ຍິນດີຕ້ອນຮັບ Billy Ketkeophomphone ນັກເຕະດາວເດັ່ນ ຫຼາຍປະສົບການ ສູ່ທີມຊາດລາວ


ໃນທີ່ສຸດ ບິນລີ້ ເກດແກ້ວພົມພອນ ກໍໄດ້ເຂົ້າຮ່ວມ ທີມຊາດລາວ ຊຸດໃຫຍ່ ການແຂ່ງຂັນບານເຕະ ຊິງແຊ້ມອາຊຽນ ປະຈຳປີ 2020 ຫຼື AFF SUZUKI CUP 2020 ເປັນທີ່ຮຽບຮ້ອຍແລ້ວ. ການລໍຄອຍວັນນີ້ກໍມາເຖິງ ເປັນອີກເລື່ອງທີ່ດີອີກເລື່ອງສຳລັບວົງການເຕະບານ ທີ່ໄດ້ຄົນມີຄວາມສາມາດດ້ານການເຕະທີ່ໂດດເດັ່ນ, ເກັ່ງ ແລະ ມີໄຫວພິບ. ເມື່ອຢູ່ກັບທີມຊາດຝຣັ່ງກໍສ້າງສະຖິຕິໃຫ້ຢູ່ສະເໝີ ແລະ ເປັນຜົນດີທີ່ສຸດທີ່ທາງທີມຊາດລາວເຮົາຄວ້ານັກເຕະຄົນນີ້ມາຮ່ວມທີມ.

ບິນລີ້ ເກດແກ້ວພົມພອນ ເກີດວັນທີ 24 ມີນາ 1990, ຢູ່ທີ່ Champigny-sur-Marne ປະເທດຝຣັ່ງ, ລວງສູງ 180 CM, ນໍ້າໜັກ 71 ກິໂລກຣາມ, ພໍ່ ເປັນຄົນແຂວງສະຫວັນນະເຂດ ແລະ ແມ່ ເປັນຄົນນະຄອນຫຼວງວຽງຈັນ ສປປ ລາວ. ບິນລີ້ເລີ່ມຕົ້ນຫຼິ້ນເຕະບານ ກັບ ສະໂມສອນ Racing Paris ກ່ອນທີ່ຈະເຂົ້າຮ່ວມສະຖາບັນບານເຕະຊັ້ນສູງຂອງຝຣັ່ງ Clairefontaine ໃນປີ 2006, ໂດຍຕອນຍັງເປັນເຍົາວະຊົນແມ່ນໄດ້ຝຶກຊ້ອມໃນຕຳແໜ່ງກອງຫນ້າ. ຫຼັງຈາກຝຶກຊ້ອມໄດ້ຫນຶ່ງປີ, ໃນປີ 2008 ບິນລີ້  ໄດ້ອອກຈາກສະໂມສອນ ເຊັນສັນຍາກັບສະໂມສອນ RC Strasbourg, ວັນທີ 01 ທັນວາ 2009  ໄດ້ເຊັນສັນຍາສະໂມສອນ SC Bastia.

ໃນວັນທີ 20 ພຶດສະພາ  2011, ລາວໄດ້ເຊັນສັນຍາ 5 ປີ ກັບ FC Sion ຂອງປະເທດສະວິດເຊີແລນ Super League. ຫຼັງຈາກນັ້ນ ໄດ້ກັບ ປະເທດຝຣັ່ງ ເພື່ອເຊັນສັນຍາ 4  ປີ ກັບ ສະໂມສອນ Tours FC ດ້ວຍຄ່າຕົວ 800.000 ຢູໂຣ ໂດຍລົງສະໜາມ 101 ນັດ ແລະ ຍິງໄດ້ 21 ປະຕູ.

ໃນປີ 2015, ໄດ້ເຊັນສັນຍາກັບ Angers SCO ເປັນສະໂມສອນ ໃນລີກສູງສຸດຂອງ ປະເທດຝຣັ່ງ ແລະ ຊ່ວຍໃຫ້ທີມໄດ້ອັນດັບ 5 ໂດຍລົງສະໜາມ 1 ລະດູການ 38 ນັດ ແລະ ຍິງປະຕູໄດ້ 6 ປະຕູ, ແລະ ຖືວ່າເປັນນັກເຕະໜຶ່ງທີ່ໜ້າຈັບຕາ ໃນລີກ 1 ຂອງປະເທດຝຣັ່ງ. ພ້ອມດຽວກັນນັ້ນ ມູນຄ່າທາງດ້ານຕະຫຼາດເພີ່ມຂຶ້ນເປັນ 2 ລ້ານຢູໂຣ.

ໃນລະດູການທີສອງ ກັບ Angers SCO, ໄດ້ຮັບບາດເຈັບຫົວເຂົ່າ ຮ້າຍແຮງ ໂດຍລົງສະໜາມ 5 ນັດ ຍິງໄດ້ 1 ປະຕູ.

ປີ 2018, ມື້ສຸດທ້າຍຂອງຕະຫຼາດນັກເຕະ  ບິນລີ້ ໄດ້ເຊັນສັນຍາກັບ ສະໂມສອນ AJ Auxerre ໂດຍລົງສະໜາມ 13 ນັດ. ຫຼັງຈາກນັ້ນໃນປີ 2019 ໄດ້ຫຼິ້ນໃຫ້ກັບ Championnat National Sof SO Cholet ລົງສະໜາມ 12 ນັດ ຍິງໄດ້ 5 ປະຕູ ເຊິ່ງລະດູການດັ່ງກ່າວ ແມ່ນໄດ້ຮັບບາດເຈັບໜັກ ແລະ ໃນປີ 2020 ໄດ້ຫຼິ້ນໃຫ້ກັບ ສະໂມສອນ USL DUNKERQUE ລີກ 2 ປະເທດຝຣັ່ງໂດຍ ລົງສະໜາມ 8 ນັດ ຍິງໄດ້ 2 ປະຕູ.

ສຸດທ້າຍ ບິນລີ້ ເກດແກ້ວພົມພອນ ກໍພ້ອມຫຼິ້ນໃຫ້ກັບ ທີມຊາດລາວ ຊຸດໃຫຍ່ ເຂົ້າຮ່ວມ ການແຂ່ງຂັນບານເຕະຊິງແຊ້ມອາຊຽນ ປະຈຳປີ 2020 ຫຼື AFF SUZUKI CUP  2020.

ຂອບໃຈຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/