ດື່ມນໍ້າໃນປະລິມານໜ້ອຍມີຜົນເສຍຕໍ່ສຸຂະພາບແນວໃດ?


ໃນແຕ່ລະມື້ທຸກຄົນດື່ມນໍ້າໃນປະລິມານພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍແລ້ວ ຫຼື ບໍ່? ໂດຍຕາມປົກກະຕິແລ້ວຮ່າງກາຍຂອງຄົນເຮົາມີນໍ້າເປັນສ່ວນປະກອບ 50-70% ຂອງນໍ້າໜັກຕົວ ການດື່ມນໍ້າໃຫ້ພຽງພໍຈຶ່ງມີຄວາມຈຳເປັນຕໍ່ຄວາມສົມດູນການເຮັດວຽກຂອງລະບົບຕ່າງໆໃນຮ່າງກາຍ ເຊິ່ງວ່າໃນມື້ໜຶ່ງຮ່າງກາຍຄວນໄດ້ຮັບປະລິມານນໍ້າປະມານ 1.5 ລິດ – 3 ລິດເຊິ່ງຂຶ້ນກັບສະພາບຮ່າງກາຍຂອງແຕ່ລະຄົນ. ແຕ່ຫາກດື່ມນໍ້າໃນປະລິມານໜ້ອຍບໍ່ພຽງພໍຕໍ່ຮ່າງກາຍຈະມີຜົນຂ້າງຄຽງໃດແດ່ເຮົາມາເບິ່ງນຳກັນ.

ຂໍ້ເສຍຂອງການດື່ມນໍ້າໜ້ອຍ

•ເຫງົານອນ ແລະ ອ່ອນເພຍ

•ຜິວແຫ້ງ, ຕາແຫ້ງ ແລະ ປາກແຫ້ງ

•ຖອກທ້ອງ

•ເຈັບຫົວ

•ປັດສາວະເປັນສີເຫຼືອງ, ມີກິ່ນ ແລະ ຂັບຖ່າຍໜ້ອຍກວ່າປົກກະຕິ

•ຊີບພະຈອນເຕັ້ນໄວ, ຫາຍໃຈ ແລະ ຫອບຖີ່

•ໝາກໄຂ່ຫຼັງເຮັດວຽກໜັກຂຶ້ນ

•ມີສານກໍ່ໜິ້ວຕົກຕະກອນ ອາດເປັນສາເຫດຂອງໂຣກໜິ້ວໄດ້

ນອກຈາກນີ້, ບັນດາໂຣກພະຍາດແຕກຕ່າງກໍເຂົ້າມາແຊກຊ້ອນໄດ້ງ່າຍຂຶ້ນເຊັ່ນ:

1. ໂຣກສະໝອງເສື່ອມ

ເມື່ອປະລິມານນ້ຳໃນຮ່າງກາຍບໍ່ພຽງພໍ ເລືອດທີ່ສູບໄປທົ່ວຮ່າງກາຍຈະມີຄວາມໜຽວຂຶ້ນ, ເຮັດໃຫ້ຫົວໃຈບໍ່ສາມາດສູບເລືອດໄປຫຼໍ່ລ້ຽງສະໝອງໄດ້ພຽງພໍ ຈຶ່ງເປັນສາເຫດຂອງອາການສະໝອງເສື່ອມນັ້ນເອງ. ເພາະສະນັ້ນ, ຖ້າຫາກຮູ້ສຶກບໍ່ສົດຊື່ນ, ຄິດໄດ້ຊ້າລົງນັ້ນອາດຈະເປັນຜົນມາຈາກການດື່ມນ້ຳໜ້ອຍເກີນໄປ.

2. ລິດສີດວງທະວານ

ຫາກດື່ມນໍ້າບໍ່ພຽງພໍຕາມຄວາມຕ້ອງການຂອງຮ່າງກາຍ ອາດເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ຍາກຂຶ້ນ ສົ່ງຜົນໃຫ້ຮ່າງກາຍບໍ່ຂັບຖ່າຍ ເພາະວ່າອາຈົມອາດຈະແຫ້ງເກີນໄປ. ເມື່ອສິ່ງເສດເຫຼືອສະສົມຢູ່ໃນລຳໄສ້ ມັນຈະດູດເອົາຂອງເສຍກັບຄືນສູ່ຮ່າງກາຍອີກຄັ້ງໜຶ່ງ ເຊິ່ງເຮັດໃຫ້ເລືອດມີຂອງເສຍ ແລະ ມີຄວາມໜຽວຫຼາຍຂຶ້ນ ແລະ ອາຈົມຍິ່ງແຂງ ແລະ ແຫ້ງຂຶ້ນຈົນນຳໄປສູ່ອາການທ້ອງຜູກ ເມື່ອຫາກມີພຶດຕິກຳແບບນີ້ເປັນປະຈຳອາດສ່ຽງເປັນໂຣກລິດສີດວງທະວານກໍເປັນໄດ້.

