ລ້ຳໄປອີກຂັ້ນ ນະວັດຕະກໍາຈາກສະຫະລັດອາເມຣິກາ “ພລາສເຕີສ້ອມແຊມຖະໜົນຢາງໝາກຕອຍ” ແປງໄດ້ໄວ ໃຊ້ງານໄດ້ແທ້

ນະວັດຕະກໍາ

ນະວັດຕະກໍາ

ຫຼາຍຄົນທີ່ໃຊ້ຖະໜົນຫົນທາງໜ້າຈະຄຸ້ນເຄີຍກັບ “ຖະໜົນຢາງໝາກຕອຍ” ເປັນຢ່າງດີ ແລະບັນຫາທີ່ຄົນນໍາໃຊ້ຖະໜົນຢາງໝາກຕອຍມັກພົບກໍໜ້າຈະແມ່ນ ທາງເປັນຂຸມນ້ອຍ, ຂຸມໃຫຍ່, ທາງເປັນໂນນ, ທາງບໍ່ລຽບ… ເຊິ່ງບັນຫາດັ່ງກ່າວເປັນອີກສາເຫດສຳຄັນທີ່ເຮັດໃຫ້ຜູ້ນຳໃຊ້ຖະໜົນເກີດອຸບັດເຫດ. ຢ່າງໃດກໍຕາມເບິ່ງຄືວ່າບັນຫານີ້ຈະໄດ້ຮັບການແກ້ໄຂດ້ວຍນະວັດຕະກໍານີ້ ເພາະທາງ ABH Enterprise ບໍລິສັດຜູ້ຊ່ຽວຊານດ້ານຜະລິດຕະພັນກໍ່ສ້າງຈາກປະເທດສະຫະລັດອາເມຣິກາໄດ້ພັດທະນາ “ພລາສເຕີສ້ອມແຊມຖະໜົນຢາງໝາກຕອຍ” ຂຶ້ນມາເພື່ອແກ້ບັນຫາຖະໜົນຊຸດໂຊມ ລົດເວລາໃນການປິດຖະໜົນສ້ອມແປງທາງ ໃນຂະນະດຽວກັນການສ້ອມແປງກໍມີຄວາມແຂງແຮງວ່ອງໄວ ແລະຮອງຮັບການໃຊ້ງານເກືອບຈະທັນທີ.

ນະວັດຕະກໍາ
ນະວັດຕະກໍາ

ໂດຍວິທີການແປງຖະໜົນແມ່ນສາມາດເຮັດໄດ້ງ່າຍໆ ພຽງແຕ່ເຮົານໍາຢາງໝາກຕອຍມາອັດຂຸມເລິກເທິງຖະໜົນແລະປັບໃຫ້ລຽບ ຫຼັງຈາກນັ້ນກໍນຳໃຊ້ພລາສເຕີສ້ອມແຊມຖະໜົນຕິດລົງພື້ນທີ່ເຮົາຕ້ອງການແປງແລະໃຊ້ເຄື່ອງມືເຮັດໃຫ້ມັນພຽງກັນ ເຊິ່ງຂະບວນການທັງໝົດໃນການສ້ອມແປງນີ້ແມ່ນນຳໃຊ້ບຸກຄະລາກອນພຽງ 2 ຄົນ ແລະໃຊ້ເວລາບໍ່ດົນ.

ນະວັດຕະກໍາ

ຫຼາຍຄົນອາດຄິດວ່າ ການສ້ອມແຊມຖະໜົນຢາງໝາກຕອຍດ້ວຍແຜ່ນພາສເຕີນີ້ ຄືໃຊ້ເວລາໄວແທ້ ແລ້ວມັນຈະດີແລະໃຊ້ງານໄດ້ແທ້ຫວາ? ຄໍາຕອບກໍຄືທາງບໍລິສັດໄດ້ຢືນຢັນວ່າ ຖະໜົນທີ່ໄດ້ຮັບການສ້ອມແຊມດ້ວຍພລາສເຕີດັ່ງກ່າວແມ່ນມີຄວາມແຂງແກ່ນຄົງທົນ ແລະທັງໝົດນີ້ບໍ່ແມ່ນພຽງການສ້ອມແຊມເພື່ອໃຊ້ວຽກຊົ່ວຄາວ ແຕ່ມັນເປັນການໃຊ້ວຽກໃນໄລຍະຍາວ. ຢ່າງໃດກໍຕາມທາງບໍລິສັດບໍ່ໄດ້ເປີດເຜີຍເຖິງໄລຍະການໃຊ້ວຽກຂັ້ນຕໍ່າຂອງແຜ່ນພລາສເຕີນີ້.

ນະວັດຕະກໍາ

ທັງນີ້ ເທັກໂນໂລຢີທີ່ທາງບໍລິສັດ ABH Enterprise ພັດທະນາຂຶ້ນມາແມ່ນສາມາດນຳໄປໃຊ້ວຽກໄດ້ຫຼາຍຫຼາຍຮູບແບບບໍ່ຈໍາເປັນວ່າຈະໃຊ້ງານພຽງແຕ່ພື້ນທີ່ເທິງຖະໜົນ ແຕ່ມັນຍັງລວມໄປເຖິງພື້ນຜິວຕ່າງໆ ເຊັ່ນ: ອາຄານສະຖານ, ທາງຍ່າງ, ພື້ນທີ່ພາຍໃນເຮືອນ ຫຼື ອາຄານຕ່າງໆ ໂດຍພລາສເຕີນີ້ແມ່ນເນັ້ນຄວາມແຂງແຮງທົນທານ ພາຍຫຼັງທີ່ນຳໃຊ້ໃນການສ້ອມແຊມ.

ສາມາດເບິ່ງວິດີໂອຕົວຢ່າງການສ້ອມແຊມຖະໜົນໄດ້ທີ່:  https://cutt.ly/J1xs31A

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/