ຫິວຕອນເດິກ ສັນຍານອັນຕະລາຍສ່ຽງເປັນໂຣກ Night Eating Syndrome


ທຸກຄົນເຄີຍມີພຶດຕິກຳເຫຼົ່ານີ້ຫຼືບໍ່ ຍິ່ງນອນເດິກ ຍິ່ງເກີດອາການທ້ອງຮ້ອງ, ຫິວເຂົ້າ, ຫິວອາຫານ, ຫິວເຂົ້າໜົມຂອງຈຸກຈິກກໍຈະວົນວຽນຢູ່ໃນຫົວ ຈຳເປັນຕ້ອງລຸກຈາກບ່ອນນອນອອກມາຊອກຂອງກິນ ຫຼາຍຄົນອາດຮູ້ຢູ່ແລ້ວວ່າພຶດຕິກຳເຫຼົ່ານີ້ກໍ່ໃຫ້ເກີດໂຣກຕຸ້ຍ, ແຕ່ບໍ່ພຽງເທົ່ານີ້ມັນຍັງເປັນສັນຍານເຕືອນອັນຕະລາຍສ່ຽງເປັນໂຣກ Night Eating Syndrome ອີກດ້ວຍ.

Night Eating Syndrome ແມ່ນ ໂຣກການກິນອາຫານໃນຕອນເດິກ ເປັນອາການປ່ວຍທາງຈິດປະເພດໜຶ່ງທີ່ສົ່ງຜົນໃຫ້ພຶດຕິກໍາການກິນອາຫານຜິດປົກກະຕິ.  ໃນຕອນເຊົ້າ ຫຼື ໃນລະຫວ່າງມື້ ຈະບໍ່ຮູ້ສຶກຢາກອາຫານຫຼາຍ, ແຕ່ວ່າມັກຈະຫິວ ແລະ ມີຄວາມຮູ້ສຶກຢາກກິນອາຫານໃນຕອນກາງຄືນ, ເຖິງແມ່ນວ່າຈະນອນຫຼັບຢູ່ກໍຕາມ ພໍເມື່ອຮອດເວລາ ຮ່າງກາຍຈະຕື່ນ ແລະ ອອກໄປເປີດຕູ້ເຢັນເພື່ອຫາຂອງກິນ ບໍ່ວ່າຈະເປັນອາຫານຈານໃຫຍ່ ຫຼື ອາຫານວ່າງນ້ອຍໆ ຈົນກາຍເປັນຄວາມລຶ້ງເຄີຍ.

Albert Stunkard, ນັກຈິດຕະສາດຊາວອາເມຣິກາ ໄດ້ຄົ້ນພົບໂຣກດັ່ງກ່າວ ໃນປີ 1955 ເນື່ອງຈາກຄົນເຈັບຂອງລາວມີນ້ຳໜັກຕົວຫຼາຍ, ກິນອາຫານຫຼາຍກວ່າປົກກະຕິ  ແລະ ມັກຫິວໃນຕອນກາງຄືນ, ຈົນກາຍເປັນສາເຫດທີ່ເຮັດໃຫ້ລາວກາຍເປັນຄົນຮ່າງກາຍຕຸ້ຍຂຶ້ນ. ທ່ານໝໍຈຶ່ງຕັ້ງຊື່ໂຣກນີ້ວ່າ Night Eating Syndrome.

ນອກຈາກນັ້ນ, ວາລະສານ American Medical Association ຍັງເປີດເຜີຍການສຶກສານີ້ວ່າ: ຄົນທີ່ມີພຶດຕິກຳມັກກິນອາຫານຕອນເດິກຈະຮູ້ສຶກຫິວ ແລະ ຢາກກິນອາຫານຫຼັງ 18 ໂມງແລງ ເປັນຕົ້ນໄປ, ເຊິ່ງຈາກການທົດລອງພົບວ່າ ກຸ່ມຄົນເຫຼົ່ານີ້ສາມາດກິນອາຫານໄດ້ເຖິງ 3 ເທົ່າ ຂອງປະລິມານອາຫານທີ່ກິນມາໃນໝົດມື້.

