ຈີນລະດົມທຶນ ເພື່ອອັດສີດເຂົ້າໄປໃນລະບົບທະນາຄານຫວັງຟື້ນຟູລະບົບໃຫ້ກັບມາສະຖຽນ


ລະບົບທະນາຄານ ແລະ ສະຖາບັນການເງິນຂອງຈີນເລີ່ມທີ່ຈະສະແດງໃຫ້ເຫັນເຖິງຄວາມຊຸດໂຊມລົງອອກມາເປັນໄລຍະໆ. ຫຼັງຈາກທີີ່ປະສົບກັບວິກິດການຄັ້ງໃຫຍ່ທີ່ເກີດຂຶ້ນໃນຂະແໜງອະສັງຫາລິມະສັບ ທີ່ຍັງຄົງສືບຕໍ່ຊຸດໂຊມມາຈົນເຖິງປັດຈຸບັນ. ທັງນີ້, ໃນຂະນະທີ່ຂະແໜງອະສັງຫາລິມະສັບຍັງບໍ່ສາມາດຟື້ນຕົວກັບຄືນມາໄດ້ ກໍໄດ້ມີບັນຫາຕ່າງໆຖາໂຖມເຂົ້າມາ, ເຮັດໃຫ້ເສດຖະກິດໂດຍລວມຂອງຈີນອ່ອນແອລົງ ສົ່ງຜົນກະທົບຕໍ່ສະຖຽນລະພາບຂອງບັນດາການເງິນທັງໝົດທີ່ຢູ່ທັງໃນລະບົບ ແລະ ນອກລະບົບໃຫ້ເກີດຄວາມວຸ້ນວາຍຂຶ້ນໄປຕື່ມອີກ.

ຜູ້​ຊ່ຽວ​ຊານ​ທີ່ໄດ້​ຕິດ​ຕາມ​ສະ​ຖານະການໃນ​​ລະ​ບົບ​ທະ​ນາ​ຄານ​ຂອງ​ຈີນ​ກ່າວ​ວ່າ ທະນາຄານຂະໜາດນ້ອຍເຫຼົ່ານີ້ກຳລັງປະສົບກັບບັນຫາທີ່ຮ້າຍແຮງ ຈົນເຮັດໃຫ້ບັນດາລັດຖະບານຂອງແຂວງຕ່າງໆຕ້ອງໄດ້ລະດົມເງິນທຶນເພື່ອອັດສີດເຂົ້າໄປເປັນທຶນສຳຮອງ ຫຼື ກະຕຸ້ນໃຫ້ເກີດການລວມຕົວຂອງທະນາຄານຂະໜາດນ້ອຍ ແລະ ການຊື້ກິດຈະການ.

ອີງຕາມຂໍ້ມູນຈາກ Wind ຜູ້ໃຫ້ບໍລິການທາງດ້ານການເງິນຂອງຈີນໄດ້ເປີດເຜີຍວ່າ ໃນ​ປີ 2023 ທີ່ຜ່ານມາ, ລັດ​ຖະ​ບານ​​ຂອງ​ຈີນ​ ​ໄດ້​ອັດສີດ​ເງິນ​ເຂົ້າໄປໃນ​ລະບົບ​ທະນາຄານພູມິພາກ​​ເປັນ​ຈຳນວນ 218,3 ຕື້​ຢວນ, ​ເຊິ່ງ​ເປັນ​ຈຳນວນ​ຫຼາຍ​ກວ່າ​ປີ 2022 ເຖິງ 3 ​ເທົ່າ.

ລັດ​ຖະ​ບານ​ໄດ້ໃຊ້ວິທີການອອກພັນທະບັດເພື່ອຈຸດ​ປະ​ສົງ​ພິ​ເສດສໍາລັບການລະດົມທຶນດັ່ງກ່າວ. ໂດຍປະເພດຂອງພັນທະບັດນີ້ມີຈຸດປະສົງສະເພາະ, ເຊິ່ງປະເທດຈີນໄດ້​ກຳນົດ​ນຳໃຊ້​ມັນເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 2020 ເພື່ອ​ຊ່ວຍເຫຼືອ​ບັນ​ດາ​ທະ​ນາ​ຄານ​ໃນ​ໄລ​ຍະ​ວິ​ກິດ​ການ​ໂຄ​ວິດ.

