ຍີ່ປຸ່ນ ກາຍເປັນຊາດທີ 5 ຂອງໂລກ ທີ່ນຳຍານລົງຈອດເທິງດວງຈັນສຳເລັດ!


ຍານສຳຫຼວດແບບບໍ່ມີຄົນຂັບ Smart Lander for Investigating Moon ຂອງປະເທດຍີ່ປຸ່ນ ລົງຈອດເທິງຜິວດວງຈັນສຳເລັດ ເຮັດໃຫ້ປະເທດຍີ່ປຸ່ນກາຍເປັນປະເທດທີ 5 ຂອງໂລກທີ່ສາມາດນຳຍານລົງຈອດເທິງດວງຈັນ ແຕ່ແຜງໂຊລາເຊວບໍ່ເຮັດວຽກອາດຈະຕ້ອງຈົບພາລະກິດໄວກ່ອນກຳນົດ.

ອົງການສຳຫຼວດອະວະກາດຂອງປະເທດຍີ່ປຸ່ນ ໄດ້ອອກມາເປີດເຜີຍວ່າ Smart Lander for Investigating Moon ລົງຈອດເທິງຜິວດວງຈັນສຳເລັດໃນເວລາ 00:20 ຕາມເວລາທ້ອງຖິ່ນ ໂດຍຍານສຳຫຼວດບັນທຸກຍານພາຫະນະໂຣເວີຂະໜາດນ້ອຍໄວ້ 2 ຄັນ ພ້ອມລະບົບໂທລະມາດ ແລະ ກ້ອງອິນຟາເຣດ ເພື່ອສຶກສາທໍລະນີວິທະຍາເທິງພື້ນຜິວດວງຈັນ.

ພ້ອມກັນນັ້ນ ຜຸ້ຊ່ຽວຊານຂອງອົງການສຳຫຼວດອະວະກາດຂອງປະເທດຍີ່ປຸ່ນ ຍັງໄດ້ອອກມາເປີດເຜີຍວ່າ ກຳລັງເລັ່ງແກ້ໄຂບັນຫາລະບົບການເຮັດວຽກທີ່ຂັດຂ້ອງຂອງແຜງໂຊລາເຊວ ທີ່ອາດເຮັດໃຫ້ແບັດເຕີຣີໝົດລົງ ແລະ ຍານອາດຂາດການຕິດຕໍ່ໄດ້ ເຊິ່ງຈະສົ່ງຜົນໃຫ້ພາລະກິດສຳຫຼວດດວງຈັນຂອງຍີ່ປຸ່ນ ອາດຈະຈົບໄວກ່ອນກຳນົດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/