຕໍ່ Ashley.

ພາຍຫຼັງຕຳຫຼວດໄດ້ເຂົ້າມາກວດສອບ ແລະ ສືບສວນເລື່ອງລາວທັງໝົດ. ພົບວ່າ Ashley ນັ້ນບໍລິສຸດ, ທາງເຈົ້າໜ້າທີ່ໂບດກໍໄດ້ອອກມາປະກາດໃຫ້ລາວກັບເຂົ້າໄປສູດມົນໄດ້ ເລີ່ມຈາກອາທິດໜ້າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/