ຍີ່ປຸ່ນແຈ້ງຢຸດບໍລິການລົດໄຟຊົ່ວຄາວ ແລະ ເຕືອນປະຊາຊົນໃຫ້ຫຼົບໄພ ຫຼັງເກົາຫຼີເໜືອຍິງລູກສອນໄຟຂ້າມເກາະຍີ່ປຸ່ນເປັນຄັ້ງທຳອິດ ໃນຮອບ 5 ປີ

ຍີ່ປຸ່ນ

ເຊົ້າວັນທີ 4 ຕຸລາ 2022 ເກົາຫຼີເໜືອ ທົດສອບຍິງລູກສອນໄຟຂ້າມເກາະຍີ່ປຸ່ນເປັນຄັ້ງທຳອິດໃນຮອບ 5 ປີ ຈົນເຮັດໃຫ້ລັດຖະບານຍີ່ປຸ່ນຕ້ອງແຈ້ງເຕືອນປະຊາຊົນໃຫ້ຫຼົບໄພ ແລະ ຢຸດໃຫ້ບໍລິການລົດໄຟທາງພາກເໜືອເປັນການຊົ່ວຄາວ.

ຍີ່ປຸ່ນ

ລັດຖະບານຍີ່ປຸ່ນແຈ້ງເຕືອນພົນລະເມືອງໃຫ້ອົບພະຍົບໄປຊອກບ່ອນທີ່ປອດໄພ ຫຼັງກວດພົບ ລູກສອນໄຟ ທີ່ຖືກຍິງມາຈາກເກົາຫຼີເໜືອ ຂ້າມດິນແດນບາງສ່ວນເກາະ ຮັອກໄກໂດ ແລະ ອາໂຣໂມຣິ ກ່ອນທີ່ຈະໄປຕົກຢູ່ມະຫາສະໝຸດ ປາຊີຟິກ ໂດຍທີ່ກອງກຳລັງທະຫານຍີ່ປຸ່ນບໍ່ໄດ້ໃຊ້ລະບົບປ້ອງກັນໃດໆ ໃນການຍິງທຳລາຍລູກສອນໄຟລູກນັ້ນ.

ຍີ່ປຸ່ນ

ທ່ານ ຮິໂຣຄາຊຸ ມັດສຶໂນະ ໂຄສົກລັດຖະບານຍີ່ປຸ່ນໄດ້ຖະແຫຼງຕໍ່ສື່ມວນຊົນວ່າ: “ພຶດຕິກຳຕ່າງໆຂອງເກົາຫຼີເໜືອ ເຊິ່ງລວມເຖິງການທົດສອບຍິງລູກສອນໄຟຢ່າງຕໍ່ເນື່ອງ ຖືເປັນການຄຸກຄາມສັນຕິພາບ ແລະ ຄວາມໝັ້ນຄົງຂອງຍີ່ປຸ່ນ. ນອກຈາກນີ້ຍັງເປັນຄວາມທ້າທາຍຂອງທັງຍີ່ປຸ່ນ ລວມເຖິງປະຊາຄົມໂລກ” ທ່ານ ຮິໂຣຄາຊຸ ມັດສຶໂນະ ຍັງລະບຸອີກວ່າ ລູກສອນໄຟຂອງເກົາຫຼີເໜືອ ເດີນທາງມາເປັນໄລຍະ 4.600 ກິໂລແມັດ ດ້ວຍຄວາມສູງປະມານ 1.000 ກິໂລແມັດເໜືອພື້ນໂລກ.

ທ່ານ ຮິໂຣຄາຊຸ ມັດສຶໂນະ ໃຫ້ຮູ້ຕື່ມອີກວ່າ ປັດຈຸບັນຍັງບໍ່ມີລາຍງານວ່າ ລູກສອນໄຟ ລູກດັ່ງກ່າວຍັງບໍ່ໄດ້ສ້າງຄວາມເສຍຫາຍໃດໆ ຕໍ່ເຮືອບິນ ຫຼື ເຮືອໃນຍີ່ປຸ່ນ ເທື່ອ.

ຍີ່ປຸ່ນ

ດ້ານເສນາທິການທະຫານຮ່ວມເກົາຫຼີໃຕ້ (JCS) ປະເມີນວ່າ ລູກສອນດັ່ງກ່າວ ໜ້າຈະເປັນລູກສອນໄຟປະເພດຖິ້ມຕົວໄລຍະກາງ ຫຼືວ່າ (intermediate-range ballistic missile – IRBM) ທີ່ຖືກຍິງອອກມາຈາກແຂວງ ຈາກັງ (Jagang) ເຊິ່ງເປັນພື້ນທີ່ ທີ່ເກົາຫຼີເໜືອ ເຄີຍຍິງທົດສອບລູກສອນໄຟມາແລ້ວຫຼາຍຄັ້ງ ລວມເຖິງສິ່ງທີ່ພວກເຂົາອ້າງວ່າ ເປັນລູກສອນໄຟຄວາມໄວເໜືອສຽງ ຫຼືວ່າ hypersonic.

ຍີ່ປຸ່ນ

ຄິມ ຄົງຍຸບ (Kim Dong-yup) ອະດີດ ເຈົ້າໜ້າທີ່ກອງທັບເຮືອເກົາຫຼີໃຕ້ ລະບຸວ່າ ຈາກຂໍ້ມູນເບື້ອງຕົ້ນຈາກທັງ ຍີ່ປຸ່ນ ແລະ ເກົາຫຼີໃຕ້ ເຮັດໃຫ້ສາມາດເຊື່ອໄດ້ວ່າ ລູກສອນໄຟດັ່ງກ່າວໜ້າຈະເປັນລູກສອນໄຟປະເພດ IRBM ຊື່ຮຸ່ນວ່າ ຮົວຊອງ-12 (Hwasong-12) ເຊິ່ງເກົາຫຼີເໜືອເຄີຍນຳມາອວດຕໍ່ສາຍຕາປະຊາຄົມໂລກ ເມື່ອປີ 2017 ແລະ ກໍເຄີຍຂູ່ວ່າຈະໃຊ້ລູກສອນໄຟລູກນີ້ ຍິງໂຈມຕີ ເກາະກວມ. ຄິມ ຄົງຍຸບ ລະບຸອີກວ່າ ລູກສອນໄຟຮຸ່ນນີ້ເຄີຍຍິງຂ້າມເກາະຍີ່ປຸ່ນມາແລ້ວ ເມື່ອປີ 2017 ແລະ ສະຖານທີ່ຍິງກໍຄື ຍິງຈາກແຂວງ ຈາກັງ ເຊັ່ນດຽວກັນ.

ສິ່ງທີ່ເກີດຂຶ້ນຖືເປັນເລື່ອງໃຫຍ່ ເພາະນີ້ອາດເປັນການຝ່າຝືນບັນທັດຖານສາກົນ ວ່າດ້ວຍການຍິງລູກສອນໄຟ ໄປໂດຍກົງ ຫຼື ຍິງຜ່ານເຂດທ້ອງຟ້າຂອງປະເທດອື່ນ ໂດຍບໍ່ມີການແຈ້ງເຕືອນລ່ວງໜ້າ ຫຼື ຂໍຄຳປຶກສາກ່ອນ ໂດຍປະເທດສ່ວນໃຫຍ່ຈະຫຼີກເວັ້ນການກະທຳລັກສະນະນີ້ ເພາະອາດຖືກເຂົ້າໃຈວ່າກຳລັງຖືກໂຈມຕີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