BRICS ກຸ່ມປະເທດເສດຖະກິດໃໝ່ຂອງໂລກ ທີ່ກຳລັງທ້າທາຍມະຫາອຳນາດຢ່າງ ສະຫະລັດອາເມຣິກາ

BRICS

ນັບຕັ້ງແຕ່ ຫຼັງສົງຄາມໂລກຄັ້ງທີ 2 ໄດ້ສິ້ນສຸດລົງ ສະຫະລັດອາເມຣິກາ ກໍໄດ້ກາຍເປັນປະເທດມະຫາອຳນາດໂລກຢ່າງເຕັມຕົວ ທັງໃນດ້ານ ເສດຖະກິດ ແລະ ການທະຫານ ຈົນມາໃນປີ 2010 ໄດ້ມີການລວມຕົວຂອງບັນດາປະເທດເສດຖະກິດເກີດໃໝ່ ຂອງໂລກ 5 ປະເທດ ແລະ ໃນປັດຈຸບັນ ກຳລັງພະຍາຍາມອອກຈາກກອບເສດຖະກິດການເງິນ ທີ່ອາເມຣິກາເຄີຍຂີດໄວ້.

BRICS

ໂດຍກຸ່ມດັ່ງກ່າວຖືກກໍ່ຕັ້ງ ແລະ ລວມຕົວກັນຢ່າງເປັນທາງການເມື່ອປີ 2010 ຈາກ 5 ປະເທດໄດ້ແກ່ ບຣາຊິວ, ຣັດເຊຍ, ອິນເດຍ, ຈີນ ແລະ ອາຟຣິກາໃຕ້ ໂດຍໃຊ້ຊື່ກຸ່ມວ່າ BRICS ເຊິ່ງເປັນການເອົາຕົວອັກສອນຕົວທຳອິດຂອງແຕ່ລະປະເທດມາປະກອບເຂົ້າກັນ.

BRICS

ກຸ່ມນີ້ເປັນການລວມກຸ່ມທາງດ້ານເສດຖະກິດ ຂອງບັນດາ 5 ປະເທດທີ່ມີຂີດຄວາມສາມາດ ແລະ ປັດໄຈໃນການຈະເລີນເຕີບໂຕທາງເສດຖະກິດ ບໍ່ວ່າຈະເປັນທາງດ້ານຄວາມສາມາດໃນການຜະລິດ, ມີແຫຼ່ງຊັບພະຍາກອນສຳຄັນ, ມີແຮງງານ, ມີແຫຼ່ງພະລັງງານ ຕະຫຼອດຈົນຮອດປະຊາກອນຈຳນວນຫຼາຍທີ່ຈະເປັນຕະຫຼາດສຳຄັນຂອງໂລກໃນອະນາຄົດ.

ໂດຍສະມາຊິກ ທັງ 5 ປະເທດທີ່ຢູ່ໃນກຸ່ມນີ້ ແມ່ນມີຄວາມໂດດເດັ່ນ ແລະ ປັດໄຈໃນການພັດທະນາປະເທດທີ່ແຕກຕ່າງກັນເຊັ່ນ:

  • ບຣາຊິວ ຈະໂດດເດັ່ນໃນເລື່ອງຂອງການຜະລິດແຮ່ທາດຕ່າງໆ ບວກກັບຊັບພະຍາກອນທຳມະຊາດ ແລະ ແຮງງານ.
BRICS
  • ຣັດເຊຍ ກໍແນ່ນອນວ່າເປັນປະເທດມະຫາອຳນາດທາງດ້ານພະລັງງານ ທັງແກ໊ສທຳມະຊາດ ແລະ ນໍ້າມັນ ແຖມຍັງມີເນື້ອທີ່ຫຼາຍເປັນອັນດັບໜຶ່ງຂອງໂລກ.
  • ອິນເດຍ ໂດດເດັ່ນທາງດ້ານເທັກໂນໂລຢີ ມີບໍລິສັດຊັ້ນນຳຫຼາຍບໍລິສັດ ແລະ ໂຮງຈັກໂຮງງານທີ່ທັນສະໄໝຫຼາຍໂຮງງານຕັ້ງຢູ່ໃນອິນເດຍ ພ້ອມມີແຮງງານລາຄາຖືກ ຈຳນວນຫຼາຍ.
  • ຈີນມີປະຊາກອນຫຼາຍທີ່ສຸດໃນໂລກ ເປັນຕະຫຼາດອັນດັບຕົ້ນໆຂອງໂລກ ແລະ ມີອັດຕາການຈະເລີນເຕີບໂຕທາງດ້ານເສດຖະກິດທີ່ສູງທີ່ສຸດໃນໂລກ ພ້ອມທັງມີລະບົບການເມືອງການປົກຄອງທີ່ສາມາດເອື້ອອຳນວຍໃນການພັດທະນາເສດຖະກິດໄດ້ຢ່າງວ່ອງໄວ.
BRICS
  • ອາຟຣິກາໃຕ້ ເປັນອີກປະເທດໜຶ່ງທີ່ໂດດເດັ່ນທາງດ້ານຊັບພະຍາກອນທຳມະຊາດ ແລະ ເປັນຕະຫຼາດທີ່ສຳຄັນທີ່ສຸດໃນພາກພື້ນ ອາຟຣິກາ ເປັນຕະຫຼາດສູນກາງໃນການກະຈາຍສິນຄ້າຕ່າງໆ ອອກໄປທົ່ວພາກພື້ນ ພ້ອມກັບ ດຶງດູດຊັບພະຍາກອນ ແລະ ສິນຄ້າ ເຂົ້າມາສູ່ກຸ່ມ BRICS ນີ້ເຊັ່ນດຽວກັນ.

