ສະຖິຕິເຜີຍ ປະເທດອິນເດຍ ເປັນປະເທດທີ່ປະຊາຊົນເສຍຊີວິດ ຈາກການຖືກງູກັດ ສະເລ່ຍ 64.000 ຄົນຕໍ່ປີ ຫຼາຍທີ່ສຸດເປັນອັນດັບໜຶ່ງຂອງໂລກ

ປະເທດອິນເດຍ

ໜັງສືພິມທ້ອງຖິ່ນຂອງອິນເດຍ ລາຍງານວ່າ ງູກັດ ເປັນບັນຫາສາທາລະນະສຸກ ໃນ ປະເທດອິນເດຍ ລວມເຖິງກຸ່ມປະເທດທີ່ມີລາຍໄດ້ຕໍ່າ-ປານກາງເປັນເວລາດົນນານແລ້ວ ນັບແຕ່ສະເພາະໃນປະເທດອິນເດຍ ມີສະຖິຕິອອກມາວ່າ ມີຜູ້ເສຍຊີວິດຈາກການຖືກງູກັດ ສະເລ່ຍ 64.100 ຄົນຕໍ່ປີ ເປັນຕົວເລກທີ່ສູງທີ່ສຸດໃນໂລກ, ຂະນະທີ່ ຄົນເສຍຊີວິດຈາກການຖືກງູກັດທົ່ວໂລກ ມີພຽງ 78.600 ຄົນຕໍ່ປີ.

ປະເທດອິນເດຍ

ລາຍງານຍັງລະບຸອີກວ່າ ລັດ Uttar Pradesh ທາງ​ພາກ​ເໜືອ​ຂອງ​ອິນ​ເດຍ ເປັນ​ບ່ອນ​ທີ່​ມີ​ການ​ເສຍຊີວິດ ຈາກການຖືກງູ​ກັດ​ຫຼາຍ​ທີ່​ສຸດ​ໃນ​ແຕ່​ລະ​ປີ ປະມານ 16.100 ຄົນ, ຮອງລົງມາແມ່ນລັດ Madhya Pradesh ເສຍຊີວິດປະມານ 5.790 ຄົນ ແລະ ລັດ Rajasthan ປະມານ 5.230 ຄົນ.

ປະເທດອິນເດຍ

ໂດຍອັດຕາການເສຍຊີວິດເມື່ອຖືກງູກັດໃນອິນເດຍຄິດເປັນ 4 ຄົນຕໍ່ ປະຊາກອນ 100.000 ຄົນ ເຊິ່ງຖືວ່າສູງຫຼາຍ ເມື່ອທຽບກັບ ອັດຕາການເສຍຊີວິດຈາກການຖືກງູກັດໃນທົ່ວໂລກ ທີ່ຄິດເປັນ 0,8 ຄົນ ຕໍ່ປະຊາກອນ 100.000 ຄົນ.

Soumyadeep Bhaumik ຜູ້ຊ່ຽວຊານດ້ານລະບົບສາທາລະນະສຸກລະດັບສາກົນ ປະຈຳສະຖາບັນເພື່ອສຸຂະພາບໂລກ (George Institute for Global Health) ຜູ້ຊີ້ນໍາໂຄງການສຶກສານີ້ ກ່າວວ່າ: ປັດຈຸ​ບັນ ອິນ​ເດຍ ຍັງ​ບໍ່​ທັນ​ມີ​ຍຸດ​ທະ​ສາດ​ແຫ່ງ​ຊາດ ​ເພື່ອ​ແກ້​ໄຂ​ບັນຫາ​ງູ​ກັດ. ເຖິງວ່າຈະມີຈໍານວນຜູ້ເສຍຊີວິດສູງໃນແຕ່ລະປີ. ນອກຈາກນີ້ ​ Bhaumik ຍັງໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ໃນ​ການ​ສ້າງ​ຍຸດ​ທະ​ສາດ​ທີ່​ສຸມ​ໃສ່​ປ້ອງ​ກັນ​ງູ​ ແລະ ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ລະບົບ​ສາທາລະນະສຸກ.

ຂອບໃຈຂໍ້ມູນຈາກ: https://cutt.ly/9N577z6

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/