ອີງຕາມຫຼັກຖານທາງການແພດກ່າວວ່າ: ອາການດັ່ງກ່າວຖືໄດ້ວ່າເປັນໂຣກທາງຈິດ ເນື່ອງຈາກຕິດການກິນອາຫານຕອນເດິກເປັນປະຈຳ, ເຮັດທຸກມື້ຈົນກາຍເປັນນິດໄສ. ນອກ​ຈາກ​ນັ້ນ, ສາເຫດ​ຂອງ​ການ​ກິນ​ອາຫານ​ຕອນ​ເດິກ​ຍັງ​ເກີດມາ​ຈາກ​ຄວາມ​ຜິດ​ປົກກະຕິ​ຂອງ​ຮໍໂມນລະດັບ melatonin (ຄົນທີ່ເປັນໂຣກນອນບໍ່ຫຼັບ) ແລະ ຄວາມຕຶງຄຽດທີ່ນຳໄປສູ່ການກິນເພື່ອບັນເທົາຄວາມຄຽດ ເຊິ່ງວ່າໄວໜຸ່ມທີ່ຢູ່ໃນໄວຮຽນ ຫຼື ເຮັດວຽກມີຄວາມສ່ຽງເປັນໂຣກນີ້ຫຼາຍ.

ແນວໃດກໍຕາມ, ນິດໄສການກິນອາຫານຕອນເດິກ ບໍ່ໄດ້ໝາຍຄວາມວ່າຈະເປັນໂຣກ Night Eating Syndrome ສະເໝີໄປ!! ສະນັ້ນ, ລອງມາສັງເກດເບິ່ງນຳກັນວ່າ ທ່ານມີພຶດຕິກຳເຫຼົ່ານີ້ເປັນສ່ວນຫຼາຍບໍ່?

1.ບໍ່ເກີດອາການຫິວຫຼາຍໃນຕອນເຊົ້າ ແລະ ບໍ່ຢາກກິນອາຫານໃນລະຫວ່າງມື້

2.ຕອນແລງກິນຫຼາຍ ແລະ ເຕັມທີ່ກິນອາຫານໝົດທຸກຢ່າງ

3.ຖ້າບໍ່ກິນຕອນເດິກຈະນອນບໍ່ຫຼັບ ແລະ ຄິດສະເໝີວ່າ ການກິນອາຫານຕອນເດິກຈະເຮັດໃຫ້ນອນຫຼັບດີ.

4.ມັກຕື່ນຕອນກາງຄືນ ແລະ ​ຕ້ອງ​ລຸກ​ຂຶ້ນ​ເປີດ​ຕູ້​ເຢັນ​ຫາ​ຂອງ​ກິນປະມານ 3-4 ຄັ້ງ​/ຄືນ

5.ລະເມີລຸກຂຶ້ນມາກິນເຂົ້າໂດຍບໍ່ຮູ້ຕົວ (ລອງ​ຖາມ​ຄົນ​ໃນ​ເຮືອນ​ເບິ່ງເດີ)

6.ຄິດ​ວ່າ​ການ​ຫິວ​ໃນ​ຕອນ​ກາງ​ຄືນ​ ແລະ ​ໄດ້​ກິນ​ອາ​ຫານ​ເປັນ​ວິ​ທີ​ໜຶ່ງ​ທີ່​ຈະ​ຊ່ວຍລົດຜ່ອນຄວາມ​ຕຶງຄຽດ

ຖ້າຫາກທ່ານບໍ່ໄດ້ມີພຶດຕິກຳເຫຼົ່ານີ້ ກໍໝາຍຄວາມວ່າ ທ່ານບໍ່ໄດ້ເປັນໂຣກ Night Eating Syndrome. ໃນທາງກົງກັນຂ້າມ, ຖ້າພຶດຕິກຳເຫຼົ່ານີ້ຫາກແມ່ນທ່ານ ກໍຄວາມຕື່ນຕົວແລ້ວວ່າ ທ່ານກຳລັງເປັນໂຣກຫິວຕອນເດິກນີ້ຢູ່.

ແຕ່ທຸກທ່ານບໍ່ຕ້ອງວິຕົກກັງວົນຫຼາຍເກີນໄປ ເພາະມື້ນີ້, ພວກເຮົາໄດ້ນຳເອົາ 5 ວິທີປັບປ່ຽນພຶດຕິກຳຫິວຕອນເດິກມາຝາກທຸກຄົນ.

