ຍິ່ງໃຫຍ່ຫຼາຍ ຊຽງຂວາງສະເຫຼີມສະຫຼອງໃບຢັ້ງຢືນ ມໍລະດົກໂລກໄຫຫີນແຫ່ງທີ 3 ຂອງ ສປປ ລາວ

ຊຽງຂວາງ

ໃນວັນທີ 29 ພະຈິກ 2022 ອຳນາດການປົກຄອງແຂວງຊຽງຂວາງ ຮ່ວມກັບກະຊວງຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ ໄດ້ຈັດພິທີສະເຫຼີມສະຫຼອງໃບຢັ້ງຢືນມໍລະດົກໂລກໄຫຫີນ ຂຶ້ນຢູ່ບໍລິເວນ ທົ່ງໄຫຫີນ 1 ບ້ານນາໂອ ເມືອງແປກແຂວງຊຽງຂວາງ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທຳແລະທ່ອງທ່ຽວ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ, ມີຜູ້ຕາງໜ້າອົງການຢູເນສໂກ, ມີອຳນາດການປົກຂອງແຂວງ, ເມືອງ, ພ້ອມດ້ວຍຊາວບ້ານໄດ້ເຂົ້າຮ່ວມ.

ພິທີເລີ່ມຕົ້ນດ້ວຍ ຂະບວນແຫ່ໃບຢັ້ງຢືນ ຈາກຫ້ອງການມໍລະດົກໂລກໄຫຫີນຊຽງຂວາງ ອ້ອມຕົວເມືອງໂພນສະຫວັນ, ປະກອບມີ ຂະບວນຟ້ອນ ຈາກ 6 ຊົນເຜົ່າ, ຂະບວນເປົ່າແຄນຂັບລຳ, ມີຂະບວນຕີກອງຄູ່ໃນລົດແຫ່, ມີການຟ້ອນເທິງລົດແຫ່, ໂດຍມີຄົນຢືນລຽນແຖວຕ້ອນຮັບສອງຟາກທາງ, ນອກຈາກນີ້ ຜູ້ເຂົ້າຮ່ວມຍັງໄດ້ຊົມການສະແດງສິລະປະຕື່ມອີກ.

ຊຽງຂວາງ

ໃນພິທີ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ໄດ້ຂຶ້ນລາຍງານສະພາບຄວາມເປັນມາກ່ຽວກັບການຮັບຮອງເປັນມໍລະດົກໂລກໄຫຫີນ ທ່ານໃຫ້ຮູ້ວ່າ: ຕະຫຼອດໄລຍະ 20 ກວ່າປີທີ່ຢາກໃຫ້ໄຫຫີນໄດ້ເຂົ້າເປັນມໍລະດົກໂລກ, ລັດຖະບານແຫ່ງ ສປປ ລາວ ແລະ ອົງການຢູເນສໂກໄດ້ມີການຮ່ວມມືກັນໃນການສຶກສາສຳຫຼວດ, ຄົ້ນຄວ້າ ແລະ ກຳນົດແຜນໃນການປົກປັກຮັກສາ ແລະ ຄຸ້ມຄອງມໍລະດົກ ທາງດ້ານວັດທະນະທຳອັນລໍ້າຄ່າດັ່ງກ່າວໃຫ້ມີ ຄວາມຍືນຍົງ ແລະ ເກີດປະໂຫຍດສູງສຸດ ໂດຍສຸມໃສ່ບັນດາໜ້າວຽກທີ່ສຳຄັນຄື:

ມາຮອດວັນທີ 25 ມັງກອນ 2018 ເອກະສານຄຳຮ້ອງ ແລະ ເອກະສານແຜນແມ່ບົດແຫຼ່ງໄຫຫີນ ແຂວງຊຽງຂວາງ ໄດ້ຖືກຮັບຮອງຈາກລັດຖະບານແຫ່ງ ສປປ ລາວ ເປັນສະບັບສົມບູນ ໄດ້ສຳເລັດ ແລະ ຖືກນຳສົ່ງໄປຍັງສູນມໍລະດົກໂລກ ຂອງອົງການຢູເນສໂກຢ່າງເປັນທາງການ ແລະ ວັນທີ 20-30 ຕຸລາ 2018 ທາງອົງການຢູເນສໂກໄດ້ສົ່ງຜູ້ຊ່ຽວຊານ ຂອງອົງການອີໂຄມອດສ ລົງມາກວດກາເບິ່ງສະພາບຄວາມເປັນຈິງ ຂອງພື້ນທີ່ແຫຼ່ງໄຫຫີນ ແຂວງຊຽງຂວາງ; ໃນວັນທີ 10 ກໍລະກົດ 2019 ກອງປະຊຸມໃຫຍ່ຄັ້ງທີ 43 ຂອງອົງການຢູເນສໂກ ໄດ້ຈັດຂຶ້ນຢູ່ເມືອງ ບາກູ ປະເທດ ອາແຊກໄບຊານ ໄດ້ຮັບຮອງເອົາ “ໄຫຫີນ” ເຂົ້າເປັນມໍລະດົກໂລກຢ່າງເປັນທາງການ.

