ລັດຖະສະພາຣັດເຊຍເລີ່ມຂະບວນການຮັບຮອງ 4 ດິນແດນຂອງຢູເຄຣນ ໃນຂະນະທີ່ກອງທັບຢູເຄຣນເດີນໜ້າຢຶດພື້ນທີ່ຄືນໄດ້ຢ່າງຕໍ່ເນື່ອງ

ລັດຖະສະພາຣັດເຊຍ

ລັດຖະສະພາຣັດເຊຍ

ເມື່ອວັນທີ 3 ຕຸລາທີ່ຜ່ານມາ ສະພານິຕິບັນຍັດຂອງຣັດເຊຍເລີ່ມຕົ້ນຂະບວນການອະນຸມັດຮັບຮອງການລວມ 4 ດິນແດນຂອງຢູເຄຣນໄດ້ແກ່ ລູຮານສ, ໂດເນສ, ຊາປໍຣິເຊຍ ແລະ ເຄຊອນ ເຂົ້າເປັນສ່ວນໜຶ່ງຂອງຣັດເຊຍ. ໃນຂະນະດຽວກັນກໍມີລາຍງານວ່າ ສະພາຜູ້ແທນລາສະດອນຂອງຣັດເຊຍ ຫຼືສະພາ ດູມາ (State Duma) ກໍມີມະຕິເປັນເອກະສັນອະນຸມັດການລວມດິນແດນຂອງຣັດເຊຍ. ທາງດ້ານວຸດທິສະພາ ກໍມີກໍານົດການຈັດການປະຊຸມເພື່ອລົງມະຕິກ່ຽວກັບເລື່ອງນີ້ໃນມື້ນີ້ (4 ຕຸລາ).

ລັດຖະສະພາຣັດເຊຍ

ສຳລັບຂະບວນການທາງນິຕິບັນຍັດນີ້ຄາດວ່າຈະໃຊ້ເວລາປະມານ 2-3 ມື້ ເນື່ອງຈາກປະທານາທິບໍດີ ວະລາດິເມຍ ປູຕິນ ແລະ ພັນທະມິດ ຄວບຄຸມສຽງສ່ວນໃຫຍ່ຂອງທັງສອງສະພາ.

ຢ່າງໃດກໍຕາມ ຂະບວນການຮວບຮວມ 4 ດິນແດນຂອງຢູເຄຣນແມ່ນມີຂຶ້ນທ່າມກາງການສູ້ຮົບໃນພາກຕາເວັນອອກຂອງຢູເຄຣນ ທີ່ເບິ່ງຄືວ່າຝ່າຍຣັດເຊຍຈະເປັນຝ່າຍເສຍປຽບ ເຊິ່ງໃນຂະນະທີ່ກອງທັບຢູເຄຣນເປັນຝ່າຍເດີນໜ້າຢຶດຄືນເມືອງຕ່າງໆ ທີ່ທາງຣັດເຊຍໄດ້ເຮັດການເຂົ້າຄວບຄຸມກ່ອນໜ້ານີ້.

ລັດຖະສະພາຣັດເຊຍ

ທັງນີ້ ມີລາຍງານວ່າກອງກໍາລັງຣັດເຊຍປະສົບຄວາມປາລະໄຊໃນການສູ້ຮົບທີ່ພາກຕາເວັນອອກຂອງຢູເຄຣນ ເຮັດໃຫ້ກອງທັບຣັດເຊຍໄດ້ຖອຍຄືນ ແລະ ຖິ້ມພື້ນທີ່ທີ່ຢຶດຄອງເອົາໄວ້ໄດ້ ເຊິ່ງລວມເຖິງເມືອງຕ່າງໆໃນບັນດາດິນແດນຂອງຢູເຄຣນ ທີ່ທາງຣັດເຊຍປະກາດລວມຕົວ ແມ່ນແຕ່ໜັງສືພິມຊື່ດັງທີ່ໃຫ້ການສະໜັບສະໜູນລັດຖະບານຣັດເຊຍຢ່າງ Komsomolskaya Pravda ຍັງລາຍງານວ່າ ກອງກໍາລັງຣັດເຊຍຕ້ອງຖອຍທັບໃນເມືອງລີມານ (Lyman) ທີ່ມີຄວາມສຳຄັນທາງຍຸດທະສາດ ເນື່ອງຈາກຂາດກໍາລັງຄົນແລະການສື່ສານທີ່ມີປະສິດທິພາບ ປະກອບກັບຜູ້ບັນຊາການການຮົບໃນເມືອງດັ່ງກ່າວກໍເຮັດວຽກຜິດພາດ.