1). ການປ່ຽນແປງພຶດຕິກຳການກິນອາຫານ: ຄວນຈັດສັນເວລາການອາຫານໃຫ້ກົງກັບໂມງເຊັ່ນ: ເວລາ 7-9 ໂມງເຊົ້າແມ່ນ ກິນອາຫານເຊົ້າ, ເວລາ 11-13 ໂມງແມ່ນກິນອາຫານທ່ຽງ ແລະ ເວລາ 18-20 ໂມງ ກິນອາຫານແລງ, ພ້ອມຍັງຕ້ອງ ກິນອາຫານໃຫ້ຄົບ 5 ໝວດ ໃນປະລິມານທີ່ເໝາະສົມເພື່ອໃຫ້ຮ່າງກາຍຈັດສັນພະລັງງານໃຫ້ດີຂຶ້ນໃນແຕ່ລະໄລຍະ ແລະ ປ້ອງກັນບໍ່ໃຫ້ເກີດຄວາມຫິວ.

2). ລົດຜ່ອນຄວາມຮູ້ສຶກຫິວໂດຍການເຮັດສິ່ງອື່ນໆ ເຊັ່ນ: ການອ່ານ, ຟັງເພງ, ເບິ່ງຮູບເງົາ ແລະ ນັ່ງສະມາທິ, ເຊິ່ງກິດຈະກຳດັ່ງກ່າວຈະຊ່ວຍບັນເທົາຄວາມຕຶງຄຽດໄດ້.

3). ດື່ມນ້ຳກ່ອນແທນການກິນອາຫານ ໝາຍຄວາມວ່າ ເມື່ອເກີດອາການຫິວ ເຮົາສາມາດດື່ມນໍ້າກ່ອນ ຖ້າຫາກຄວາມຫິວຫາຍໄປນັ້ນກໍສະແດງວ່າ ບາງເທື່ອໃນເວລານັ້ນໆ ຮ່າງກາຍພຽງແຕ່ຫິວນ້ຳ

4). ພັກຜ່ອນໃຫ້ພຽງພໍເພື່ອຮັກສາການເຮັດວຽກຂອງຮ່າງກາຍໃຫ້ເປັນປົກກະຕິ ແລະ ລົດຜ່ອນຄວາມສ່ຽງຂອງພາວະລະດັບນໍ້າຕານໃນເລືອດຕໍ່າ ທີ່ສົ່ງຜົນໃຫ້ເກີດຄວາມຫິວ.

5). ສຳລັບຄົນທີ່ມີຄວາມຜິດປົກກະຕິຂອງຮໍໂມນ: ຄວນໄປພົບແພດໝໍເພື່ອຮັບການປຶກສາ, ປິ່ນປົວໄດ້ຖືກວິທີ ແລະ ທັນເວລາ.

6). ຄວນຫຼີກເວັ້ນອາຫານ ແລະ ເຄື່ອງດື່ມທີ່ມີນ້ຳຕານສູງ, ອາຫານຈືນ ແລະ ອາຫານສຳເລັດຮູບ.  ເນື່ອງຈາກວ່າອາຫານເຫຼົ່ານີ້ແມ່ນມີໄຂມັນ ແລະ ພະລັງງານສູງ ເຮັດໃຫ້ອາຫານຍ່ອຍຍາກ ມັນອາດຈະສົ່ງຜົນກະທົບຕໍ່ນ້ຳໜັກຮ່າງກາຍ.

ຖ້າຫາກທ່ານ ປ່ອຍໃຫ້ອາການກິນຕອນເດິກຊໍາເຮື້ອເປັນເວລາດົນ ມັນອາດຈະນໍາໄປສູ່ການເກີດພະຍາດຮ້າຍແຮງໃນອະນາຄົດ. ສະນັ້ນ, ພະຍາຍາມບໍ່ກິນອາຫານຕອນເດິກ, ປັບປ່ຽນພຶດຕິກຳການກິນຢ່າງເໝາະສົມ, ກິນອາຫານໃຫ້ຄົບ 5 ໝູ່, ອອກກຳລັງກາຍເປັນປະຈຳ ແລະ ພັກຜ່ອນໃຫ້ພຽງພໍເພື່ອສຸຂະອະນາໄມທີ່ແຂງແຮງສົມບູນ.

ອ້າງອີງ:

https://cutt.ly/EweyW1ab

https://cutt.ly/FweyEARe

https://cutt.ly/pweyAYEJ

https://cutt.ly/vweyU8fD

https://cutt.ly/oweyTKmn

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/