ຍ້ອນຄວາມອາຍເປັນເຫດ ເຮັດໃຫ້ເກີດມີ ຫູຟັງຂອງແພດ


ຫູຟັງຂອງແພດ ຫຼື Stethoscope ເປັນເຄື່ອງມືສຳຄັນຂອງແພດທີ່ໃຊ້ຟັງອະໄວຍະວະພາຍໃນຮ່າງກາຍ ໂດຍສະເພາະໃຊ້ຟັງສຽງຊີບພະຈອນການເຕັ້ນຂອງຫົວໃຈ, ປອດ. ນອກຈາກນີ້ຍັງໃຊ້ຟັງສຽງຈາກລຳໄສ້ ແລະ ການໄຫຼວຽນຂອງເລືອດທັງໃນຫຼອດເລືອດແດງ ແລະ ຫຼອດເລືອດດຳເພື່ອກວດວ່າຮ່າງກາຍຂອງເຮົາມີຄວາມຜິດປົກກະຕິຫຼືບໍ່ແລ້ວປະເມີນອາການໃນເບື້ອງຕົ້ນ.

ຫູຟັງຂອງແພດຖືກປະດິດຂຶ້ນມາຄັ້ງທຳອິດທີ່ປະເທດຝຣັ່ງໃນປີ 1816 ຄິດຄົ້ນໂດຍ Rene laennec ນາຍແພດປະຈຳໂຮງໝໍ Necker-Enfants Malades ໃນກຸງປາຣີສ ເນື່ອງມາຈາກ Laennec ຕ້ອງກວດສາວງາມທີ່ມີອາກາດເຈັບໜ້າເອິກ ລາວວິນິດໄສວ່ານາງອາດຈະເປັນໂຣກຫົວໃຈ ຈຶ່ງຕ້ອງແນບຫູລົງທີ່ໜ້າເອິກບໍລິເວນຫົວໃຈເພື່ອຟັງສຽງຫົວໃຈຂອງຜູ້ປ່ວຍ ເຮັດໃຫ້ Laennec ອາຍ ແລະ ຄິດວ່າຄົງບໍ່ເໝາະສົມຖ້າຫາກເອົາຫູແນບໜ້າເອິກຜູ້ປ່ວຍເພດຍິງ. Laennec ຈຶ່ງແກ້ບັນຫາດ້ວຍການນຳເຈ້ຍມາມ້ວນເປັນທໍ່ຍາວແລ້ວຟັງສຽງຜ່ານທໍ່ເຈ້ຍນັ້ນແທນ ປາກົດວ່າໄດ້ຮັບຜົນດີເກີນຄາດມັນສາມາດຟັງສຽງການເຕັ້ນຂອງຫົວໃຈໄດ້ຊັດເຈນຂຶ້ນໂດຍບໍ່ຕ້ອງສຳຜັດຮ່າງກາຍເລີຍ.

ຫຼັງຈາກເຫດການນັ້ນ Laennec ຈຶ່ງໄດ້ປະດິດຫູຟັງຂອງແພດທີ່ເຮັດມາຈາກໄມ້ເປັນຄັ້ງທຳອິດທີ່ເບິ່ງແລ້ວຮູບຮ່າງຄ້າຍຄືກັບເຄື່ອງດົນຕີທີ່ມີຊື່ວ່າ Trumpet ແລະ ໄດ້ມີການພັດທະນາມາເລື້ອຍໆກາຍເປັນອຸປະກອນມາດຕະຖານຕິດຕົວແພດມາເຖິງປັດຈຸບັນ.

ຂອບໃຈຂໍ້ມູນຈາກ:

https://cutt.ly/NwehnQJ0

https://cutt.ly/DwehnN2N

https://cutt.ly/IwehmcW0

https://cutt.ly/4wehWpm5

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/