ຍັງບໍ່ໃຫ້ເຂົ້າເທື່ອ! Joe Biden ເຜີຍ ຢູເຄຣນ ຍັງບໍ່ພ້ອມທີ່ຈະເຂົ້າ NATO ເທື່ອຈົນກວ່າສົງຄາມກັບ ຣັດເຊຍຈະຈົບລົງ


ທ່າມກາງສຽງຮຽກຮ້ອງ ແລະ ຄວາມຕ້ອງການຂອງຜູ້ນຳ ຢູເຄຣນ ທີ່ມີຄວາມປາຖະໜາ ຢາກນຳພາ ຢູເຄຣນ ເຂົ້າເປັນສະມາຊິກ NATO ໃຫ້ໄດ້ໄວທີ່ສຸດ ຫວັງຢຸດສົງຄາມກັບ ຣັດເຊຍ ໂດຍການໃຊ້ NATO ເປັນຂໍ້ຕົກລົງ. ແຕ່ ຫຼ້າສຸດ ໂຈ ໄບເດັນ ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໄດ້ອອກມາເປີດເຜີຍວ່າ ຢູເຄຣນ ຍັງບໍ່ພ້ອມທີ່ຈະເຂົ້າ NATO ເທື່ອ ຈົນກວ່າສົງຄາມກັບຣັດເຊຍຈະຈົບລົງ.

ໂດຍ ໂຈ ໄບເດັນ ໄດ້ເປີດເຜີຍໃນການສຳພາດພິເສດ ກ່ອນທີ່ລາວຈະເດີນທາງໄປ ຢູໂຣບ ເພື່ອຮ່ວມປະຊຸມ NATO ວັນທີ 11-12 ທີ່ ລິທົວເນຍ. ໂດຍ ໂຈ ໄບເດັນ ໄດ້ລະບຸວ່າ: “ຂ້ອຍຄິດວ່າ ສຽງໃນກອງປະຊຸມຍັງບໍ່ເປັນເອກະພາບກັນ ສຳລັບປະເດັນທີ່ວ່າເຮົາຈະຮັບ ຢູເຄຣນ ເຂົ້າມາເປັນສະມາຊິກ ຫຼື ບໍ່ ໃນໄລຍະເວລາທີ່ ສົງຄາມກຳລັງດຸເດືອດແບບນີ້. ຖ້າເຮົາຮັບຢູເຄຣນເຂົ້າມາ ແລະ ຖ້າສົງຄາມນີ້ຍັງແກ່ຍາວອອກໄປແບບນີ້ ຈະໝາຍຄວາມວ່າ ສະມາຊິກທຸກຊາດໃນ NATO ຈະຕ້ອງເຂົ້າຮ່ວມສົງຄາມກັບ ຣັດເຊຍ”

ບົດສຳພາດດັ່ງກ່າວ ຂອງ ໂຈໄບເດັນ ໄດ້ສວນທາງກັບຄວາມຕັ້ງໃຈ ຂອງຜູ້ນຳຢູເຄຣນ ທີ່ຮຽກຮ້ອງ ແລະ ພະຍາຍາມຊຸກຍູ້ ຢູເຄຣນ ໃຫ້ເຂົ້າເປັນສະມາຊິກ NATO ໂດຍໄວທີ່ສຸດ. ປະທານາທິບໍດີ ໂວໂລດິເມຍ ເຊເລັນສະກີ້ ເຜີຍວ່າ: “ເຮົາຕ້ອງການສັນຍານທີ່ຈະແຈ້ງ ຫຼັງກອງປະຊຸມ NATO ທີ່ ລິທົວເນຍ ໃນເດືອນກໍລະກົດນີ້ ວ່າ ຢູເຄຣນຈະໄດ້ຮັບພິຈາລະນາໃຫ້ເຂົ້າເປັນສະມາຊິກນາໂຕ້”.

ແຕ່ຢ່າງໃດກໍຕາມ ໂຈ ໄບເດັນ ກໍຍັງເປີດເຜີຍອີກວ່າ ສະຫະລັດອາເມຣິກາ ແລະ ບັນດາສະມາຊິກ NATO ກໍຍັງຈະສືບຕໍ່ສົ່ງມອບຄວາມຊ່ວຍເຫຼືອ ດ້ານຄວາມໝັ້ນຄົງ ແລະ ອາວຸດຍຸດໂທປະກອນ ໃຫ້ກັບ ໂວໂລດິເມຍ ເຊເລັນສະກີ້ ແລະ ກອງທັບຂອງ ຢູເຄຣນຕໍ່ໄປ ຕາມທີ່ພວກເຂົາຕ້ອງການ ເພື່ອຊ່ວຍໃຫ້ສົງຄາມໃນດິນແດນແຫ່ງນີ້ສິ້ນສຸດລົງໂດຍໄວ.

ເມື່ອວັນສຸກທີ 7 ກໍລະກົດ ທີ່ຜ່ານມາ ສະຫະລັດ ອາເມຣິກາ ໄດ້ປະກາດ ຈັດສົ່ງ ລະເບີດລູກຫວ່ານ (Cluster Munitions) ທີ່ມີອານຸພາບການທໍາລາຍລ້າງເປັນວົງກວ້າງໃຫ້ກັບທາງ ຢູເຄຣນ ຕາມຄຳຂໍເປັນຄັ້ງທຳອິດ ເຊິ່ງການຕັດສິນໃຈດັ່ງກ່າວໄດ້ເອີ້ນສຽງວິພາກວິຈານຢ່າງຮຸນແຮງຈາກກຸ່ມ ສິດທິມະນຸດ ເນື່ອງຈາກລະເບີດລູກຫວ່ານ ຖືກເບິ່ງວ່າເປັນອາວຸດຮ້າຍແຮງທີ່ປັດຈຸບັນສັ່ງຫ້າມໃນກວ່າ 120 ປະເທດ.

ເຊັ່ນດຽວກັນກັບ ທ່ານອັນໂຕນີໂອ ກູເຕີເຣັດ ເລຂາທິການໃຫຍ່ອົງການສະຫະປະຊາຊາດກໍໄດ້ຜ່ານໂຄສົກຂອງຕົນສະແດງຄວາມຄັດຄ້ານຕໍ່ອາເມຣິກາທີ່ຕົກລົງສະໜອງລະເບີດລູກຫວ່ານໃຫ້ແກ່ ຢູເຄຣນ, ພ້ອມທັງຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງຈົ່ງເຄົາລົບຂໍ້ກຳນົດທີ່ກ່ຽວຂ້ອງໃນ “ສົນທິສັນຍາວ່າດ້ວຍລະເບີດລູກຫວ່ານ” ແລະ ຫຼີກເວັ້ນບໍ່ໃຊ້ລະເບີດລູກຫວ່ານຢູ່ ຢູເຄຣນ.

ຂອບໃຈຂໍ້ມູນຈາກ: cnn, the standard, wionews, abc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/