ກະຊວງແຮງງານ ຫາວິທີໃຫ້ຄົນລາວມີວຽກເຮັດງານທຳທີ່ໝັ້ນຄົງ ມີລາຍໄດ້ຄ່າແຮງງານທີ່ເໝາະສົມ


ກົດໝາຍວ່າດ້ວຍການຈັດຫາງານສະບັບນີ້, ເປັນກົດໝາຍສ້າງຂຶ້ນໃໝ່ ຖ້າຖືກຮັບຮອງ ແລະ ປະກາດໃຊ້ແລ້ວຈະເຮັດໃຫ້ການຄຸ້ມຄອງລັດໂດຍກົດໝາຍໃນດ້ານການຈັດຫາງານ ມີເຄື່ອງມືທີ່ໜັກແໜ້ນຂຶ້ນ, ຈະເຮັດໃຫ້ເປັນລະບົບເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ, ສາມາດນໍາໃຊ້ເຂົ້າໃນການແກ້ໄຂບັນດາປາກົດການຫຍໍ້ທໍ້ກ່ຽວກັບວຽກງານການຈັດຫາງານທີ່ເກີດຂຶ້ນໃນສັງຄົມເທື່ອລະກ້າວ.

ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສະເໜີສ້າງຮ່າງກົດໝາຍວ່າດ້ວຍການຈັດຫາງານ (ສ້າງໃໝ່) ຕໍ່ກອງປະຊຸມສະໄໝສະມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 10 ກໍລະກົດ ນີ້, ໂດຍການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ.

ທ່ານນາງ ໃບຄໍາ ຂັດທິຍະ ກ່າວວ່າ: ສະພາບການພັດທະນາເສດຖະກິດ-ສັງຄົມຢູ່ພາຍໃນປະເທດ, ພາກພື້ນ ແລະ ສາກົນ ໄດ້ມີການປ່ຽນແປງຢ່າງໄວວາ, ສົ່ງຜົນຕໍ່ການມີວຽກເຮັດງານທໍາຂອງກຳລັງແຮງງານລາວນັບມື້ນັບເພີ່ມຂຶ້ນ ແຕ່ນະໂຍບາຍ ແລະ ນິຕິກໍາທີ່ກ່ຽວຂ້ອງກັບການຈັດຫາງານຂອງປະເທດຍັງບໍ່ທັນເປັນລະບົບຄົບຊຸດ, ບໍ່ຮັດກຸມ ແລະ ພຽງພໍກັບຄວາມຕ້ອງການນຳໃຊ້ເຂົ້າໃນວຽກຕົວຈິງ; ການຈັດຫາງານໂດຍສະເພາະລະບົບຂໍ້ມູນຂ່າວສານຕະຫຼາດແຮງງານທີ່ມີໃນປັດຈຸບັນຍັງບໍ່ທັນເປັນລະບົບທີ່ກວ້າງຂວາງ, ພາກລັດ, ພາກທຸລະກິດ, ແຮງງານ ແລະ ສັງຄົມຍັງບໍ່ທັນໄດ້ເຂົ້າມາມີສ່ວນຮ່ວມ ແລະ ນໍາໃຊ້, ບໍ່ທັນສາມາດຄຸ້ມຄອງແບບ ລວມສູນ ເຮັດໃຫ້ການຕິດຕາມຕະຫຼາດແຮງງານ ແລະ ການຄຸ້ມຄອງການຈັດຫາງານ ຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນເທົ່າທີ່ຄວນ; ການເຂົ້າເຖິງການມີວຽກເຮັດງານທໍາທີ່ໝັ້ນຄົງ, ມີລາຍໄດ້ ຫຼື ຄ່າແຮງງານທີ່ເໝາະສົມ ແລະ ໄດ້ຮັບການປົກປ້ອງສິດຜົນປະໂຫຍດຕາມກົດໝາຍຂອງກໍາລັງແຮງງານລາວໃນຂອບເຂດທົ່ວປະເທດຍັງຈໍາກັດ; ຄວາມເປັນເຈົ້າການໃນການສະໜອງຂໍ້ມູນຂ່າວສານທາງດ້ານຕໍາແໜ່ງງານ ຫຼື ຄວາມຕ້ອງການແຮງງານຂອງແຜນພັດທະນາເສດຖະກິດ-ສັງຄົມ, ແຜນພັດທະນາຂອງຂະແໜງການທັງສູນກາງ ແລະ ທ້ອງຖິ່ນ, ຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆ ລວມທັງຂໍ້ມູນດ້ານກຳລັງແຮງງານລາວຢູ່ພາຍໃນປະເທດ ຍັງບໍ່ທັນພຽງພໍ ແລະ ທັນກັບສະພາບຄວາມຕ້ອງການຕົວຈິງ. ເຮັດໃຫ້ບໍ່ສາມາດວາງແຜນການດັດສົມຄວາມຕ້ອງການ ແລະ ການສະໜອງແຮງງານຕາມຄວາມຕ້ອງການຂອງຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດບໍ່ທັນໄດ້ດີ, ການແກ້ໄຂບັນຫາການຂາດແຄນແຮງງານ ແລະ ການວ່າງງານພາຍໃນປະເທດໃນແຕ່ລະໄລຍະບໍ່ທັນກັບສະພາບການ ເຊິ່ງມີຄວາມຈໍາເປັນຕ້ອງສ້າງນິຕິກຳໃຫ້ເປັນລະບົບຄົບຊຸດ. ລວມທັງຕ້ອງໄດ້ສ້າງກົນໄກເພື່ອເຮັດໃຫ້ການຈັດຫາງານສາມາດເຊື່ອມໂຍງກັບການສ້າງ ແລະ ພັດທະນາສີມືແຮງງານລາວໃຫ້ມີຄຸນະພາບ ຮອງຮັບກັບການຫັນເປັນອຸດສາຫະກໍາ ແລະ ທັນສະໄໝຕາມໂຄງປະກອບເສດຖະກິດ, ສາມາດປະກອບອາຊີບອິດສະຫຼະ ເພື່ອກາຍເປັນຜູ້ປະກອບການໃນຕໍ່ໜ້າ ເຊິ່ງໂຄງປະກອບກົດໝາຍວ່າດ້ວຍການຈັດຫາງານສະບັບນີ້ ປະກອບມີ 11 ພາກ ແລະ 67 ມາດຕາ.

