BlockFi ຍື່ນເອກະສານແຈ້ງລົ້ມລະລາຍແລ້ວ ຕາມຫຼັງການລົ້ມລະລາຍຂອງ FTX ພ້ອມລະບຸມີເຈົ້າໜີ້ກວ່າ 1 ແສນລາຍ

BlockFi

ຜົນກະທົບທີ່ສົ່ງອອກໄປເຖິງໂລກຄຣິບໂຕ ຈາກການລົ້ມລະລາຍຂອງ ແພລັດຟອມ ຊື້ຂາຍ Cryptocurrency ລາຍໃຫຍ່ຢ່າງ FTX ນັ້ນ ເບິ່ງຄືວ່າຈະຄ່ອຍໆລຸກລາມໄປເປັນວົງກວ້າງເລື້ອຍໆ. ຫຼ້າສຸດ BlockFi ແພລັດຟອມໃຫ້ກູ້ຢືມ Cryptocurrency ກໍໄດ້ຍື່ນແຈ້ງເປັນບໍລິສັດລົ້ມລະລາຍໄປເປັນທີ່ຮຽບຮ້ອຍແລ້ວ.
ຕາມເອກະສານທີ່ຍື່ນແຈ້ງລົ້ມລະລາຍຂອງ BlockFi ນັ້ນລະບຸວ່າ ພວກເຂົາມີເຈົ້າໜີ້ລວມກັນກວ່າ 100.000 ຄົນ ໂດຍພວກເຂົາມີຊັບສິນ ແລະ ໜີ້ສິນລວມກັນຢູ່ລະຫວ່າງ 1.000 ຫາ 10.000 ລ້ານໂດລາ.

BlockFi

ໂດຍໃນເອກະສານລະບຸວ່າ ພວກເຂົາມີເຈົ້າໜີ້ລາຍໃຫຍ່ທີ່ສຸດ ເປັນບໍລິສັດ Ankura Trust Company, LLC ບໍລິສັດທີ່ປຶກສາດ້ານການລົງທຶນ ເຊິ່ງໃນຄໍາຮ້ອງລະບຸວ່າ ມີການຮຽກຮ້ອງຄ່າເສຍຫາຍແບບບໍ່ມີຫຼັກປະກັນມູນຄ່າ 725 ລ້ານໂດລາ, ຕໍ່ມາແມ່ນ FTX US ແລະ SEC ເຊິ່ງມີການຮຽກຮ້ອງຄ່າເສຍຫາຍແບບບໍ່ມີຫຼັກປະກັນ 275 ລ້ານໂດລາ ແລະ 30 ລ້ານໂດລາ ຕາມລຳດັບ.

BlockFi

ຂອບໃຈຂໍ້ມູນຈາກ: https://cutt.ly/f1nZ6vm

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/