ໂດຍ 5 ປະເທດນີ້ ເມື່ອລວມກັນແລ້ວ ຈະມີປະຊາກອນ ທັງໝົດປະມານ 3,2 ພັນລ້ານຄົນ ຄິດເປັນ 40% ຂອງປະຊາກອນໂລກ, ມີເນື້ອທີ່ທັງໝົດກວມເອົາ 1 ສ່ວນ​ 4 ຂອງໂລກ ແລະ ມີ GDP ລວມກັນທີ່ 24,4 ລ້ານລ້ານ ໂດລາ.

BRICS

ເຖິງແມ່ນວ່າຈຸດປະສົງຂອງການລວມຕົວຂອງກຸ່ມນີ້ ແມ່ນເພື່ອການພັດທະນາ ເສດຖະກິດ ແຕ່ກໍປະຕິເສດບໍ່ໄດ້ວ່າ ການຮວມຕົວຄັ້ງນີ້ ແມ່ນເພື່ອສ້າງອຳນາດໃນການຕໍ່ລອງ ແລະ ທ້າທາຍອຳນາດທີ່ມີມາກ່ອນແລ້ວຢ່າງ ສະຫະລັດອາເມຣິກາ ແລະ ບັນດາສະມາຊິກທາງຕາເວັນຕົກເຊັ່ນກຸ່ມ G7 ທີ່ປະກອບມີ ແຄນາດາ, ຝຣັ່ງ, ເຢຍລະມັນ, ອິຕາລີ, ຍີ່ປຸ່ນ, ອັງກິດ ແລະ ສະຫະລັດອາເມຣິກາ.

BRICS

ສັງເກດໄດ້ບ່ອນທີ່ວ່າ ທ່າມກາງຂໍ້ຂັດແຍ້ງ ລະຫວ່າງ ຣັດເຊຍ ແລະ ຢູເຄຣນ ເຊິ່ງເປັນມື້ທີ່ຊາດຕາເວັນຕົກ ແລະ ຫຼາຍປະເທດທົ່ວໂລກ ຮ່ວມກັນຂວໍ້າບາດ ແລະ ໃນມື້ທີ່ ອາເມຣິກາ ໄດ້ຕັດຣັດເຊຍອອກຈາກລະບົບການເງິນໂລກຢ່າງ Swift, ແຊ່ແຂງເງິນທຶນສໍາຮອງລະຫວ່າງປະເທດຈຳນວນຫຼາຍ ຂອງ ຣັດເຊຍ ບວກກັບທ່າທີຂອງສະມາຄົມໂລກ ທີ່ເລີ່ມຈະຫັນຫຼັງໃຫ້ຣັດເຊຍ ແຕ່ ທັງ 5 ປະເທດນີ້ ຍັງເກາະກຸ່ມກັນຢ່າງໜຽວແໜ້ນ ຄ້າຂາຍກັນແບບປົກກະຕິ ພ້ອມທັງໄດ້ມີການປະຊຸມກັນ ປຶກສາຫາລືບັນຫາດ້ານເສດຖະກິດກັນ ໄປເມື່ອໄລຍະເດືອນ ມິຖຸນາ ທີ່ຜ່ານມາ.