ຊຽງຂວາງ

ແຫຼ່ງມໍລະດົກໄຫຫີນ 11 ແຫ່ງທີ່ປະກອບດ້ວຍ 15 ອົງປະກອບໄດ້ກວມເອົາເນື້ອທີ່ຂະໜາດໃຫຍ່ ເຊິ່ງນອນຢູ່ໃນ 4 ເມືອງ ຂອງແຂວງຊຽງຂວາງຄື: ເມືອງແປກ, ເມືອງຜາໄຊ, ເມືອງພູກູດ ແລະ ເມືອງຄຳ ທີ່ປະກອບດ້ວຍໄຫຫີນໃຫຍ່-ນ້ອຍ ທີ່ຖືກຄວັດເຈາະຢ່າງປານີດ ຈຳນວນ 1.325 ໜ່ວຍ ຢັ່ງຢາຍກັນຢູ່ ເຊິ່ງໜ່ວຍໄຫຫີນມີຂະໜາດ 1 ຫາ 3 ແມັດ, ມີແຜ່ນຫີນຈຳນວນໜຶ່ງອາດມີຄວາມເປັນໄປໄດ້ ທີ່ຈະເປັນຝາປິດໄຫຫີນ, ບັນດາອົງປະກອບຕ່າງໆນັ້ນ ລ້ວນແຕ່ແມ່ນຫຼັກຖານທີ່ໂດດເດັ່ນທີ່ສຸດສະແດງໃຫ້ເຫັນຄວາມຈະເລີນຮຸ່ງເຮືອງ ຂອງຊຸມຊົນໃນສັງຄົມຍຸກເຫຼັກ ທີ່ເປັນຜູ້ສ້າງ ແລະ ນຳໃຊ້ບັນດາໄຫຫີນ ເຫຼົ່ານັ້ນ ເຊິ່ງມີອາຍຸລະຫວ່າງ 2.500-3.000 ປີ.

ໃນຈຳນວນ 15 ອົງປະກອບ ຂອງບັນດາແຫຼ່ງໄຫຫີນນັ້ນ ແມ່ນປະກອບມີ 5 ແຫຼ່ງໄຫຫີນໃຫຍ່ ຄຶ: ແຫຼ່ງໄຫຫີນ 1, ໄຫຫີນ 2, ໄຫຫີນ 3, ໄຫຫີນ 42 ແລະ ໄຫຫີນ 52. ຈາກນັ້ນ, ຍັງປະກອບມີ ແຫຼ່ງໄຫຫີນນ້ອຍເຊັ່ນ: ໄຫຫີນ 23, 25 ແລະ 28 ທີ່ຖືກຄັດເລືອກດ້ວຍເຫດຜົນທີ່ມີຄວາມໝາຍສຳຄັນທາງດ້ານຫຼັກຖານບູຮານຄະດີ, ສ່ວນອີກ 3 ແຫຼ່ງແມ່ນຖືກຄັດເລືອກດ້ວຍເຫດຜົນທີ່ເປັນຕົວແທນ ໃຫ້ແກ່ແຫຼ່ງຕັດຫີນ ແລະ ແຫຼ່ງຜະລິດໄຫຫີນເຊັ່ນ: ແຫຼ່ງໄຫຫີນ 8, 21 ແລະ 12 ຕາມລຳດັບ.

ໂອກາດຂຶ້ນກ່າວມອບໃບຢັ້ງຢືນ ທົ່ງໄຫຫີນແຂວງຊຽງຂວາງ ມໍລະດົກໂລກແຫ່ງທີ 3 ຂອງ ສປປ ລາວ ຂອງທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທຳແລະທ່ອງທ່ຽວ ໄດ້ກ່າວບາງຕອນທີ່ສຳຄັນວ່າ: ທົ່ງໄຫຫີນແຂວງຊຽງຂວາງໄດ້ຖືກຮັບຮອງໃຫ້ເປັນມໍລະດົກໂລກຈາກອົງການຢູເນສໂກ ໃນວັນທີ 10 ກໍລະກົດ 2019 ເຊິ່ງເປັນແຫ່ງທີ 3 ຂອງ ສປປ ລາວ ຖັດຈາກເມືອງມໍລະດົກໂລກຫຼວງພະບາງ ແລະ ວັດພູຈໍາປາສັກ. ມື້ນີ້ພວກເຮົາໄດ້ພ້ອມກັນມາເຕົ້າໂຮມເພື່ອສະເຫຼີມສະຫຼອງທົ່ງໄຫຫີນອັນເອກະລັກທີ່ເປັນມິ່ງຂວັນຂອງຊາວພວນແຂວງຊຽງຂວາງ ທີ່ມີປະຫວັດສາດຄວາມເປັນມາຍາວນານ ແລະ ມີຄຸນຄ່າອັນໂດດເດັ່ນລະດັບຈັກກະວານຄຽງຄູ່ແຜ່ນດິນຊຽງຂວາງນັບເປັນເວລາຫຼາຍພັນປີ ໂດຍມີວັດຖຸໄຫຫີນມໍລະດົກໂລກ ຈຳນວນຫຼາຍກວ່າ 2.100 ໜ່ວຍ ທີ່ເຄີຍນຳໃຊ້ເຂົ້າໃນພິທີຊາປະນະກິດສົບໃນຍຸກເຫຼັກ ແລະ ໄດ້ກາຍມາເປັນຊື່ຂອງທົ່ງໄຫຫີນ. ຜ່ານການກະກຽມຮອບດ້ານ ແລະ ການຄອງຄອຍມາເປັນເວລາຍາວນານ 20 ກວ່າປີ ທີ່ຢາກໃຫ້ທົ່ງໄຫຫີນ ໄດ້ເປັນມໍລະດົກໂລກ.

