ເກົາຫຼີໃຕ້ ວາງເປົ້າໝາຍ ໃຊ້ເງິນວອນເຮັດການຄ້າກັບອາຊຽນ


ແຫຼ່ງຂ່າວຈາກແວດວົງການເງິນເປີດເຜີຍວ່າ ບັນດາທຸລະກິດຕ່າງໆຂອງເກົາຫຼີໃຕ້ຈະສາມາດຊຳລະເງິນດ້ວຍສະກຸນເງິນວອນ KRW ໃຫ້ກັບຄູ່ຄ້າຈາກປະເທດສະມາຊິກສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ASEAN) ໄດ້ໄວທີ່ສຸດໃນໄລຍະເຄິ່ງຫຼັງຂອງປີນີ້.

ວິທີການຊຳລະເງິນດັ່ງກ່າວ ຈະຊ່ວຍຫຼຸດລາຄາທຳນຽມຈຳນວນຫຼາຍຈາກການເຮັດທຸລະກຳ ທີ່ເກີດຈາກການແປງສະກຸນເງິນວອນເປັນສະກຸນເງິນອື່ນ ເຊິ່ງໂດຍປົກກະຕິແລ້ວຈະເປັນເງິນໂດລາສະຫະລັດ ຫຼື ແປງສະກຸນເງິນໂດລາສະຫະລັດກັບມາເປັນສະກຸນເງິນວອນ, ພ້ອມທັງ ຍັງຊ່ວຍຫຼຸດຄວາມສ່ຽງຈາກອັດຕາແລກປ່ຽນທີ່ຜັນຜວນອີກດ້ວຍ. ໂດຍບໍລິສັດເກົາຫຼີໃຕ້ຕ່າງໆ ຈະສາມາດຈ່າຍ ຫຼື ຮັບເງິນຈາກການເຮັດທຸລະກຳ ດ້ວຍສະກຸນເງິນວອນຜ່ານທະນາຄານຂອງປະເທດຄູ່ຄ້າ ທີ່ມີສາຂາໃນໂຊລໄດ້.

ແຜນການໃຊ້ສະກຸນເງິນວອນ ຊັດເຈນຂຶ້ນຫຼັງຈາກກະຊວງເສດຖະກິດ ແລະ ການຄັງຂອງເກົາຫຼີໃຕ້ ແລະ ກະຊວງອື່ນໆ ທີ່ກ່ຽວຂ້ອງໄດ້ລະບຸເອົາໄວ້ໃນທິດທາງນະໂຍບາຍເສດຖະກິດປະຈຳປີ 2024 ເຊິ່ງປະກາດໄປໃນອາທິດທີ່ຜ່ານມາ. ໂດຍກະຊວງເສດຖະກິດ ແລະ ການຄັງ ເລັ່ງຊຸກຍູ້ປັບປຸງກົດເກນການແລກປ່ຽນເງິນຕາຕ່າງປະເທດໃຫ້ສຳເລັດພາຍໃນເຄິ່ງປີ ເພື່ອໃຫ້ສາມາດດຳເນີນການຕາມແຜນໄດ້.

ໂດຍປົກກະຕິແລ້ວ ທຸລະກຳການຄ້າທີ່ໃຊ້ເງິນວອນນັ້ນມີໜ້ອຍຫຼາຍ ແຕ່ການຊຳລະເງິນແບບໃໝ່ບົ່ງບອກວ່າສະກຸນເງິນນີ້ ຖືວ່າມີຄວາມໜ້າເຊື່ອຖື ແລະ ມີສະຖຽນລະພາບນອກເໜືອຈາກສະກຸນເງິນຫຼັກ. ນອກຈາກນີ້ ຄວາມຕ້ອງການເງິນວອນກໍເພີ່ມຂຶ້ນໃນກຸ່ມປະເທດອາຊຽນ ທ່າມກາງການຄ້າທີ່ເຕີບໂຕຢ່າງວ່ອງໄວກັບເກົາຫຼີໃຕ້.

ໃນຂະນະທີ່ ບັນດາປະເທດສະມາຊິກປະຊາຄົມອາຊຽນ 10 ປະເທດ ອິນໂດເນເຊຍ ອາດຈະເປັນປະເທດທຳອິດທີ່ຍອມຮັບທຸລະກຳການຄ້າ ໂດຍໃຊ້ສະກຸນເງິນວອນ ສ່ວນຟີລິບປິນ ແລະ ຫວຽດນາມ ກໍມີແນວໂນ້ມທີ່ຈະຕາມມາໃນໄວໆນີ້. ນອກຈາກນີ້ ໃນໄລຍະຍາວ ກະຊວງການຄັງກໍພະຍາຍາມທີ່ຈະຂະຫຍາຍຂອບເຂດການໃຊ້ສະກຸນເງິນ ໃນການເຮັດການຄ້າກັບປະເທດໃນພູມີພາກອື່ນໆຕໍ່ໄປ.

ທີ່ມາ: AECConnect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/