ລາວ-ຈີນ ສືບຕໍ່ຊຸກຍູ້ຮ່ວມກັນພັດທະນາເສດຖະກິດ ຈົນເຖິງປີ 2030


ກະຊວງແຜນການ ແລະ ການລົງທຶນ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ກັບທາງຄະນະພັດທະນາປະຕິຮູບແຫ່ງຊາດຈີນ ໄດ້ຮ່ວມກັນລົງນາມ ໃນການສ້າງຕັ້ງຄະນະປະສານງານຮ່ວມ ເພື່ອຈັດຕັ້ງປະຕິບັດການຮ່ວມມື ເສດຖະກິດລາວ-ຈີນ.

ໃນວັນທີ 19 ພະຈິກ 2021 ທີ່ຜ່ານມາ ກະຊວງແຜນການ ແລະ ການລົງທຶນ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ປຶກສາຫາລືຮ່ວມກັບ ທ່ານ ເຮີລີ ເຜິ້ງ ຮອງປະທານທີ່ປຶກສາການເມືອງ ປະທານຄະນະພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ ໃນຮູບແບບກອງປະຊຸມທາງໄກ ໂດຍມີຮອງລັດຖະມົນຕີ ບັນດາຫົວໜ້າກົມທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ, ສອງຝ່າຍໄດ້ປຶກສາຫາລືຜັນຂະຫຍາຍບັນດາເອກະສານ ທີ່ທັງສອງຂະແໜງການຕົກລົງໄດ້ຮ່ວມມືກັນທີ່ຜ່ານມາ ໃຫ້ເກີດດອກອອກຜົນເປັນຕົ້ນສັນຍາຮ່ວມກັນຊຸກຍູ້ 1 ແລວ 1 ເສັ້ນທາງ ຂອບການຮ່ວມມືການພັດທະນາແລວທາງພັດທະນາເສດຖະກິດລາວ-ຈີນ 2019-2030, ສັນຍາຊຸກຍູ້ໂຄງການສຳພັນໃນຂອບຄວາມສາມາດ ໃນການຜະລິດການລົງທຶນ ແລະ ບົດບັນທຶກຄວາມເຂົ້າໃຈ ໃນການຮ່ວມມືແລກປ່ຽນວິຊາການລະຫວ່າງສອງອົງການ.

ທ່ານ ສອນໄຊ ສີພັນດອນ ໄດ້ລາຍງານສະພາບການພັດທະນາເສດຖະກິດສັງຄົມຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍຫຍໍ້ ແລະ ໃຫ້ຮູ້ວ່າ 5 ປີ ທີ່ຜ່ານມາ ເສດຖະກິດຂອງລາວ ແມ່ນເຕີບໂຕຢູ່ໃນລະດັບ 5,8% ໃນ 2 ປີມານີ້. ເນື່ອງຈາກໄດ້ຮັບຜົນກະທົບຈາກໂຄວິດ-19 ແມ່ນໄດ້ເຮັດໃຫ້ສະພາບເສດຖະກິດການຄ້າ ແລະ ການລົງທຶນ ມີທ່າອ່ຽງລົດລົງ ໂດຍສະເພາະແມ່ນຂະແໜງການບໍລິການ ການທ່ອງທ່ຽວ ແມ່ນໄດ້ຮັບຜົນກະທົບຢ່າງໜັກ. ແຕ່ການຮ່ວມມືລາວ-ຈີນ ໂດຍສະເພາະແມ່ນໂຄງການຂະໜາດໃຫຍ່ ຍັງສາມາດສືບຕໍ່ປະຕິບັດເປັນຢ່າງດີ.

ກອງປະຊຸມໃນຄັ້ງນີ້ ທັງສອງຝ່າຍໄດ້ມີການຕົກລົງເປັນເອກະພາບກັນ ໃນການກຳນົດບາງວຽກງານທີ່ທັງສອງຂະແໜງການ ຕ້ອງໄດ້ເອົາໃຈໃສ່ໃນການສືບຕໍ່ຜັນຂະຫຍາຍໃຫ້ເປັນຈິງ ເຊັ່ນ: ສືບຕໍ່ຮ່ວມມືກັນ ໃນການຊຸກຍູ້ພັດທະນາເສດຖະກິດລາວ-ຈີນ ໃຫ້ປະກົດເປັນຈິງ, ເຊິ່ງຝ່າຍຈີນຈະສືບຕໍ່ຊ່ວຍລາວ ໃນການຄົ້ນຄວ້າ ແລະ ການກຳນົດເປັນແຜນການປະຕິບັດງານ ຮ່ວມກັນຊຸກຍູ້ໂຄງການຮ່ວມມືຂອບຄວາມສາມາດ, ການຜະລິດ ແລະ ການລົງທຶນຊຸດທີສາມ ໃຫ້ປາກົດຄວາມເປັນຈິງ ເຊິ່ງໃນນີ້ຈະມີ 32 ໂຄງການ ປະກອບມີ: ຂະແໜງການພັດທະນາໂຄງລ່າງພື້ນຖານພະລັງງານໄຟຟ້າ, ອຸດສາຫະກຳ-ກະສິກຳ, ພັດທະນາເມືອງໃໝ່ ແລະ ຊຸກຍູ້ແລກປ່ຽນວິຊາການລະຫວ່າງສອງຂະແໜງການ.

ຝ່າຍລາວໄດ້ສະເໜີໃຫ້ຝ່າຍຈີນສືບຕໍ່ ພື້ນຖານໂຄງລ່າງຂະໜາດໃຫຍ່ເປັນທາງດ່ວນ ແລະ ການລົງທຶນອື່ນໆໃຫ້ຫຼາຍຂຶ້ນ, ສອງຝ່າຍໄດ້ລົງບັນທຶກການເຂົ້າໃຈການສ້າງຕັ້ງຄະນະປະສານງານຮ່ວມ ເພື່ອຈັດຕັ້ງປະຕິບັດການຮ່ວມມືພັດທະນາເສດຖະກິດລາວ-ຈີນ ແລະ ສັນຍາວ່າດ້ວຍການຢັນຢັນການຮ່ວມມືກັນໃນການຊຸກຍູ້.

ຂອບໃຈຂໍ້ມູນຈາກ:

https://www.facebook.com/LaoNationalTV/videos/215408093944470/ ນາທີ 2:50-6:16

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/