ຕໍາຫຼວດຈີນກະຈາຍກໍາລັງຄຸມເຂັ້ມໃນຫຼາຍຕົວເມືອງ ຫຼັງຈາກມີປະຊາຊົນຫຼາຍພັນຄົນລວມຕົວກັນປະທ້ວງຕໍ່ຕ້ານນະໂຍບາຍ “Zero Covid”

ຕໍາຫຼວດຈີນ

ໃນວັນທີ 29 ພະຈິກ 2022 ສຳນັກຂ່າວ BBC ໄດ້ລາຍງານວ່າ ການປະທ້ວງໃຫຍ່ໃນຫຼາຍເມືອງເພື່ອຕໍ່ຕ້ານມາດຕະການເຂັ້ມງວດຕາມນະໂຍບາຍໃຫ້ໂຄວິດເປັນສູນ ຫຼື “Zero Covid” ຂອງລັດຖະບານຈີນທີ່ເກີດຂຶ້ນໃນທ້າຍອາທິດທີ່ຜ່ານມາແມ່ນໄດ້ເລີ່ມສະຫງົບລົງແລ້ວ  ໃນຂະນະທີ່ເຈົ້າໜ້າທີ່ຕໍາຫຼວດກໍໄດ້ເພີ່ມຈໍານວນກະຈາຍກຳລັງໄປໃນຫຼາຍຕົວເມືອງເພື່ອຄວບຄຸມສະຖານະການ ໂດຍສະເພາະໃນນະຄອນຊ່ຽງໄຮ້ທີ່ໄດ້ມີການຕັ້ງແນວກັ້ນຂະໜາດໃຫຍ່ຕາມຖະໜົນເສັ້ນຫຼັກ.

ຕໍາຫຼວດຈີນ

ໂດຍການປະທ້ວງຄັ້ງໃຫຍ່ດັ່ງກ່າວນີ້ເກີດຂຶ້ນຫຼັງຈາກເຫດໄຟໄໝ້ອາຄານເມື່ອອາທິດກ່ອນ ໃນເມືອງອຸຣຸມສີ ທີ່ຕັ້ງຢູ່ທາງຕາເວັນອອກສຽງເໜືອຂອງປະເທດຈີນ ຈົນເປັນເຫດເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນ ໂດຍສາເຫດການເສຍຊີວິດ ປະຊາຊົນເຊື່ອກັນວ່າ ຜູ້ທີ່ເສຍຊີວິດບໍ່ສາມາດໜີອອກຈາກອາຄານໄດ້ເນື່ອງຈາກມາດຕະການຄວບຄຸມໂຄວິດ-19 ເປັນສູນອັນເຂັ້ມງວດຂອງລັດຖະບານ ແຕ່ທາງການທ້ອງຖິ່ນກໍໄດ້ອອກມາໃຫ້ການປະຕິເສດຂໍ້ກ່າວຫາວ່າບໍ່ແມ່ນຄວາມຈິງ.

ຕໍາຫຼວດຈີນ

ວິດີໂອສະແດງໃຫ້ເຫັນຕໍາຫຼວດຈຳນວນຫຼາຍ ເຂົ້າມາຄວບຄຸມການປະທ້ວງ: https://cutt.ly/x1njn3M

ການປະທ້ວງທີ່ເກີດຂຶ້ນໃນນະຄອນຊ່ຽງໄຮ້ມີຜູ້ຖືກເຈົ້າໜ້າທີ່ຈັບກຸມຫຼາຍຄົນ. ພ້ອມນັ້ນຕໍາຫຼວດຍັງໄດ້ສັ່ງຫ້າມໃຫ້ປະຊາຊົນບັນທຶກພາບເຫດການປະທ້ວງ ແລະໃຫ້ລຶບຮູບອອກຈາກອຸປະກອນຂອງຜູ້ທີ່ຢູ່ໃນເຫດການ. ນອກນັ້ນນັກຂ່າວຂອງ BBC ຊື່ວ່າ Ed Lawrence ກໍຖືກຈັບກຸມຕົວໃນລະຫວ່າງການລາຍງານຂ່າວເມື່ອວັນອາທິດທີ່ຜ່ານມາ ໂດຍ Ed ເລົ່າວ່າລາວຖືກຕໍາຫຼວດທຸບ-ເຕະລະຫວ່າງການຈັບກຸມຕົວ ແລະຖືກຄວບຄຸມເປັນເວລາຫຼາຍຊົ່ວໂມງກ່ອນຈະຖືກປ່ອຍຕົວໃນເວລາຕໍ່ມາ.