ຊຽງຂວາງ

ມາປັດຈຸບັນນີ້ຄວາມພະຍາຍາມກໍໄດ້ກາຍເປັນຄວາມຈິງສົມດັ່ງຄວາມຫວັງຕັ້ງໃຈ ແລະ ການຄອງຄອຍ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະ ປະຊາຊົນຊາວຊຽງຂວາງ ແມ່ນສຸດແສນມີຄວາມປິຕິຍິນດີເປັນຢ່າງຍິ່ງ. ແມ່ນກຽດສັກສີອັນສູງສົ່ງຂອງຊາດ ຢູ່ໃນເວທີລະດັບໂລກ. ມັນເຮັດໃຫ້ຊື່ສຽງ ແລະ ພາບພົດຂອງປະເທດຊາດຖືກໂຄສະນາເຜີຍແຜ່ໂດ່ງດັງໄປທົ່ວໂລກ ເຮັດໃຫ້ຊາວໂລກສົນໃຈຢາກມາທ່ຽວຊົມປະເທດລາວນັບມື້ນັບເພີ່ມຂຶ້ນ. ນາມມະຍົດແຫ່ງຄວາມເປັນມໍລະດົກໂລກ ໄດ້ກະຕຸກຊຸກຍູ້ອຸດສາຫະກໍາການທ່ອງທ່ຽວທາງວັດທະນະທຳ ແລະ ທຳມະຊາດ ທີ່ມີຄຸນຄ່າຍອດຍິ່ງລະດັບໂລກ ແລະ ທັງເປັນແມ່ເຫຼັກດຶງດູດການລົງທຶນ, ການຮ່ວມມືສາກົນ, ການພັດທະນາລະບົບໂຄງລ່າງຮອບດ້ານ ເຊິ່ງເປັນການປະກອບສ່ວນອັນສຳຄັນໃຫ້ແກ່ການລົດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນ, ເປັນການສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນທ້ອງຖິ່ນ, ເປັນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ. ສັງລວມແລ້ວອາດເວົ້າໄດ້ວ່າການອະນຸລັກ ແລະການພັດທະນາ ແມ່ນໄດ້ຊຸກຍູ້ສົ່ງເສີມເຊິ່ງກັນ ແລະ ກັນ ເພາະເມື່ອພວກເຮົາຫາກມີຄວາມເຂົ້າໃຈເລິກເຊິ່ງໃນການພັດທະນາຢ່າງມີການວາງແຜນການຮອບຄອບ ໂດຍຄຳນຶງລ່ວງໜ້າເຖິງທ່າແຮງຂອງມໍລະດົກທີ່ບັນພະບູລຸດໄດ້ປູພື້ນຖານໄວ້ໃຫ້ແລ້ວນັ້ນ ກໍຍ່ອມເຮັດໃຫ້ເກີດພະລັງແຮງຕໍ່ຍອດ ຊຸກຍູ້ເຊິ່ງກັນ ແລະ ກັນ, ກາຍເປັນຊັບພະຍາກອນການທ່ອງທ່ຽວທີ່ບໍ່ບົກແຫ້ງ, ຍືນຍົງ ແລະ ເປັນແມ່ແຮງທາງດ້ານເສດຖະກິດແບບສີຂຽວຂອງຊາດ. ທັງໝົດທັງມວນນັ້ນກໍແມ່ນ ເພື່ອຍົກໃຫ້ທົ່ວສັງຄົມເຫັນໄດ້ຄຸນຄ່າອັນແທ້ຈິງຂອງມໍຣະດົກ ແລະ ຜົນໄດ້ຈາກການນຳໃຊ້ຄຸນຄ່າຂອງມໍຣະດົກດັ່ງກ່າວໃນການປະກອບສ່ວນແກ້ໄຂບັນຫາຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ, ເຊິ່ງມັນກໍແມ່ນເປົ້າໝາຍຂອງນະໂຍບາຍຂອງພັກ ແລະ ລັດຖະບານ.

ຊຽງຂວາງ

ຂອບໃຈຂໍ້ມູນຈາກ: https://cutt.ly/d1nUTxc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/