ຕື່ນແບບບໍ່ຮູ້ສຶກຜິດ! SilentWakeup ໂມງປຸກແບບຕິດຜິວໜັງ ປຸກໃຫ້ເຮົາຕື່ນແບບບໍ່ສົ່ງສຽງດັງລົບກວນຄົນຂ້າງໆ

SilentWakeup

SilentWakeup

ເຊື່ອວ່າຄົນທີ່ຕື່ນຍາກຫຼືມີວຽກຕ້ອງເຮັດກົງເວລາແມ່ນຕ້ອງລຶ້ງກັບການໃຊ້ໂມງປຸກມາແລ້ວຢ່າງແນ່ນອນ ແຕ່ເມື່ອເຮົາໄປນອນກັບແຟນ ຫຼື ນອນກັບໝູ່ ການຕັ້ງໂມງປຸກຂອງເຮົາອາດກາຍເປັນການລົບກວນເວລານອນຂອງຄົນທີ່ນອນຂ້າງໆ ຫຼືອາດເຮັດໃຫ້ເຂົາເຈົ້າຕື່ນໄປພ້ອມໆກັບເຮົາ. ຢ່າງໃດກໍຕາມ ເບິ່ງຄືວ່າຕໍ່ຈາກນີ້ການໃຊ້ໂມງປຸກແມ່ນຈະເປັນເລື່ອງທີ່ບໍ່ສົ່ງຜົນລົບກວນຕໍ່ຄົນທີ່ນອນຂ້າງເຮົາອີກແລ້ວ ເພາະບໍລິສັດຈາກສະຫະລັດອາເມຣິກາໄດ້ຄິດຄົ້ນໂມງປຸກແບບງົດໃຊ້ສຽງ ແຕ່ຈະປຸກດ້ວຍການສັ່ນສະເພາະຜູ້ທີ່ຕັ້ງໃຫ້ປຸກເທົ່ານັ້ນ.

SilentWakeup

ໂດຍໄອເດຍຄວາມຄິດສ້າງສັນນີ້ເປັນຂອງ SmarterWakeup ບໍລິສັດສະຕາດອັບຈາກສະຫະລັດອາເມຣິກາ ທີ່ໄດ້ຄິດຄົ້ນ SilentWakeup ໂມງປຸກແບບຕິດຜິວໜັງເຊິ່ງມີຄວາມສາມາດທີ່ຊ່ວຍໃຫ້ຜູ້ຄົນບໍ່ຕ້ອງທົນກັບສຽງໂມງປຸກທີ່ບາງຄັ້ງເຮັດໃຫ້ຮູ້ສຶກລໍາຄານ ໂດຍທາງຜູ້ຜະລິດແນະນຳວ່າໂມງປຸກນີ້ແມ່ນສາມາດຕິດຢູ່ບໍລິເວນໃດຂອງຮ່າງກາຍກໍໄດ້ ແຕ່ສ່ວນຫຼາຍຜູ້ໃຊ້ຈະນິຍົມຕິດທີ່ບໍລິເວນແຂນ ຫຼື ໜ້າເອິກ.

SilentWakeup

ສໍາລັບວິທີໃຊ້ກໍແສນຈະງ່າຍດາຍພຽງໃຊ້ລະບົບບລູທູດຈາກໂທລະສັບສະມາດໂຟນທັງ iOS ແລະ Android ເຊື່ອມຕໍ່ກັບຕົວໂມງດ້ວຍແອັບພລິເຄຊັ່ນ ຈາກນັ້ນກໍຕັ້ງເວລາປຸກໄວ້ ເມື່ອເຖິງເວລາປຸກຕົວໂມງກໍຈະເລີ່ມສັ່ນເບົາໆ ແລະຈະເພີ່ມລະດັບຄວາມສັ່ນຂຶ້ນໄປເລື້ອຍໆ ຈົນໄປເຖິງ 200 ຄັ້ງ ເພື່ອປ້ອງກັນອາການຕົກໃຈຈາກການສະດຸ້ງຕື່ນກະທັນຫັນ. ທັງນີ້ SilentWakeup ຍັງມີໂໝດການສັ່ນໃຫ້ເລືອກເຖິງ 3 ລະດັບເຊິ່ງຂຶ້ນຢູ່ກັບວ່າຜູ້ໃຊ້ຕື່ນຍາກໃນລະດັບໃດ ແລະ ຍັງເລືອກໃຫ້ຕັ້ງສັ່ນປຸກລະຫວ່າງມື້ເພື່ອແຈ້ງເຕືອນວ່າມີນັດໝາຍໄດ້ຫຼາຍຄັ້ງອີກດ້ວຍ.

SilentWakeup

ທັງນີ້ ຕົວເຄື່ອງຂອງ SilentWakeup ມີມິຕິຄວາມຍາວແລະກວ້າງຢູ່ທີ່ 5×3 ຊັງຕີແມັດ, ໜາ 1 ຊັງຕີແມັດ ສາມາດຕິດແປະກັບຜິວໜັງແບບຊົ່ວຄາວໄດ້ດ້ວຍແຜ່ນຊິລິໂຄນລົດອາການແພ້ເຊິ່ງເປັນເກຣດທີ່ໃຊ້ໃນທາງການແພດ. ພ້ອມນີ້ເຮົາຍັງສາມາດໃຊ້ງານໄດ້ເຖິງ 7 ຄັ້ງ ຈຶ່ງຈະປ່ຽນໄປໃຊ້ແຜ່ນຊິລິໂຄນຕິດກັບຜິວໜັງອັນໃໝ່ ໂດຍ SilentWakeup ໃຊ້ຖ່ານພຽງ 2 ກ້ອນເທົ່ານັ້ນ ສາມາດໃຊ້ງານຕໍ່ເນື່ອງໄດ້ເຖິງ 3 ເດືອນ ແລະຖ້າຫາກຖ່ານໝົດຜູ້ໃຊ້ຈະໄດ້ຮັບການແຈ້ງເຕືອນຈາກແອັບພລິເຄຊັ່ນ.

ເອີ້ນໄດ້ວ່າເປັນນະວັດຕະກໍາທີ່ເໝາະສຳລັບຄົນທີ່ອາໄສຢູ່ເປັນຄູ່ ຫຼື ອາໄສຢູ່ນຳກັນຫຼາຍຄົນ ເພາະນອກຈາກຈະບໍ່ສົງສຽງລົບກວນຄົນຂ້າງໆແລ້ວ ຍັງສາມາດເຮັດໃຫ້ເຮົາຕື່ນໄດ້ກົງເວລາທີ່ກຳນົດໄດ້ດີອີກພ້ອມ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/