BRICS

ເຊິ່ງໃນການປະຊຸມທີ່ຜ່ານມານີ້ ຍິ່ງຕອກຢ້ຳຢ່າງຊັດເຈນວ່າການຕັ້ງກຸ່ມນີ້ຂຶ້ນມາ ຈະເປັນການທ້າທາຍອຳນາດຂອງຊາດຕາເວັນຕົກ ເພາະມີການເຊື່ອກັນເປັນວົງກວ້າງວ່າ ການປະຊຸມຄັ້ງນີ້ ໄດ້ມີການພິຈາລະນາ ຮັບເອົາສະມາຊິກ ທີ່ເປັນປະເທດ ທີ່ມີຈຸດຢືນກົງກັນຂ້າມກັບໂລກຕາເວັນຕົກເພີ່ມເຂົ້າມາອີກ ຢ່າງ ອາເຈນຕິນ່າ ແລະ ອີຣ່ານ ທີ່ໄດ້ມີການຍື່ນຄຳຮ້ອງຂໍເຂົ້າເປັນສະມາຊິກແລ້ວຢ່າງເປັນທາງການ ໃນປີນີ້.

BRICS

ນອກຈາກນີ້ ຍັງມີລາຍງານອອກມາວ່າ ຊາອຸດີອາຣະເບຍ ກຳລັງມີຄວາມຕ້ອງການທີ່ຢາກຈະເຂົ້າມາເປັນສະມາຊິກ ຂອງກຸ່ມນີ້ເຊັ່ນດຽວກັນ ເຊິ່ງນີ້ຈະຖືເປັນການທ້າທາຍ ສະຫະຫະລັດ ອາເມຣິກາ ໂດຍກົງ ເພາະ ຊາອຸດີອາຣະເບຍ ເປັນປະເທດຜູ້ສົ່ງອອກນຳມັນຫຼາຍໃຫຍ່ເປັນອັນດັບຕົ້ນໆຂອງໂລກ ແຖມຍັງມີຄວາມສຳພັນທີ່ດີ ແລະ ເພິ່ງພາຄວາມໝັ້ນຄົງ ຈາກສະຫະລັດອາເມຣິກາ ມາຕະຫຼອດ 8 ທົດສະວັດ.

ໂດຍທ່າທີຂອງ ຊາອຸດີອາຣະເບຍ ຄັ້ງນີ້ມີຂຶ້ນຫຼັງ ອາເມຣິກາ ກ່າວເຕືອນຊາອຸດີອາຣະເບຍ ແບບບໍ່ລົງລາຍລະອຽດວ່າ ຊາອຸດີອາຣະເບຍ ຕ້ອງປະເຊີນກັບຜົນທີ່ຕາມມາ ຈາກກໍລະນີຕັດສິນໃຈລົດກຳລັງຜະລິດນໍ້າມັນລົງ ມື້ລະ 2 ລ້ານບາເຣວ ເຊິ່ງສວນທາງກັບຄຳແນະນຳຂອງ ສະຫະລັດອາເມຣິກາ ທີ່ຕ້ອງການໃຫ້ ຊາອຸດີອາຣະເບຍ ປ້ອນນໍ້າມັນເຂົ້າຕະຫຼາດໂລກ ເພື່ອຮັກສາລາຄານໍ້າມັນທີ່ເພີ່ມສູງຂຶ້ນ ໃນຕະຫຼາດໂລກ.

BRICS

ໃນຂະນະທີ່ຄວາມເຄື່ອນໄຫວຫຼ້າສຸດ ຂອງກຸ່ມປະເທດຮັ່ງມີທາງຕາເວັນຕົກຢ່າງ G7 ທີ່ນຳໂດຍ ສະຫະລັດອາເມຣິກາ ກໍໄດ້ປະກາດລະດົມທຶນຈຳນວນ 600.000 ລ້ານ ໂດລາ ມາພັດທະນາລະບົບພື້ນຖານໂຄງລ່າງໃຫ້ກັບກຸ່ມປະເທດທີ່ກຳລັງພັດທະນາ ເພື່ອດຶງກຸ່ມປະເທດດັ່ງກ່າວອອກຈາກຈີນ.

ເຊິ່ງສຸດທ້າຍແລ້ວເຫດການຕ່າງໆ ຈະດຳເນີນໄປຕໍ່ແນວໃດນັ້ນ ກຸ່ມ BRICS ຈະຂຶ້ນມາສູ້ກັບລະບອບອຳນາດເກົ່າໄດ້ດີປານໃດ ໂລກຈະມີການປ່ຽນຖ່າຍຂົ້ວອຳນາດຫຼືບໍ່, ຂົ້ວອຳນາດເກົ່າຈະມີການສັ່ນຄອນຫຼືບໍ່ ຫຼື ຂົ້ວອຳນາດເກົ່າຈະຍັງຄົງຢູ່ຢ່າງໝັ້ນຄົງຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/