ພື້ນທີ່ສີຂຽວ ຊ່ວຍເພີ່ມປະສິດທິພາບ ໃນການເຮັດວຽກໄດ້ເຖິງ 20%


ສະພາບແວດລ້ອມໃນການເຮັດວຽກເປັນສິ່ງທີ່ສຳຄັນ ເພາະເຮົາຕ້ອງໃຊ້ເວລາຢູ່ໃນຫ້ອງການຫຼາຍຊົ່ວໂມງ ຈາກການວິໄຈຈາກມະຫາວິທະຍາໄລ Twente ປະເທດເນເທີແລນ ພົບວ່າພຽງການເພີ່ມພື້ນທີ່ສີຂຽວໃນຫ້ອງການເຊັ່ນ ການປູກຕົ້ນໄມ້ໃນກະຖາງກໍສາມາດເພີ່ມປະສິດທິພາບໃນການເຮັດວຽກໄດ້.

1. ຈາກການວິໄຈເຫັນວ່າຕົ້ນໄມ້ສາມາດກະຕຸ້ນໃຫ້ພະນັກງານມີຄວາມກະຕືລືລົ້ນໃນການເຮັດວຽກເຮັດໃຫ້ມີປະສິດທິພາບຂຶ້ນເຖິງ 20%

    2. ການຢູ່ທ່າມກາງທຳມະຊາດຊ່ວຍເພີ່ມສະມາທິ ລົດຄວາມເມື່ອຍ ເພາະການທີ່ເຮົານັ່ງເຮັດວຽກເທິງໜ້າຈໍ ຫຼື ຈົດຈໍ່ກັບສິ່ງໃດສິ່ງໜຶ່ງດົນໆຈະເຮັດໃຫ້ເກີດຄວາມຄຽດສະສົມ.

    3. ການເພີ່ມພື້ນທີ່ສີຂຽວຊ່ວຍໃຫ້ສຸຂະພາບຈິດຂອງພະນັກງານດີຂຶ້ນ ເມື່ອພະນັກງານມີຈິດໃຈເບີກບານ ບັນຍາກາດໃນການເຮັດວຽກກໍມີການຜ່ອນຄາຍໃນການສ້າງປະຕິສຳພັນຮ່ວມກັນ.

    4. ຕົ້ນໄມ້ຊ່ວຍຟອກອາກາດໃຫ້ບໍລິສຸດ ເພາະຕົ້ນໄມ້ມີຄຸນສົມບັດໃນການດູດຊັບ ແລະ ກຳຈັດສານພິດປົນເປື້ອນຢູ່ໃນອາກາດທີ່ເປັນອັນຕະລາຍຕໍ່ຮ່າງກາຍ.

    5. ສະພາບອາກາດພາຍໃນຫ້ອງ ຖ້າມີຄວາມຊື້ນຕ່ຳເກີນໄປຈະເຮັດໃຫ້ຮູ້ສຶກບໍ່ສະບາຍຕົວ ແລະ ຕິດເຊື້ອໃນອາກາດ ແຕ່ຖ້າຄວາມຊື້ນສູງເກີນໄປເຮັດໃຫ້ເກີດມີເຊື້ອຣາ ແລະ ຝຸ່ນ ໂດຍຕົ້ນໄມ້ຈະສາມາດຄວບຄຸມຄວາມຊື້ນໃຫ້ຢູ່ໃນລະດັບທີ່ເໝາະສົມຕໍ່ສຸຂະພາບຂອງມະນຸດ

    6. ຊ່ວຍສ້າງພາບລັກທີ່ດີໃຫ້ກັບອົງກອນ ການມີພື້ນທີ່ສີຂຽວໃນອົງກອນເຮັດໃຫ້ລູກຄ້າ ແລະ ຜູ້ທີ່ມາໃນອົງກອນຮູ້ສຶກເຖິງຄວາມໃສ່ໃຈໃນສຸຂະພາບ ແລະ ຜ່ອນຄາຍ ແລ້ວຍັງສວຍງາມອີກດ້ວຍ.

    ເຫັນໄດ້ວ່າຕົ້ນໄມ້ສ້າງປະໂຫຍດໃຫ້ກັບມະນຸດບໍ່ວ່າທາງກົງ ຫຼື ທາງອ້ອມ ເມື່ອຮູ້ດັ່ງນີ້ແລ້ວເຮົາກໍຄວນຫາຕົ້ນໄມ້ຈັກຕົ້ນມາປະດັບໂຕະເຮັດວຽກ ຫຼື ໃນບໍລິເວນໃດໜຶ່ງ ແລະ ຮ່ວມສ້າງພື້ນທີ່ສີຂຽວນຳກັນ ນອກຈາກຈະດີຕໍ່ຕົວເຮົາແລ້ວ ຍັງເຮັດໃຫ້ສິ່ງແວດລ້ອມ ແລະ ໂລກຂອງເຮົາໜ້າຢູ່ຂຶ້ນອີກດ້ວຍ.

    ຂອບໃຈຂໍ້ມູນຈາກ:

    https://cutt.ly/jwtM53BB

    https://cutt.ly/QwtM6fkA

    https://cutt.ly/XwtM6U5K

    ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/