ທ່ານລັດຖະມົນຕີ ກະຊວງ ຮສສ ກ່າວຕື່ມວ່າ: ຖ້າກົດໝາຍວ່າດ້ວຍການຈັດຫາງານສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຄາດຄະເນວ່າຈະໄດ້ຮັບຜົນດັ່ງນີ້: 1. ຈະເຮັດໃຫ້ການຄຸ້ມຄອງລັດໂດຍກົດໝາຍໃນດ້ານການຈັດຫາງານມີເຄື່ອງມືທີ່ໜັກແໜ້ນຂຶ້ນຕື່ມ, ເປັນບ່ອນອີງທີ່ໄດ້ມາດຕະຖານທັງພາຍໃນ ແລະ ສາກົນໃຫ້ແກ່ການຈັດຕັ້ງປະຕິບັດ, ການຕິດຕາມ, ກວດກາ ແລະ ຄຸ້ມຄອງວຽກງານການຈັດຫາງານຢ່າງເປັນລະບົບເອກະພາບ, ມີປະສິດທິພາບ, ປະສິດທິຜົນ, ມີຄວາມໂປ່ງໃສ ແລະ ຍຸຕິທໍາ.

2. ເຮັດໃຫ້ອົງການຈັດຕັ້ງລັດທຸກຂັ້ນລວມທັງອົງການປົກຄອງທ້ອງຖິ່ນ, ບັນດາຫົວໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການຂອງທຸກພາກສ່ວນເສດຖະກິດ-ສັງຄົມ, ຜູ້ຕ້ອງການມີວຽກເຮັດງານທຳທຸກຄົນກໍຄືແຮງງານລາວເຂົ້າໃຈ, ເຂົ້າເຖິງ ແລະ ເຂົ້າຮ່ວມໃນວຽກງານການຈັດຫາງານໄດ້ຢ່າງເປັນລະບົບ ແລະ ຫຼາຍຂຶ້ນ.

3. ການມີລະບົບການຈັດຫາງານເຊິ່ງກວມເອົາລະບົບຂໍ້ມູນຂ່າວສານຕະຫຼາດແຮງງານທີ່ດີ, ສາມາດນໍາໃຊ້ເຂົ້າໃນການແກ້ໄຂບັນດາປາກົດການຫຍໍ້ທໍ້ກ່ຽວກັບວຽກງານການຈັດຫາງານທີ່ເກີດຂຶ້ນໃນສັງຄົມໃນໄລຍະຜ່ານມາ ແລະ ປັດຈຸບັນເຊັ່ນ: ການວ່າງງານ, ການຂາດແຄນແຮງງານ ແລະ ການວາງແຜນສ້າງ ແລະ ພັດທະນາກໍາລັງແຮງງານໃນອະນາຄົດ.

4. ສ້າງຄວາມເຊື່ອໝັ້ນໃຫ້ອົງການຈັດຕັ້ງສາກົນຕໍ່ກັບລະບົບການຈັດຫາງານ, ການປົກປ້ອງ ແລະ ສົ່ງເສີມສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແຮງງານລາວ.

ຂໍ້ມູນຈາກ: ປະຊາຊົນ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/