ລັດຖະສະພາຣັດເຊຍ

ພ້ອມນີ້ ສື່ໃຫຍ່ຂອງສະຫະລັດອາເມຣິກາຢ່າງ CNN ກໍລາຍງານວ່າຂະນະນີ້ພື້ນທີ່ສ່ວນໃຫຍ່ໃນໂດເນສທີ່ຣັດເຊຍອ້າງວ່າເປັນຂອງຕົນເອງນັ້ນ ກໍໄດ້ກັບໄປຢູ່ພາຍໃຕ້ການຄວບຄຸມຂອງກອງກໍາລັງຢູເຄຣນແລ້ວ. ທາງດ້ານ ປະທານາທິບໍດີ ໂວໂລດິເມຍ ເຊເລນສະກີ ຂອງຢູເຄຣນກໍໄດ້ກ່າວວ່າ ທາງຢູເຄຣນໄດ້ເມືອງລີມານກັບຄືນມາແລ້ວ ໃນຂະນະທີ່ກອງທັບຢູເຄຣນກໍລາຍງານວ່າໄດ້ຢຶດບ້ານໂດຣບີເຊຟ (Drobysheve) ແລະ ທອສເກ (Torske) ທີ່ຢູ່ໃກ້ຄຽງກັບຄືນມາແລ້ວເຊັ່ນກັນ.

ລັດຖະສະພາຣັດເຊຍ

ນອກຈາກສະຖານະການໃນໂດເນສແລ້ວ ຢູເຄຣນຍັງຢູ່ໃນສະຖານະການໄດ້ປຽບຫຼາຍຂຶ້ນໃນການຄວບຄຸມລູຮານສ ໂດຍຝ່າຍສະໜັບສະໜູນຣັດເຊຍຍອມຮັບວ່າກອງກໍາລັງຢູເຄຣນໄດ້ບຸກເຂົ້າສູ່ ລູຮານສ ເຊິ່ງພື້ນທີ່ເກືອບທັງໝົດຢູ່ພາຍໃຕ້ການຄວບຄຸມຂອງຣັດເຊຍ ໂດຍກອງກໍາລັງຢູເຄຣນໄດ້ປົດປ່ອຍບ້ານບິໂລໂຮຣິຟກາ (Bilohorivka) ເມື່ອປາຍເດືອນກັນຍາທີ່ຜ່ານມາ ແລະຂະນະນີ້ສາມາດຕັ້ງຫຼັກທີ່ເມືອງລິຊິຊານ (Lysychansk) ແລ້ວ ໂດຍລິຊິຊານເປັນຖານທີ່ໝັ້ນສຸດທ້າຍຂອງຢູເຄຣນໃນລູຮານສ ກ່ອນທີ່ທາງກອງທັບຢູເຄຣນຈະຕັດສິນໃຈຖອນກໍາລັງທະຫານອອກຈາກເມືອງນີ້ເມື່ອເດືອນກໍລະກົດ.

ລັດຖະສະພາຣັດເຊຍ

ໃນສ່ວນຂອງດິນແດນເຄຊອນ ກອງກໍາລັງຢູເຄຣນກໍາງລັກເດີນໜ້າລວມທັງຢຶດບ້ານ ແລະ ຊຸມຊົນຫຼາຍແຫ່ງຄືນກັບມາໄດ້ເຊັ່ນກັນ ເຊິ່ງລວມເຖິງພື້ນທີ່ທີ່ສຳຄັນເຊັ່ນ ໂຊໂລຕາບັລກາ (Zolota Balka) ທີ່ຕັ້ງເທິງຝັ່ງຕາເວັນຕົກຂອງແມ່ນ້ຳນີເປີ (Dnipro).

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