Wabi-Sabi ຄຸນຄ່າຂອງຄວາມບໍ່ສົມບູນແບບ


ຫຼາຍຄົນລ້ວນແຕ່ຢາກມີຊີວິດທີ່ສົມບູນແບບ ພະຍາຍາມເຮັດທຸກວິທີທາງບໍ່ໃຫ້ເກີດຄວາມຜິດພາດເພື່ອສະແຫວງຫາຄວາມສົມບູນແບບຈົນກັບກາຍເປັນການທຳຮ້າຍຕົນເອງ ສົ່ງຜົນເສຍຕໍ່ສຸຂະພາບຈິດ ກັງວົນວ່າຈະເຮັດຕາມທີ່ຄາດຫວັງບໍ່ໄດ້ເຮັດໃຫ້ບໍ່ສາມາດເລີ່ມເຮັດຫຍັງໃໝ່ໆໄດ້ເລີຍ.

Wabi-Sabi ຖືເປັນຫຼັກປັດຊະຍາທີ່ຢູ່ຄູ່ກັບຊາວຍີ່ປຸ່ນມາຢ່າງຍາວນານ ໂດຍຄຳວ່າ Wabi ໝາຍເຖິງຊີວິດທີ່ດັດປັບໃຫ້ສອດຄ່ອງກັບທຳມະຊາດ,​ຄວາມລຽບງ່າຍທີ່ລົງຕົວ. ສ່ວນ Sabi ແມ່ນສິ່ງທີ່ເກີດຂຶ້ນຕາມການເວລາ, ​ຄວາມປ່ຽນແປງຕາມຄວາມເປັນຈິງຂອງທຳມະຊາດ,​ ຄວາມພໍໃຈໃນຄວາມບໍ່ສົມບູນແບບ ເມື່ອນຳທັງ 2 ຄຳມາລວມກັນຈື່ງມີຄວາມໝາຍວ່າການບໍ່ຢຶດຕິດໃນຄວາມສົມບູນແບບ ແລະ ການຊື່ນຊົມຄວາມງາມທີ່ບໍ່ສົມບູນແບບໃນຊີວິດ.

Wabi-Sabi ລິເລີ່ມມາຕັ້ງແຕ່ທົດສະວັດທີ 15 ມາຈາກພິທີຊົງຊາຂຽວຂອງພະໃນນິກາຍເຊນ 2 ທ່ານ, ໜຶ່ງໃນນັ້ນຄືທ່ານຈູໂຄ ຄົນຍີ່ປຸ່ນໃນສະໄໝນັ້ນໂດຍສະເພາະເຫຼົ່າຣາຊະວົງຜູ້ມີຕຳແໜ່ງສູງສົ່ງໄດ້ມີການຮັບວັດທະນະທຳການດື່ມຊາມາຈາກປະເທດຈີນ ແລະ ທຸກໆຄັ້ງຈະຕົກແຕ່ງຢ່າງຫຼູຫຼາດ້ວຍຖ້ວຍຊາລາຄາແພງ ທ່ານຈູໂຄຈຶ່ງໄດ້ສະເໜີໃຫ້ພິທີຊົງຊາຈັດຂຶ້ນແບບລຽບງ່າຍດ້ວຍຖ້ວຍປັ້ນຈາກດິນທົ່ວໄປເພື່ອດື່ມດຳກັບທຳມະຊາດຫຼາຍຂຶ້ນ.

Wabi-Sabi ມີຄວາມຄ້າຍຄືກັບ Kintsugi ສິລະປະແຫ່ງການປອບປະໂລມຈິດໃຈ ແຕ່ Wabi-Sabi ບໍ່ໄດ້ມີໄວ້ເພື່ອຮັບມືກັບຄວາມສູນເສຍ ເປັນວິໄສທັດຝັງເລິກໃນຈິດໃຈຂອງຊາວຍີ່ປຸ່ນທີ່ເຮັດໃຫ້ເຫັນຄຸນຄ່າຂອງຄວາມລຽບງ່າຍ ຄວາມງາມຂອງທຳມະຊາດ ຄວາມຜຸພັງທີ່ຈະຕ້ອງເກີດຂຶ້ນຢ່າງຫຼີກໜີບໍ່ໄດ້.