3. ປວດຂໍ້ກະດູກ ແລະ ກະດູກອ່ອນໃນຫຼາຍພາກສ່ວນຂອງຮ່າງກາຍ

ເຊິ່ງນັ້ນກວມລວມໄປເຖິງໝອນຮອງກະດູກ ມີສ່ວນປະກອບເປັນນໍ້າຫຼາຍເຖິງ 80%. ດັ່ງນັ້ນ, ຖ້າຂໍ້ຕໍ່ ຫຼື ໝອນຮອງກະດູກແຫ້ງ, ຄວາມຊຸ່ມຊື້ນບໍ່ພຽງພໍ ອາດຈະເຮັດໃຫ້ຂໍ້ຕໍ່ຕ່າງໆ ດູດຊຶມແຮງກະແທກບໍ່ໄດ້ດີ ຈົນ​ນຳໄປສູ່ອາການບາດເຈັບໄດ້ງ່າຍ.

4. ທໍ່ປັດສາວະອັກເສບ

ຖ້າເຈົ້າມີອາການປວດປັດສາວະ ແຕ່ພັດປັດສາວະບໍ່ອອກມາ ຫຼືພຽງຢອດໄຫຼອອກພຽງເລັກໜ້ອຍ ເຈົ້າອາດກຳລັງເປັນໂຣກທໍ່ປັດສາວະອັກເສບເນື່ອງມາຈາກການດື່ມນ້ຳບໍ່ພຽງພໍ, ການຕິດເຊື້ອ ແລະ ອາການອົດປັດສາວະເປັນເວລາດົນນານ.

5. ປະຈຳເດືອນມາບໍ່ປົກກະຕິ

ຫາກພົບວ່າປະຈຳເດືອນຂອງມາບໍ່ສະໝໍ່າສະເໝີ, ມີສີເຂັ້ມເກີນໄປ ຫຼື ເຈັບທ້ອງປະຈຳເດືອນຮຸນແຮງກວ່າປົກກະຕິນັ້ນອາດແມ່ນໜຶ່ງໃນສາເຫດມາຈາກການດື່ມນໍ້າໜ້ອຍກໍເປັນໄດ້.

ການດື່ມນໍ້າຢ່າງພຽງພໍມີຄຸນປະໂຫຍດຕໍ່ຮ່າງກາຍຫຼາຍເຊັ່ນວ່າ:

•ຊ່ວຍລຳລຽງສານອາຫານ ແລະ ອັອກຊີເຈນໄປຫຼໍ່ລ້ຽງເຊລໃນຮ່າງກາຍ

•ຊ່ວຍຂັບຂອງເສຍ ແລະ ກຳຈັດແບັກທີເຣຍອອກຈາກກະເພາະປັດສາວະ

•ຊ່ວຍໃນການຍ່ອຍອາຫານ

•ປ້ອງກັນອາການຖອກທ້ອງ

•ຊ່ວຍກະຕຸ້ນໃຫ້ລະບົບການເຮັດວຽກຂອງສະໝອງໄດ້ວ່ອງໄວ ແລະ ມີສະມາທິ

•ຄົງອັດຕາການເຕັ້ນຂອງຫົວໃຈທີ່ສະໝໍ່າສະເໝີ

•ປັບຄວາມສົມດຸນຂອງອຸນຫະພູມຮ່າງກາຍ

•ຊ່ວຍໃຫ້ຜິວພັນຜ່ອງໃສ ແລະ ຊຸ່ມຊື້ນ

•ຮັກສາສົມດຸນລະດັບເກືອແຮ່ໃນເລືອດ

ວິທີປ້ອງກັນອາການຂາດນໍ້າ

•ດື່ມນໍ້າຢ່າງໜ້ອຍ 8-12 ແກ້ວ ຫຼື ໃນປະລິມານທີ່ສົມດຸນຕໍ່ຮ່າງກາຍ

•ດື່ມນໍ້າທັນທີຫຼັງຕື່ນນອນ

•ເລືອກກິນໝາກໄມ້ທີ່ມີນໍ້າເປັນອົງປະກອບຫຼັກເຊັ່ນ: ໝາກໂມ, ໝາກຫຸ່ງ, ໝາກມ່ວງສຸກ, ໝາກກ້ຽງ ແລະ ອື່ນໆ

•ຮັບປະທານອາຫານທີ່ມີໂປຣຕີນສູງ ເຊັ່ນວ່າ: ພືດຕະກູນຖົ່ວ, ນົມໄຂມັນຕໍ່າ, ອາຫານທະເລ ເປັນຕົ້ນ.

•ຫຼີກເວັ້ນສະຖານທີ່ຮ້ອນ ຫຼື ແອອັດເກີນໄປ ເພື່ອບໍ່ໃຫ້ຮ່າງກາຍອ່ອນເພຍ

ຢ່າງໃດກໍຕາມ, ຮ່າງກາຍຂອງຄົນເຮົາຍ່ອມປາສະຈາກນໍ້າຫຼໍ່ລ້ຽງຢ່າງຂາດບໍ່ໄດ້. ສະນັ້ນ, ຄວນດື່ມນໍ້າໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ, ກິນອາຫານໃຫ້ຄົບ 5ໝູ່, ພັກຜ່ອນໃຫ້ພຽງພໍ ແລະ ໝັ່ນອອກກຳລັງກາຍເປັນປະຈຳເພື່ອສຸຂະອະນາໄມທີ່ສົມບູນແຂງແຮງ.

ອ້າງອີງ:

https://cutt.ly/UwjsEBvi

https://cutt.ly/jwjsRinj

https://cutt.ly/uwjsRG8x

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/