Madonna ຖືກແຟນຄລັບຟ້ອງ ຍ້ອນຂຶ້ນຄອນເສີດຊ້າ 2 ຊົ່ວໂມງ


Madonna ນັກຮ້ອງຍິງໃນຕຳນານ ເຊິ່ງຢູ່ລະຫວ່າງການເດີນທາງໄປສະແດງຄອນເສີດໃຫ້ແກ່ແຟນໆຢູ່ເມືອງຕ່າງໆ ໃນການທົວຄັ້ງທີ 12 ໃນຊີວິດໂດຍໃຊ້ຊື່ວ່າ ‘The Celebration Tour’ ມາຕັ້ງແຕ່ປາຍປີ 2023 ແຕ່ຕອນນີ້ຣາຊິນີເພງປັອບກຳລັງຈະມີງານເຂົ້າ ສາເຫດມາຈາກການຂຶ້ນຄອນເສີດຊ້າ 2 ໂມງ.

ເມື່ອ 2 ແຟນຄລັບ Michael Fellows ແລະ Jonathan Hadden ໄດ້ດຳເນີນການຍື່ນຟ້ອງຕໍ່ສານລັດຖະບານກາງຂອງເຂດ ບຸກລິນ ນິວຢອກ ສະຫະລັດອາເມຣິກາ ເພື່ອຟ້ອງ Madonna, ບໍລິສັດ Live Nation ແລະ Barclays Center ໃນຂໍ້ຫາ ໂຄສະນາຊວນເຊື່ອ ການນຳສະເໜີທີ່ບໍ່ເປັນຈິງໂດຍປະໝາດ ແລະ ແນວທາງປະຕິບັດທາງການຄ້າທີ່ບໍ່ຍຸຕິທຳ ແລະ ຫຼອກລວງ.

ໂດຍທັງສອງໃຫ້ເຫດຜົນວ່າ ຖ້າຫາກຮູ້ວ່າ Madonna ຈະຂຶ້ນຊ້າເຖິງ 2 ຊົ່ວໂມງພວກເຂົາຈະບໍ່ຊື້ບັດ ເພາະຕາມກຳນົດແລ້ວຕ້ອງຂຶ້ນເວລາ 20:30 ແຕ່ກວ່າຈະຂຶ້ນເວທີ ແລະ ເລີ່ມໂຊແທ້ໆກັບພົບວ່າເປັນເວລາ 22:30 ເຊິ່ງຊ້າກວ່າກຳນົດໄປເຖິງ 2 ຊົ່ວໂມງ ແລະ ກວ່າຈະສິ້ນສຸດຄອນເສີດກໍເປັນເວລາ 01:00 ຂອງມື້ຖັດໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/