ປັບແນວຄິດ Wabi-Sabi ເຂົ້າກັບການໃຊ້ຊີວິດ

Wabi-Sabi ເປັນປັດຊະຍາຊີວິດທີ່ສອນໃຫ້ເຮົາເບິ່ງໂລກໃນຄວາມເຂົ້າໃຈທຳມະຊາດ ເຂົ້າໃຈວ່າທຸກຊັບພະສິ່ງລ້ວນບໍ່ແນ່ນອນ ເຊັ່ນດຽວກັບຊີວິດຂອງພວກເຮົາ ການຍອມຮັບ ແລະ ເຂົ້າໃຈດ້ານຕ່າງໆຂອງຕົນເອງບໍ່ວ່າຈະເປັນດ້ານດີ ຫຼື ບໍ່ດີກໍຕາມ,​ ຢຸດປຽບທຽບຕົນເອງກັບຄົນອື່ນ, ​ຢຸດກ່າວໂທດຕົນເອງ, ​ຢຸດພະຍາຍາມຕາມຫາຄວາມສົມບູນແບບ ແລະ ຍອມຮັບຄວາມເປັນຈິງໃນສິ່ງທີ່ເກີດຂຶ້ນ ທຸກສິ່ງລ້ວນປ່ຽນແປງໄປຕາມການເວລາບໍ່ມີສິ່ງໃດຍືນຍົງ ພະຍາຍາມເຮັດໃຫ້ງານທຸກງານມີຄຸນຄ່າ ແລະ ມີຄວາມສຳຄັນໃນຕົວຂອງມັນ,​ ພໍໃຈ ຍິນດີກັບທຸກສິ່ງທີ່ເຮົາມີ ທຸກສິ່ງທີ່ເຮົາເຮັດ ນັ້ນແມ່ນ Wabi-Sabi ການເປັນຕົວຂອງເຮົາເອງ ແລະ ຍອມຮັບໃນຄວາມບໍ່ສົມບູນແບບຂອງຕົນເອງ.

ນອກຈາກຄວາມໝາຍດ້ານປັດຊະຍາແລ້ວ Wabi-Sabi ຍັງມີບົດບາດໃນແວດວົງສະຖາປັດຕະຍະກຳ, ສິ່ງປຸກສ້າງ ແລະ ວັດຖຸທີ່ເຖິງແມ່ນວ່າມັນຈະມີຮອຍ, ຂຶ້ນຣາ ຄົນຍີ່ປຸ່ນກໍເບິ່ງວ່າມັນຄືຄວາມງົດງາມ.

ຊີວິດຂອງເຮົາຕ້ອງພົບເຈີທັງເລື່ອງດີ ແລະ ເລື່ອງຮ້າຍຜ່ານເຂົ້າມາ ຊີວິດບໍ່ໄດ້ສົມບູນແບບ ສິ່ງສຳຄັນຄືເຮົາຕອບສະໜອງຕໍ່ເລື່ອງເຫຼົ່ານັ້ນແນວໃດ ຢ່າເອົາແຕ່ຫາຄວາມສົມບູນແບບຈົນຊີວິດບໍ່ພົບເຈິກັບຄວາມສຸກ ກ້າທີ່ຈະລອງຜິດລອງຖືກ, ​ຕັ້ງເປົ້າໝາຍຕາມຄວາມເປັນຈິງ ແລະ ຄວາມສາມາດຂອງຕົນເອງ ຂະນະດຽວກັນກໍໃຫ້ຄວາມສຳຄັນກັບຄຸນຄ່າຂອງຄວາມລຽບງ່າຍໃນຊີວິດທີ່ບໍ່ສົມບູນແບບ.

ຂໍຂອບໃຈຂໍ້ມູນຈາກ:

https://cutt.ly/8wfWiBLb

https://cutt.ly/BwfWoY60

https://cutt.ly/lwfWo70g

https://cutt.ly/dwfWpZ0k

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/