ແຕ່ໃນຄັ້ງນີ້ ພັນທະບັດດັ່ງກ່າວກັບຖືກນຳອອກມາຂາຍເພື່ອເພີ່ມທຶນໃຫ້ກັບທະນາຄານທ້ອງຖິ່ນໂດຍສະເພາະ. ເຊິ່ງລວມເຖິງການໃຊ້ເປັນເງິນທຶນເພື່ອກະຕຸ້ນໃຫ້ເກີດການລວມຕົວຂອງກິດຈະການທະນາຄານຂະໜາດນ້ອຍໃນຂົງເຂດທີ່ເກີດວິກິດການໜີ້ສິນ, ຫຼັງຈາກທີ່ປະສົບກັບບັນຫາຊໍາເຮື້ອໃນຂະແໜງອະສັງຫາລິມະສັບມາເປັນເວລາດົນ.

ນອກຈາກນີ້, ຜູ້ຊ່ຽວຊານຍັງກ່າວອີກວ່າ ການເລັ່ງການລະດົມທຶນສໍາລັບທະນາຄານຂະໜາດນ້ອຍໃນລະບົບເປັນຈໍານວນຫຼາຍນີ້ ສະທ້ອນໃຫ້ເຫັນເຖິງຄວາມກັງວົນຂອງທາງການຈີນທີ່ວ່າ ເສດຖະກິດທີ່ຊະລໍຕົວລົງໃນປັດຈຸບັນຈະມີຜົນກະທົບທາງລົບທີ່ຮ້າຍແຮງກວ່າເກົ່າຕໍ່ສຸຂະພາບຂອງທະນາຄານເຫຼົ່ານີ້. ເຊິ່ງນີ້ສະ​ແດງ​ໃຫ້​ເຫັນ​ວ່າ​ ເຖິງວ່າຈະມີຂະໜາດນ້ອຍ, ແຕ່ຄວາມສໍາຄັນຂອງມັນຕໍ່ລະບົບທະນາຄານຂອງຈີນແມ່ນບໍ່ໄດ້ເລັກນ້ອຍເລີຍ.

Yulia Wan ນັກວິເຄາະຂອງ Moody’s Investor Service ກ່າວວ່າ ທະ​ນາ​ຄານ​ພູມີພາກ​ຂອງ​ຈີນມີໃຫ້ບໍລິການທັງໃນຕົວເມືອງ ແລະ ຊົນນະບົດ. ເມື່ອຮ່ວມກັນທັງໝົດໃນລະບົບແລ້ວແມ່ນພວກເຂົາກວມເອົາ 25% ຂອງຊັບສິນທັງໝົດໃນລະບົບທະນາຄານຂອງຈີນ. Yulia Wan ຍັງໄດ້ຄາດການວ່າໃນອີກ 1 ປີຂ້າງໜ້າ, ຄວາມສ່ຽງຕໍ່ທະນາຄານເຫຼົ່ານີ້ຈະຍິ່ງສູງຂຶ້ນ ເນື່ອງຈາກໄດ້ຮັບຜົນກະທົບທີ່ເກີດຈາກຂະແເໜງອຸດສາຫະກໍາອື່ນໆລວມທັງການຜະລິດ, ການຂາຍຍ່ອຍ, ອະສັງຫາລິມະສັບ, ການກໍ່ສ້າງ ແລະ ສຸຂະພາບທາງດ້ານການເງິນຂອງລັດຖະບານທ້ອງຖິ່ນແຕ່ລະແຫ່ງ ລວມທັງບັນດາບໍລິສັດໄວ້ວາງໃຈ ແລະ ບໍລິສັດຄຸ້ມຄອງຊັບສິນທັງຫຼາຍກໍຕົກຢູ່ໃນຄວາມສ່ຽງນີ້ເຊັ່ນກັນ.

ການຫຼຸດຜ່ອນອັດຕາດອກເບ້ຍ ທີ່ທາງການຈີນຄາດຫວັງວ່າຈະຊ່ວຍກະຕຸ້ນເສດຖະກິດໃຫ້ມີການຂະຫຍາຍຕົວຂຶ້ນ ສົ່ງຜົນກະທົບຕໍ່ທະນາຄານກາງ ແລະ ຂະໜາດນ້ອຍຫຼາຍກ່ວາບັນດາທະນາຄານຂະໜາດໃຫຍ່ທັງຫຼາຍ. ເນື່ອງຈາກວ່າອັດຕາດອກເບ້ຍທີ່ຫຼຸດລົງໝາຍເຖິງຜົນປະກອບການທີ່ຫົດຫາຍໄປຂອງທະນາຄານ ເຮັດໃຫ້ເງີນທຶນຂອງທະນາຄານອ່ອນແອລົງຢ່າງເຫັນໄດ້ຊັດເຈນ.

ທີ່ມາ:

prachachat

prachachat2

ft

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/