ຊົມເຊີຍ! ສະຫະພັນກິລາບານເຕະແຫ່ງຊາດລາວ ໄດ້ຈັດກອງປະຊຸມພັດທະນາກິລາບານເຕະທົ່ວປະເທດ ພ້ອມມອບອຸປະກອນ ແລະ ເງິນມູນຄ່າ 2 ຕື້ກວ່າກີບ


ກ່ອນອື່ນໝົດ ຂໍຊົມເຊີຍມາຍັງສະຫະພັນບານເຕະແຫ່ງຊາດລາວ ມອບທຶນເປັນການສະໜັບສະໜູນ ສະຫະພັນບານເຕະແຂວງ ພ້ອມມອບອຸປະກອນກິລາ ແລະ ເງິນມູນຄ່າກວ່າ 2 ຕື້ກີບ. ທີ່ສຳຄັນໄປກວ່ານັ້ນ ສະຫະພັນກິລາບານເຕະແຫ່ງຊາດໄດ້ເປີດກອງປະຊຸມປຶກສາຫາລືກັນ ແລະ ຈະຈັດກິລາບານເຕະຂຶ້ນອີກຄັ້ງໃນລະຫວ່າງເດືອນ ພະຈິກ 2021 ນີ້, ພ້ອມຈະສືບຕໍ່ຈັດການແຂ່ງຂັນບານເຕະ ຊີງຂັນວັນຊາດທີ 2 ທັນວາ ປະຈຳປີ 2021 ເລີ່ມແຂ່ງຂັນຕັ້ງແຕ່ວັນທີ 6-20 ພະຈິກ 2021, ຖືວ່າເປັນຂ່າວດີ ແລະ ຖືກໃຈແຟນບານທົ່ວປະເທດກັນເລີຍ.

ໃນວັນທີ 5 ເດືອນກຸມພາ 2021 ທີ່ຜ່ານມາສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດກອງປະຊຸມຂຶ້ນ ແລະ ໄດ້ຕົກລົງເຫັນດີຈະຈັດງານຂຶ້ນອີກຄັ້ງ ເຊິ່ງໄລຍະທີ່ຜ່ານມາທຸກຄົນກໍໄດ້ຮັບຮູ້ແລ້ວວ່າ: ການຕອບຮັບຈາກແຟນໆທັງຫຼາຍແມ່ນດີເກີນຄາດ ທຸກຄົນຕ່າງກໍພາກັນມາຮັບຊົມບານເຕະຈົນລົ້ນສະໜາມ ຖືວ່າເປັນປາກົດການໜຶ່ງທີ່ທຸກຄົນຄົງຈະຈົດຈຳໄປຕະຫຼອດໃນປີ 2020 ທີ່ຜ່ານມານີ້.

-ສຳລັບການແຂ່ງຂັນນັ້ນ ຈະຈັດຢູ່ 4 ລາຍການ.

-ການຈັດຝຶກອົບຮົມບຸກຄະລາກອນໃຫ້ແກ່ບັນດາແຂວງຈະໃຊ້ງົບເຂົ້າໃນໂຄງການປະມານ 2 ຕື້ກວ່າກີບ.

ລາຍລະອຽດເພີ່ມເຕີມທີ່:

https://fb.watch/3uePV3AxhW/

https://www.facebook.com/406343026053307/posts/3873025539385021/?d=n