ຂ້ອຍຜິດເອງ! Mark Zuckerberg ຍອມຮັບບໍລິຫານວຽກຜິດພາດ ຈົນເປັນເຫດຕ້ອງປົດພະນັກງານອອກຫຼາຍເຖິງ 11.000 ຄົນ

Mark Zuckerberg

ເມື່ອບໍ່ດົນມານີ້ ໄດ້ມີລາຍງານອອກມາວ່າ Meta ໄດ້ກຽມປົດພະນັກງານໝື່ນຄົນເຊິ່ງເປັນຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ ເນື່ອງຈາກຜົນປະກອບການຂອງບໍລິສັດອອກມາບໍ່ໄດ້ດີເທົ່າທີ່ຄວນ. ຫຼ້າສຸດ ມາກ ຊັກເກີເບີກ ຜູ້ຮ່ວມກໍ່ຕັ້ງ ແລະ ຜູ້ບໍລິຫານຂອງ Meta, ໄດ້ອອກມາຢືນຢັນການປົດພະນັກງານ ດ້ວຍຕົນເອງ ແລະ ຍອມຮັບວ່າເລື່ອງທີ່ເກີດຂຶ້ນເປັນຍ້ອນຕົນເອງບໍລິຫານວຽກຜິດພາດ.

Mark Zuckerberg

ໂດຍ ມາກ ຊັກເກີເບີກ ບອກວ່າ ຈະມີພະນັກງານໝື່ນຄົນທີ່ຈະໄດ້ຮັບຜົນກະທົບຈາກເລື່ອງນີ້ ແລະ ທາງບໍລິສັດຈະແຈ້ງບັນດາພະນັກງານທີ່ຖືກປົດ ໃນອາທິດນີ້. ນອກຈາກນີ້ ມາກ ຊັກເກີເບີກ ຍັງໄດ້ຍອມຮັບຕໍ່ຄະນະບໍລິຫານ ໃນກອງປະຊຸມຄັ້ງນີ້ວ່າ ຕົນຂໍຮັບຜິດຊອບຕໍ່ຄວາມຜິດພາດທີ່ໄດ້ເຮັດລົງໄປ ເນື່ອງຈາກຕົນເອງເບິ່ງພາບການເຕີບໂຕຂອງບໍລິສັດນັ້ນໃນແງ່ດີເກີນໄປ ຈົນເຮັດໃຫ້ມີການຈ້າງພະນັກງານຈຳນວນຫຼາຍກວ່າທີ່ຈໍາເປັນ ຈົນຕ້ອງໄດ້ປົດພະນັກງານອອກຄັ້ງນີ້.

Mark Zuckerberg

ໃນເບື້ອງຕົ້ນ Lori Goler ຫົວໜ້າຝ່າຍບຸກຄະລາກອນຂອງ Meta ໄດ້ແຈ້ງໃຫ້ຮູ້ວ່າ ພະນັກງານ Meta ທີ່ກໍາລັງຈະຖືກໄລ່ອອກຈະໄດ້ຮັບຄ່າຊົດເຊີຍໃນອັດຕາປະມານ 4 ເດືອນ.

Mark Zuckerberg

ສ່ວນເຫດຜົນທີ່ວ່າເປັນຫຍັງ Meta ຈຶ່ງກຳລັງປະເຊີນກັບບັນຫາຄັ້ງນີ້ ຫຼາຍຝ່າຍກໍເບິ່ງໄປໃນທິດທາງດຽວກັນວ່າ ເປັນຍ້ອນ ການເບິ່ງພາບອະນາຄົດຂອງບໍລິສັດທີ່ຜິດພາດ ແລະ ເງິນທຶນຈໍານວນຫຼາຍທີ່ລົງທຶນໃນເທັກໂນໂລຢີ Metaverse ບໍ່ປະສົບຜົນສໍາເລັດເທົ່າທີ່ຄວນ. ນອກຈາກນີ້ຍັງປະເຊີນກັບການແຂ່ງຂັນຈາກ TikTok ແລະ ນະໂຍບາຍການປົກປ້ອງຄວາມເປັນສ່ວນຕົວຂອງ Apple, ເຮັດໃຫ້ປະສົບກັບບັນຫາທີ່ຈະສ້າງລາຍໄດ້ຈາກການໂຄສະນາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/