ຕໍາຫຼວດຈີນ

ທັງນິ້ ຈີນນັ້ນຖືໄດ້ວ່າເປັນຊາດເສດຖະກິດຂະໜາດໃຫຍ່ແຫ່ງດຽວໃນໂລກທີ່ຍັງຢຶດໝັ້ນໃນນະໂຍບາຍໂຄວິດເປັນສູນ ເຊິ່ງເປັນການມຸ່ງເນັ້ນເຮັດໃຫ້ຜູ້ຕິດເຊື້ອເປັນສູນຄົນດ້ວຍການໃຊ້ມາດຕະການເຂັ້ມງວດເຊັ່ນການລັອກດາວ, ບັງຄັບໃຫ້ກັກຕົວ ຫຼືກວດໂຣກເປັນວົງກວ້າງ ຫຼັງຈາກທີ່ພົບຜູ້ຕິດເຊື້ອ ຫຼືການລະບາດຂະໜາດນ້ອຍ.

ຈາກນະໂຍບາຍດັ່ງກ່າວແມ່ນມີຂໍ້ຈໍາກັດຫຼາຍຢ່າງ ເຊິ່ງນັ້ນເຮັດໃຫ້ປະຊາຊົນເລີ່ມເບື່ອໜ່າຍແລະບໍ່ພໍໃຈ ຈົນເກີດການປະທ້ວງຂຶ້ນໃນຫຼາຍຕົວເມືອງນັບຕັ້ງແຕ່ນະຄອນຊ່ຽງໄຮ້, ນະຄອນປັກກິ່ງ ໄປຈົນເຖິງຕົວເມືອງໃຫຍ່ຕ່າງໆໃນເຂດຊົນນະບົດ.

ຕໍາຫຼວດຈີນ

ພ້ອມນີ້ BBC ຍັງລາຍງານອີກວ່າ ຈີນເລີ່ມບັງຄັບໃຊ້ມາດຕະການເຊັນເຊີ້ຂໍ້ມູນເຄືອຂ່າຍສັງຄົມອອນລາຍຢ່າງເຂັ້ມງວດຫຼຍຂຶ້ນ ນັບຕັ້ງແຕ່ເກີດການປະທ້ວງຂຶ້ນເມື່ອໄລຍະທ້າຍອາທິດທີ່ຜ່ານມາ ເຮັດໃຫ້ປະຊາຊົນບໍ່ສາມາດເຫັນຂ່າວຫຼືປຶກສາຫາລືກ່ຽວກັບການປະທ້ວງໄດ້ ຍິ່ງໄປກວ່ານັ້ນຄວາມເຫັນເປັນ 10 ລ້ານໂພສແມ່ນຖືກຕັດອອກຈາກການສືບຄົ້ນ. ຂະນະດຽວກັນສື່ຕ່າງໆຂອງຈີນກໍໄດ້ຫຼີກເວັ້ນການລາຍງານຂ່າວກ່ຽວກັບໂຄວິດ-19 ແຕ່ເຖິງຈະມີການເຊັນເຊີ້ຢ່າງໜັກ ຂ່າວການປະທ້ວງ, ຮູບພາບ ແລະວິດີໂອ ກໍຍັງຄົງຜ່ກະຈາຍໄປຕາມສື່ໂຊຊຽວມີເດຍແລະແອັບສື່ສານອື່ນໆຢູ່ດີ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/